ຫວຽດນາມໄດ້ຈັດຕັ້ງການບິນ ເພື່ອ ພາພົນລະເມືອງຫວຽດນາມ 30 ຄົນຈາກແຂວງ Wuhan ກັບເມືອປະເທດ

21:34 | 11/02/2020

ຍສໝ - ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນເຈົ້າການ, ສົມທົບກັບສະຖານທູດຫວຽດນາມ ປະຈຳປັກກິ່ງ, ປະເທດຈີນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ດຳເນີນຖ້ຽວບິນ HVN68 ອອກເດີນທາງໃນເວລາ 9 ໂມງແລງຂອງວັນທີ 9 ກຸມພາຈາກ ສະໜາມບິນ ໂນຍບາຍ (ຮ່າໂນ້ຍ) ຂົນສົ່ງສິນຄ້າ ແລະ ອຸປະກອນການແພດໄປເມືອງ Wuhan (Hubei, ປະເທດຈີນ) ໃນເວລາ 1 ໂມງຂອງວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ). ພາຍຫຼັງທີ່ຂົນສົ່ງ, ເຮືອບິນໄດ້ຕ້ອນຮັບພົນລະເມືອງຫວຽດນາມ 30 ຄົນ (ລວມມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ…) ກັບປະເທດ, ໄດ້ລົງຈອດຢູ່ສະໜາມບິນ ເວີນໂດນ ໃນເວລາ 5:04 ຂອງວັນທີ 10 ກຸມພາ.

ເຄື່ອງວັດອຸນຫະພູມຮ່າງກາຍທີ່ສະໜາມບິນ ເວີນໂດນ. (ພາບ: vnexpress)
ເຄື່ອງວັດອຸນຫະພູມຮ່າງກາຍທີ່ສະໜາມບິນ ເວີນໂດນ. (ພາບ: vnexpress)
ຂັ້ນຕອນການເຂົ້າເມືອງສຳລັບຜູ້ໂດຍສານ 30 ຄົນ ແມ່ນປະຕິບັດຕາມຂັ້ນຕອນທີ່ນຳໃຊ້ກັບຜູ້ໂດຍສານທີ່ມາຈາກເຂດລະບາດພະຍາດ, ອີງຕາມລະບຽບຂອງກະຊວງສາທາລະນະສຸກ. (ພາບ: Zing)
ຂັ້ນຕອນການເຂົ້າເມືອງສຳລັບຜູ້ໂດຍສານ 30 ຄົນ ແມ່ນປະຕິບັດຕາມຂັ້ນຕອນທີ່ນຳໃຊ້ກັບຜູ້ໂດຍສານທີ່ມາຈາກເຂດລະບາດພະຍາດ, ອີງຕາມລະບຽບຂອງກະຊວງສາທາລະນະສຸກ. (ພາບ: Zing)
ພົນລະເມືອງໃນຖ້ຽວບິນປະກອບມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ, ລວມທັງເດັກນ້ອຍ. (ພາບ: baoquocte)
ພົນລະເມືອງໃນຖ້ຽວບິນປະກອບມີນັກສຶກສາ ແລະ ຍາດຕິພີ່ນ້ອງ, ນັກທ່ອງທ່ຽວຫວຽດນາມ, ລວມທັງເດັກນ້ອຍ. (ພາບ: baoquocte)
ທັນທີທີ່ຜູ້ໂດຍສານເລີ່ມລົງສະໜາມບິນ, ສູນກັກກັນພະຍາດ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະຕ້ອງມີການກວດ; ສີດຢາຂ້າເຊື້ອຂອງກະເປົາມືຂອງຜູ້ໂດຍສານ. (ພາບ: Zing)
ທັນທີທີ່ຜູ້ໂດຍສານເລີ່ມລົງສະໜາມບິນ, ສູນກັກກັນພະຍາດ ແລະ ໜ່ວຍງານທີ່ກ່ຽວຂ້ອງຈະຕ້ອງມີການກວດ; ສີດຢາຂ້າເຊື້ອຂອງກະເປົາມືຂອງຜູ້ໂດຍສານ. (ພາບ: Zing)
ພະນັກງານປະຈຳຖ້ຽວບິນປະກອບມີ 15 ຄົນ ແລະທ່ານໝໍ 3 ຄົນ. (ພາບ: Zing)
ພະນັກງານປະຈຳຖ້ຽວບິນປະກອບມີ 15 ຄົນ ແລະທ່ານໝໍ 3 ຄົນ. (ພາບ: Zing)

ເຫດການ
302 Found

Found

The document has moved here.