ເມືອງມົກເຈົາ: ມອບຂໍ້ຕົກລົງສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວຈຳນວນ 88 ຄົນ

14:46 | 19/09/2019

ຍສໝ - ມື້ວານນີ້, ຢູ່ເມືອງມົກເຈົາ ໄດ້ຈັດພິທີປະກາດ ແລະ ມອບຂໍ້ຕົກລົງ ປະທານປະເທດ ສະບັບເລກທີ 1372 / QD-CTN ລົງວັນທີ 14 ສິງຫາ 2019, ວ່າດ້ວຍ ການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ ຈຳນວນ 88 ຄົນ, ທີ່ອົບພະຍົບຢ່າງເສລີ, ແຕ່ງງານໂດຍບໍ່ຮັບອະນຸຍາດ ຢູ່ເມືອງມົກເຈົາ. ເຂົ້າຮ່ວມໃນພິທີປະກາດຄັ້ງນີ້ປະກອບມີ ຜູ້ຕາງໜ້າກະຊວງຍຸຕິທຳ; ການນຳພະແນກ, ອົງການຈັດຕັ້ງຂັ້ນແຂວງແລະ ເມືອງມົກເຈົາ.

ເມືອງມົກເຈົາ: ມອບຂໍ້ຕົກລົງສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວຈຳນວນ 88 ຄົນ

ພິທີປະກາດ ແລະ ມອບຂໍ້ຕົກລົງ ປະທານປະເທດ ວ່າດ້ວຍການໃຫ້ສັນຊາດຫວຽດນາມ.(ພາບ: baothoidai.org.vn)

ວັນທີ 8 ກໍລະກົດ 2013, ລັດຖະບານສອງປະເທດ ຫວຽດນາມ ແລະ ລາວ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການແກ້ໄຂບັນຫາການອົບພະຍົບໂດຍເສລີ ແລະ ການແຕ່ງດອງໂດຍບໍ່ໄດ້ຮັບອະນຸຍາດ ຢູ່ຕາມແນວຊາຍແດນ ສອງປະເທດ. ສັນຍາມີຜົນສັກສິດໃນໄລຍະເວລາ 3 ປີ (ນັບແຕ່ວັນທີ 14 ພະຈິກ 2013) ແລະ ໄດ້ຮັບການຕໍ່ອາຍຸໄປຈົນເຖິງວັນທີ 14 ພະຈິກ 2019, ໂດຍມີຈຸດປະສົງໃນການແກ້ໄຂບັນຫາດັ່ງກ່າວຕາມຂັ້ນຕອນຢ່າງວ່ອງໄວ ແລະ ຖຶກຕ້ອງການອອກເອກະສານສັນຊາດ ແລະ ໃບສຳມະໂນຄົວ ໃຫ້ແກ່ພົນລະເມືອງທີ່ສາມາດຕອບສະໜອງໄດ້ຕາມເງື່ອນໄຂຂອງສັນຍາ. ຈາກນັ້ນ, ຢູ່ເມືອງມົກເຈົາ, ໄດ້ມີພົນລະເມືອງລາວຈຳນວນ 88 ຄົນ ທີ່ອົບພະຍົບຢ່າງເສລີ ແລະ ແຕ່ງດອງໂດຍໄດ້ຮັບອະນຸຍາດ ຢູ່ເມືອງລ໋ອງເຊີ້ບ, ເມືອງຊຽງເຊີນ ແລະ ເມືອງຊຽງເຄືອ ໄດ້ຮັບສັນຊາດຫວຽດນາມ.

ເມືອງມົກເຈົາ: ມອບຂໍ້ຕົກລົງສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວຈຳນວນ 88 ຄົນ

ການນຳ ພະແນກຍຸຕິທຳ ໄດ້ມອບຂໍ້ຕົກລົງຮັບສັນຊາດຫວຽດນາມໃຫ້ແກ່ພົນລະເມືອງລາວ.(ພາບ: baothoidai.org.vn)

ການປະຕິບັດສັນຍາຢ່າງມີປະສິດທິຜົນເຮັດໃຫ້ຄົນລາວ ທີ່ອົບພະຍົບຢ່າງເສລີ ແລະ ແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດ ໄດ້ຮັບສັນຊາດຫວຽດນາມ, ສະແດງໃຫ້ເຫັນເຖິງຈິດໃຈຄວາມເປັນມະນຸດສະທຳ ແລະ ທັດສະນະຄວາມເຂັ້ມງວດຂອງການປະຕິບັດຄຳໝັ້ນສັນຍາສາກົນຂອງຫວຽດນາມ ຢ່າງເຂັ້ມງວດໃນການຮັບປະກັນສິດທິມະນຸດ ແລະ ສິດຂອງພົນລະເມືອງ, ປະກອບສ່ວນຮັກສາ, ຄຸ້ມຄອງ ແລະ ປົກປ້ອງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດຊາຍແດນ, ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.

ໃນຄັ້ງນີ້, ທົ່ວແຂວງເຊີນລາ ມີ 294 ກໍລະນີ ຢູ່ບັນດາເມືອງມົກເຈົາ, ຊົງໝາ, ໂສບໂກບ, ອຽນເຈົາ, ເວິນໂຮ່, ມາຍເຊີນ ມີເງື່ອນໄຂຄົບ ແລະ ມອບຂໍ້ຕົກລົງໃຫ້ສັນຊາດຫວຽດນາມ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

302 Found

Found

The document has moved here.