Future Queenslanders: ສະໜອງຄວາມຮູ້, ຄວາມຊຳນິຊຳນານ ໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ໃໝ່ຢູ່ ອົດສະຕາລີ

00:00 | 19/03/2024

ຍສໝ - ​ແຕ່​ເດືອນ ​ມັງກອນ ​ຫາ​ ເດືອນ​ ມີນາ 2024, ສະມາຄົມ​ນັກ​ສຶກສາ​ ຫວຽດນາມ ຢູ່ Queensland, ອົດ​ສະ​ຕາ​ລີ (AVSQ) ​ໄດ້​ຈັດ​ຕັ້ງ​ໂຄງການ “Future Queenslanders” ເພື່ອສະໜອງ​ຄວາມ​ຮູ້ ແລະ ຄວາມຊຳນິຊຳນານທີ່ນັກ​ສຶກສາ​​ດຳລົງ​ຊີວິດ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ ຕ້ອງມີເພື່ອ​ສາມາດທຳຄວາມລື້ງເຄີຍການດຳລົງຊີວິດ​ໄປຮຽນຢູ່ຕ່າງປະເທດ.

ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ. ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.
ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ

ຜູ້ຄຸ້ມຄອງ ຫງວຽນກວາງແອງ, ຫົວໜ້າໂຄງການ Future Queenslanders ໃຫ້ຮູ້ວ່າ ໂຄງການດັ່ງກ່າວ ເປັນການສົມທົບລະຫວາ່ງບັນດາຄວາມຮູ້ທີ່ມີປະໂຫຍດ, ກິດຈະກຳຕົວຈິງ ແລະ ເກມທີ່ໜ້າສົນໃຈ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂຄງການ​ຂໍ້​ມູນ​ທີ່​ງ່າຍດາຍ​ເທົ່າ​ນັ້ນ, ຫາກ​ຍັງແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ນັກສຶກສາຕ່າງປະເທດ​ ຫວຽດນາມ ຢູ່ Queensland ທຳຄວາມຮູ້ຈັກ ແລະ ໃກ້ຊິດ​ກວ່າ​ອີກ. ເຫດການ ກໍຂ່ຳນັບຮັບຕ້ອນຊາວ​ ຫວຽດນາມ ​ທີ່​ແຕກ​ຕ່າງ​ກັນ​ຈາກບັນດານັກສຶກສາຕ່າງປະເທດທີ່​ມີ​ມາ​ແຕ່​ດົນ​ນານ​ເຖິງ​ຜູ້​ທີ່​ໄປ​ເຮັດ​ວຽກ​ຢູ່ Queensland.

Future Queenslanders: ສະໜອງຄວາມຮູ້, ຄວາມຊຳນິຊຳນານ ໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ໃໝ່ຢູ່ ອົດສະຕາລີ

ບັນດານັກສຶກສາຕ່າງປະເທດ ແບ່ງປັນຄວາມຮູ້ກໍຄືປະສົບການຕົວຈິງ ເມື່ອໄປຮຽນຢູ່ ອົດສະຕາລີ. (ພາບ: AVSQ)

Queensland ຮູ້ທຸກຢ່າງ ແມ່ນ​ເຫດການ​ທຳ​ອິດ​ ທີ່ໄດ້ຈັດຕັ້ງຢູ່​ ຫວຽດນາມ ​ເພື່ອ​ແນະນຳກັບບັນດານັກຮຽນ ຫວຽດນາມ ກ່ຽວກັບ Queensland ເວົ້າລວມ ແລະ ນະຄອນ Brisbane ​ເວົ້າ​ສະ​ເພາະ. ພ້ອມກັນນັ້ນ ຍົກ​ອອກບັນດາຂໍ້ມູນທີ່ມີປະໂຫຍດກ່ຽວກັບຊີວິດຂອງນັກສຶກສາຕ່າງປະເທດຄົນໜຶ່ງທີ່ແທ້ຈິງອ້ອມແອ້ມບັນດາຫົວຂໍ້ຕົ້ນຕໍ: ຊີວິດ, ຮຳຮຽນ ແລະ ວຽກເຮັດ.

