ຍສໝ - ຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງໄປເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ແຕ່ວັນທີ 5 – 11 ມີນາ ຢ່າງເປັນທາງການ.
ຍສໝ - ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຫງວຽນໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ໂຮ່ຈີມິນ ທີ່ກອງປະຊຸມສະຫຼຸບວຽກງານຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ນະຄອນ ໂຮ່ຈີມິນ ໃນປີ 2023 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ປີ 2024 ທີ່ຈະໄດ້ດຳເນີນໃນຕອນເຊົ້າວັນທີ 6 ມີນານີ້.
ຍສໝ - ບັນດາພັນລະຍາຂອງເອກອັກຄະລັດຖະທູດ ອາເມລິກາ, ມາຣົກ, ສາທາລະນະລັດເຊັກໂກ ແລະ ອິນໂດເນເຊຍ ໄດ້ສວມຊຸດເສື້ອຍາວຢູ່ເທິງເວທີລາຍການ “ຄວາມງາມຊຸດເສື້ອຍາວ ຫວຽດນາມ".
ຍສໝ - ວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ, ກ່າວຄຳປາໄສທີ່ການພົບປະກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2024 – 2027, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕ່ເລີມ ໃຫ້ຮູ້ວ່າ: ການຜັນຂະຫຍາຍວຽກງານການຕ່າງປະເທດ ກໍ່ແມ່ນມາດຕະການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບ, ຄວາມປອດໄພທາງສັງຄົມແຕ່ໂດຍໄວ ແລະ ແຕ່ໄກ, ປະກອບສ່ວນຮັກສາຄວາມສະຖຽນລະພາບຂອງປະເທດຊາດ, ກໍ່ຄືສັນຕິພາບ, ຄວາມສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ; ສ້າງສະພາບແວດລ້ອມທີ່ສະດວກເພື່ອຊຸກຍູ້ການຮ່ວມມື, ຍົກສຸງທີ່ຕັ້ງຂອງປະເທດຊາດໃນເວທີສາກົນ.
ຍສໝ - ວັນທີ 25 ມັງກອນ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫວໍວັນຮວ່ານ ໄດ້ເປັນປະທານກອງປະຊຸມເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເພື່ອຮັບໜ້າທີ່ໃນປີ 2024. ທ່ານຫວັງວ່າ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຈະສືບຕໍ່ເຊື່ອມຕໍ່ບັນດາແຫຼ່ງຊັບພະຍາກອນໜູນຊ່ວຍການພັດທະນາໃຫ້ນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.
ຍສໝ - ທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດໃນປີ 2023 ຈຳນວນ 5 ຄົນ ແມ່ນມາຈາກລາວ, ມາເລເຊຍ, ອົດສະຕາລີ, ເຢຍລະມັນ, ແບນຊິກ. ນີ້ແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ໄດ້ປະກອບສ່ວນຊ່ວຍເຫຼືອການເຊີດຊູ ແລະ ເຜີຍແຜ່ພາສາຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ໄປທົ່ວໂລກ.
ຍສໝ - ວັນທີ 25 ທັນວານີ້, ສະຖາບັນພົວພັນຕ່າງປະເທດ ໄດ້ຈັດພິທີປະກາດຂໍ້ຕົກລົງຮັບຮອງເອົາບັນດາຜູ້ບັນລຸມາດຕະຖານນາມມະຍົດສາດສະດາຈານ ແລະ ມອບຂໍ້ຕົກລົງແຕ່ງຕັ້ງນາມມະຍົດສາດສະດາຈານ ປີ 2023. ໃນນັ້ນ, ທ່ານ ດັ້ງຮວ່າງລິງ ໄດ້ກາຍເປັນສາດສະດາຈານຜູ້ທຳອິດຂອງພາກວິຊາເສດຖະສາດສາກົນ ແລະ ເປັນໜຶ່ງໃນຈຳນວນ 5 ຄົນຈາກສະຖາບັນທີ່ໄດ້ຮັບການມອບນາມມະຍົດທີ່ລ້ຳຄ່ານີ້.
ຍສໝ - ລີ່ມແຕ່ວັນທີ 31 ມັງກອນ - 02 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ໋ງເຊີນ ຈະເຂົ້າຮ່ວມ ເວທີປາໄສຂັ້ນລັດຖະມົນຕີ ພາກພຶ້ນມະຫາສະໝຸດອິນເດຍ - ປາຊີຟິກ (IPMF) ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ເອີຣົບ (AEMM) ຄັ້ງທີ 24 ຕາມຄຳເຊີນຂອງ ທ່ານຮອງປະທານຄະນະກຳມະການເອີຣົບ ທັງເປັນຜູ້ຕາງໜ້າຂັ້ນສູງສະຫະພາບເອີຣົບ ກ່ຽວກັບນະໂຍບາຍດ້ານຄວາມປອດໄພ ແລະ ການຕ່າງປະເທດ, Joseph Borrell, ສົບທົບກັບການຢ້ຽມຢາມ, ເຮັດວຽກ ຢູ່ແບຣນຊິກ.
