ອະດີດນາຍົກລັດຖະມົນຕີ ຍິ່ງຣັກ ໄດ້ເປັນ 'ພົນລະເມືອງ ເຊີເບຍ', ສາມາດເດີນທາງໄປຫຼາຍກ່ວາ 100 ປະເທດ

10:50 | 09/08/2019

ຍສມ - ອະດີດນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ ໄດ້ຮັບສະຖານະເປັນພົນລະເມືອງກວ່າໜຶ່ງເດືອນແລ້ວ ຢູ່ໃນປະເທດໜຶ່ງ ທາງພາກຕາເວັນອອກສຽງໃຕ້ ເອີຣົບ ນັ້ນຄືປະເທດ ເຊີເບຍ.

ອະດີດນາຍົກລັດຖະມົນຕີ ຍິ່ງຣັກ  ໄດ້ເປັນ 'ພົນລະເມືອງ ເຊີເບຍ', ສາມາດເດີນທາງໄປຫຼາຍກ່ວາ 100 ປະເທດ

ອະດີດນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງຣັກ ຊິນນະວັດ ໄດ້ກ່າວທັກທາຍ ປະຊາຊົນຜູ້ສະໜັບສະໜູນ ໃນຄະນະທີ່ ທ່ານໄປເຖິງສານສູງສຸດ ທີ່ ບາງກອກ, ປະເທດໄທ ໃນເດືອນສິງຫາ ປີ 2017.( ພາບ: REUTERS)

ໜັງ ສືພິມ South China Morning Post (SCMP) ໃນວັນທີ 9 ສິງຫາ ນີ້ລາຍງານວ່າ: ອະດີດນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງຣັກ ຊິນນະວັດ - ເຊິ່ງຖືກຕັດສິນ ຈຳຄຸກ 5 ປີ ໃນຂໍ້ຫາກ່ຽວຂ້ອງກັບການສໍ້ລາດບັງຫຼວງ - ຫາກໍ່ໄດ້ຮັບສະຖານະເປັນພົນລະເມືອງ ເຊີເບຍ, ປະເທດໜຶ່ງຢູ່ທາງພາກຕາເວັນຕົກສ່ຽງໃຕ້ຂອງທະວີເອີຣົບ.

ໜັງສືພິມທ້ອງຖິ່ນ Nedeljnik ໄດ້ລົງ ຮູບພາບ ແລະ ເອກະສານຂອງລັດຖະບານ ລົງວັນທີ 27 ມິຖຸນາ, ເຊິ່ງກ່າວວ່າ: ທ່ານນາງ ຍິ່ງຣັກໄດ້ "ໄດ້ຮັບສະຖານະເປັນພົນລະເມືອງ ເຊີເບຍ". ເອກະສານດັ່ງກ່າວຖຶກເຊັນລົງນາມໂດຍນາຍົກລັດຖະມົນຕີ ເຊີເບຍ ທ່ານນາງ Ana Brnabic.

ໃນຂະນະດຽວກັນ, ສຳນັກຂ່າວສານ Tanjug ປະເທດເຊີເບຍ ໄດ້ໃຫ້ຮູ້ວ່າ: ລັດຖະບານເຊີເບຍ ໄດ້ອອກຂໍ້ຕົກລົງດັ່ງກ່າວຂ້າງເທິງ "ເພາະວ່າມັນອາດຈະ ນອນຢູ່ໃນຜົນປະໂຫຍດຂອງປະເທດເຊີເບຍ". ປະຈຸບັນ ເຈົ້າໜ້າທີ່ ແລະ ໂຄສົກຂອງ ທ່ານນາງ ຍິ່ງຣັກ ຍັງບໍ່ທັນໄດ້ໃຫ້ຄຳເຫັນ ຕໍ່ສາເຫດທີ່ຢູ່ເບື້ອງຫລັງການອອກຂໍ້ຕົກລົງດັ່ງກ່າວນີ້.

ອະດີດນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງຣັກ ຊິນນະວັດ ໄດ້ອອກຈາກປະເທດໄທ ໃນປີ 2017, ໃນຊ່ວງເວລາພຽງແຕ່ສອງສາມມື້ ກ່ອນທີ່ສານ ຈະຕັດສິນວ່າ: ມີສ່ວນກ່ຽວຂ້ອງກັບ ການຈັດຕັ້ງໂຄງການຈຳນຳເຂົ້າ ພາຍໃຕ້ອຳນາດ ແລະ ສ້າງຄວາມເສຍຫາຍຫຼາຍພັນລ້ານໂດລາສະຫະລັດ ງົບປະມານຂອງລັດ.

ຕັ້ງແຕ່ນັ້ນມາ, ມີບົດລາຍງານຈຳນວນໜຶ່ງ ກ່າວວ່າ: ທ່ານນາງ ຍິ່ງຣັກ ຊິນນະວັດ ໄດ້ເດີນທາງໄປ ລອນດອນ (ປະເທດ ອັງກິດ), ຜ່ານປະເທດດູໄບ, ບ່ອນທີ່ອ້າຍຂອງທ່ານອະດີດນາຍົກລັດຖະມົນຕີໄທ ທັກສິນ ຊິນນະວັດ ກຳລັງອາໄສຢູ່ ໃນສະພາບທີ່ຖືກເນລະເທດ.

ທ່ານນາງ ຍິ່ງຣັກ ປະກົດຕົວຢູ່ໃນຮົງກົງ, ຍີ່ປຸ່ນ ແລະ ປະເທດອື່ນໆ. ປະຈຸບັນບໍ່ມີໃຜຮູ້ ສະຖານທີ່ຢູ່ ຂອງອະດີດນາຍົກລັດຖະມົນຕີ ໄວ 52 ປີ ກຳລັງດຳລົງຊີວິດຢູ່.

ດ້ວຍການຄອບຄອງ ໜັງສືເດີນ ຫຼືໜັງສືເດີນທາງ ປະເທດເຊີເບຍ, ທ່ານນາງ ຍິ່ງຣັກ ສາມາດເດີນທາງໄປປະເທດຕ່າງໄດ້ຫຼາຍ 100 ກວ່າປະເທດ ໂດຍບໍ່ຕ້ອງມີວີຊາ, ໃນນັ້ນສ່ວນໃຫຍ່ແມ່ນບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU).

ໃນຂະນະດຽວກັນ, ອ້າຍຂອງທ່ານ, ຄື ທັກສິນ ຊິນນະວັດ ໄດ້ຮັບເປັນພົນລະເມືອງຂອງປະເທດ ຕາເວັນອອກສຽງໃຕ້ ທະວີບ ເອີຣົບ ອື່ນ ຄື ປະເທດ Montenegro ໃນປີ 2009.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.