AVSQ O-Week ໄດ້ຈັດຕັ້ງຢູ່ນະຄອນ Brisbane ເພື່ອແບ່ງປັນຄວາມຮູ້ ກໍຄືປະສົບການຄວາມເປັນຈິງໃຫ້ແກ່ນັກສຶກສາຕ່າງປະເທດ ຫວຽດນາມ ເມື່ອພວກເຂົາມາຮອດນະຄອນ Brisbane ຄັ້ງທໍາອິດ. ເຫດການດັ່ງກ່າວໄດ້ແກ່ຍາວເປັນເວລາ 1 ອາທິດ ໂດຍມີ 3 ວັນແບ່ງປັນ (19 ກຸມພາ, 22 ກຸມພາ ແລະ 25 ກຸມພາ). ທີ່ນີ້, ນັກສຶກສາໄດ້ຟັງຂໍ້ມູນມີຜົນປະໂຫຍດຈາກນັກສຶກສາຕ່າງປະເທດທີ່ມີເວລາຮຳຮຽນ, ດໍາລົງຊີວິດ ແລະ ເຮັດວຽກຢູ່ໃນນະຄອນ Brisbane ເມື່ອປະສົມກັບບັນຫາທາງດ້ານການເງິນ ຫຼື ສຸຂະພາບ, ບັນດາຂໍ້ມຸ່ນ ກໍຄືວິທີຮຽນຢູ່ໂຮງຮຽນ, ວິທີຂຽນບົດຫັດແຕ່ງຈົບຊັ້ນໃຫ້ງ່າຍ...

ຈໍຫງວຽນ ກັບບ້ານ ແມ່ນເຫັດການທີ່ສຸດ​ທ້າຍກັບບັນດາການ​ເຄື່ອນ​ໄຫວບັນ​ເທິງ ແລະ ການ​ເຄື່ອນ​ໄຫວກຳລັງກາຍ ເພື່ອ​ເຊື່ອມ​ໂຍງ​ສະໜິດຕິດພັນສະມາຄົມນັກຮຽນ, ນັກສຶກສາ ຫວຽດນາມ ຢູ່ ອົດ​ສະ​ຕາ​ລີ ຜ່ານ​ບັນດາການຫຼິ້ນປິດສະກິລາ. 40 ກວ່າ​ຄົນ​ແບ່ງ​ອອກ​ເປັນ 8 ທີມ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເສັງວັນນະຄະດີ​ ແລະ ເສັງດ້ານການທະຫານ ການແຂ່ງຂັນ​ເສັງວັນນະຄະດີ​ ແມ່ນໜ້າທີ່ປິດສະທີ່ກ່ຽວຂ້ອງກັບງານວາງສະແດງທີ່ພິພິທະພັນ Queensland ແລະ ງານວາງສະແດງສິລະປະ Queensland. ການ​ແຂ່ງ​ຂັນເສັງດ້ານການທະຫານປະ​ກອບ​ມີ​ເກມ​ກິ​ລາ​ເຊັ່ນ​: ເຕັ້ນເຊືອກ, ເຕັ້ນກະສອບ ແລະ ​ແລ່ນ zigzag ...

“ໂດຍຜ່ານ Future Queenslanders, ສະມາຄົມນັກສຶກສາ ຫວຽດນາມ ຢູ່ Queensland, ອົດສະຕຣາລີ, ຢາກນຳມາໃຫ້ຜູ້ເຂົ້າຮ່ວມ, ພິເສດແມ່ນນັກສຶກສາຕ່າງປະເທດໃໝ່ມາ ອົດສະຕາລີ ບັນດາປະສົບການທີ່ໜ້າຈົດຈຳທີ່ສຸດ. ຫວັງ​ວ່າ​ຜ່ານ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້, ນັກ​ສຶກສາ​ ຈະ​ມີ​ເພື່ອນ​ມິດ​ໃໝ່, ສ່ວນ​ໜຶ່ງ​ເຂົ້າ​ໃຈ​ຊີວິດ​ຂອງ​ນັກ​ສຶກຕ່າງປະເທດ ແລະ ມີຄວາມຮູ້ສຶກໄດ້ຕິດພັນກັບບັນດານັກ​ສຶກຕ່າງປະເທດ ຫວຽດນາມ ອື່ນໆ”, ຜູ້​ຄຸ້ມຄອງ ຫງວຽນກວາງແອງ ກ່າວ.

ມິງດຶກ

ເຫດການ
302 Found

Found

The document has moved here.