ຍສໝ - ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບແບບພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການສົມທົບກັນປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2023.
ຍສໝ - ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ຍອດຈຳນວນເງິນໂອນໄປນະຄອນໂຮ່ຈິມິນໃນປີ 2023 ຍັງຄົງຮັກສາລະດັບເຕີບໂຕທີ່ດີ, ບັນລຸເກືອບ 9,5 ຕື້ USD. ໃນນັ້ນ, ປະລິມານການໂອນເງິນຈາກອາຊີກວມອັດຕາສ່ວນສູງທີ່ສຸດ, ເຖິງ 50,5% ແລະ ເພີ່ມຂຶ້ນ 143,8% ເມື່ອທຽບໃສ່ທ້າຍປີ 2022.
ຍສໝ - ຄຳເຫັນດັ່ງກ່າວໄດ້ກ່າວໃນບົດລາຍງານ “ການປັບປຸງສະພາບການເສດຖະກິດມະຫາພາກ ຂອງຫວຽດນາມ ເດືອນຕຸລາ 2023” ໂດຍທະນາຄານໂລກ (WB) ປະຈຳຫວຽດນາມ ຈັດພິມໃນວັນທີ 22 ພະຈິກ.
ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.
ຍສໝ - ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນຝູ໋ກວກ, ແຂວງ ກຽນຢາງ, ຄະນະໂຄສະນາສຶກສາແຂວງ ກຽນຢາງ ໄດ້ສົມທົບກັບກອງບັນຊາການກອງທັບເຮືອ ເຂດ 5 ຈັດຕັ້ງພິທີສະຫຼຸບ ແລະ ມອບລາງການແຂ່ງຂັນຂຽນ ດ້ວຍຫົວຂໍ້ “ວຽກງານຂ່າວສານການຕ່າງປະເທດ; ການໂຄສະນາກ່ຽວກັບທະເລ, ໝູ່ເກາະ ແລະ ຊາຍແດນດິນຕໍ່ແຜ່ນ" ແຂວງ ກຽນຢາງ ໃນປີ 2023.
ຍສໝ - ວັນທີ 15 ມັງກອນ, ທີ່ກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຮ່າງກົດໝາຍວ່າດ້ວຍທີ່ດິນແດນ (ສະບັບປັບປຸງ) ທີ່ຍື່ນສະເໜີ ໄດ້ຮັບການປັບປຸງບັນດາຂໍ້ກຳນົດກ່ຽວກັບສິດ ແລະ ພັນທະກ່ຽວກັບການນຳໃຊ້ທີ່ດິນຂອງຊາວ ຫວຽດນາມ ທີ່ໄປຕັ້ງຖິ່ນຖານຢູ່ຕ່າງປະເທດ.
ຍສໝ - ຕາມຂ່າວສານຫວຽດນາມ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນເປັນປະຫວັດການ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກນີ້ແມ່ນຫຼັກຖານສະແດງເຖິງການດຶງດູດການເພີ່ມຂຶ້ນຂອງອຸດສາຫະກໍາການທ່ອງທ່ຽວ "ປະເທດລ້ານຊ້າງ" ຕໍ່ກັບນັກທ່ອງທ່ຽວສາກົນ.
ຍສໝ - ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລິວກວາງ ໄດ້ເຊັນຂໍ້ຕົກລົງເລກທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າທີ່ ແລະ ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ.
ຍສໝ - ວັນທີ 7 ມັງກອນ, ຄະນະກໍາມະການປະຊາຊົນເທດສະບານ ແທ້ງອ່ານ (ເມືອງ ວີ້ງແທ້ງ, ນະຄອນ ເກີ່ນເທີ) ໄດ້ສົມທົບກັບກຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (VK) ສະຫຼອງເປີດຂົວມິດຕະພາບ VK 282.
ຍສໝ - ວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) - ອົງການປະຈໍາຄະນະກຳມະການວຽກງານຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (ຄະນະກໍາມະການ) ໄດ້ມອບໃບຍ້ອງຍໍໃຫ້ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ການຮັບປະກັນຊີວິດ ສັງຄົມຂອງ ຫວຽດນາມ ໃນປີ 2023.
ຍສໝ - ບົດລາຍງານກ່ຽວກັບສະພາບການດຶງດູດເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໃນປີ 2023, ກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: ມາຮອດວັນທີ 20 ທັນວາ 2023, ຍອດຈຳນວນທຶນຈົດທະບຽນຢູ່ຫວຽດນາມ ບັນລຸກວ່າ 36,6 ຕື້ USD, ເພີ່ມຂຶ້ນ 32.1% ເມື່ອທຽບກັບໄລຍະດຽວກັນ.