ຫວຽດນາມ ຮຽກຮ້ອງ ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ

17:07 | 15/03/2020

ຍສໝ - ນັບແຕ່ວັນທີ 16 ມີນາ 2020, ຝ່າຍຫວຽດນາມ ໄດ້ຮຽກຮ້ອງວ່າ, ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ (ຄື: ຮ້ານສັບພະສິນຄ້າ, ສະໜາມບິນ, ສະຖານີລົດໄຟ, ຂິວລົດເມ…).

ຫວຽດນາມ ຮຽກຮ້ອງ ຊາວຕ່າງປະເທດຢູ່ຫວຽດນາມ ກໍຄືພົນລະເມືອງຫວຽດນາມ ຕ້ອງປະຕິບັດການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຢ່າງເຂັ້ມງວດ

ພາບປະກອບ

ຫວຽດນາມ ໄດ້ແຈ້ງເນື້ອໃນດັ່ງກ່າວເຖິງບັນດາອົງການຜູ້ຕາງໜ້າດ້ານການທູດ,ບັນດາສະຖານກົງສູນ ແລະ ອົງການຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນຢູ່ຫວຽດນາມ. ຜູ້ໂດຍສານທຸກຄົນໃນບັນດາຖ້ຽວບິນພາຍໃນ ແລະ ຕ່າງປະເທດທີ່ໄປ ແລະ ມາ ຫວຽດນາມ ຕ້ອງໃຊ້ຜ້າອັດປາກໃນຕະຫຼອດການເດີນທາງ ແລະ ຢູ່ເຂດລົງຈອດ. ເລີ່ມແຕ່ວັນທີ 15 ມີນາ, ຫວຽດນາມປະຕິບັດການວິໄຈເລືອດຕໍ່ຜູ້ໂດຍສານທີ່ມາຈາກເອີລົບ ແລະ ອາເມລິກາ, ຢູ່ບັນດາດ່ານຊາຍແດນສາກົນ. ປັດຈຸບັນ, ກະຊວງສາທາລະນະສຸກ ຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາກຸ່ມບໍລິສັດໂທລະຄົມມະນາຄົມພາຍໃນປະເທດ ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອສ້າງເງື່ອນໄຂໃຫ້ແກ່ການແຈ້ງອາການສຸຂະພາບຂອງປະຊາຊົນ.

ໄລ່ຮອດວັນທີ 15 ມີນາ, ໂລກລະບາດ Covid-19 ໄດ້ປະກົດມີຢູ່ 151 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດກ່ວາ 156.000 ຄົນ ແລະ 5821 ຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ຢູ່ໃນໂລກມີຜູ້ເສຍຊີວິດຕື່ມອີກ 392 ຄົນ, ສ່ວນຫຼາຍແມ່ນຢູ່ອີຣານ ແລະ ອີຕາລີ. ອີຕລີ: ມີຜູ້ເສຍຊີວິດໃໝ່ 175 ຄົນ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຍ້ອນໂລກລະບາດ Covid-19 ຢູ່ປະເທດນີ້ຂຶ້ນເຖິງ 1440 ກ່ວາຄົນ, ຜູ້ຕິດເຊື້ອທັງໝົດແມ່ນ 21.100 ຄົນ. ແອດສະປາຍ: ກາຍເປັນປະເທດທີ່ 2 ຢູ່ເອີລົບ ມີຜູ້ຕິດເຊື້ອພະຍາດດ້ວຍ 6400 ຄົນ. ຝລັ່ງ: ຈຳນວນຜູ້ຕິດເຊື້ອພະຍາດແມ່ນ 4500 ຄົນ ແລະ ມີ 91 ຄົນເສຍຊີວິດ. ອັງກິດ: ວັນທີ 14 ມີນາ, ມີຜູ້ເສຍຊີວິດ ແລະ ຕິດພະຍາດ Covid-19 ສູງທີ່ສຸດໃນເວລາ 1 ວັນ ນັບແຕ່ຈຸດເວລາເກີດໂລກລະບາດ ຂະນະທີ່ມີຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຕິດເຊື້ອພະຍາດຕື່ມອີກ 350 ຄົນ. ປະຈຸບັນ, ປະເທດນີ້ມີຜູ້ຕິດເຊື້ອພະຍາດທັງໝົດ 1140 ຄົນ ແລະ ມີ 21 ຄົນເສຍຊີວິດແລ້ວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.