ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

11:46 | 13/03/2024

ຍສໝ - ໂດຍເຂົ້າຮ່ວມເຄື່ອນໄຫວບັນດາກິດຈະກໍາຊຸມຊົນ; ມອບດອກໄມ້, ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ... ແມ່ນປະສົບການທີ່ໜ້າສົນໃຈຂອງນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນໜຶ່ງທີ່ຮຽນຢູ່ ສສ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ).

ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ ເພີ່ມລະດັບການສະຫນັບສະຫນູນລາຍບ້ວງຈ່າຍບຳລຸງສ້າງສໍາລັບນັກສຶກສາ ລາວ ແລະ ກໍາປູເຈຍ
ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ

ໃນຕອນ​ເຊົ້າ​ຂອງວັນ​ທີ 8 ມີນາ​ນີ້, Hul Sovannthyda (ມີຊື່ຫຼີ້ນວ່າ Da, ອາຍຸ 23 ປີ, ເປັນນັກ​ສຶກສາ​ກຳປູ​ເຈຍ​ຢູ່​ມະຫາວິທະຍາ​ໄລສັບພະວິຊາ ​ຮ່າ​ໂນ້ຍ) ​ໄດ້ຕື່ນນອນແຕ່ເຊົ້າກວ່າທຸກໆມື້. ນຸ່ງເສື້ອຂາວ ແລະ ໂສ້ງດຳ, Da ໄດ້ໄປຮ້ານດອກໄມ້ ໃກ້ສວນສາທາລະນະຖົງເຍິດ ເພື່ອເລືອກຊໍ່ດອກໄມ້ທີ່ງາມທີ່ສຸດ. Daໄດ້ມອບຊໍ່ດອກ​ໄມ້ທີ່ງົດງາມ​ນີ້​ໃຫ້ແກ່ ​ທ່ານນາງ Chea Kimtha ເອກ​ອັກຄະ​ລັດຖະທູດ​ວິສາມັນ​ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ​ກຳປູ​ເຈຍ ປະຈຳ ສສ ຫວຽດນາມ, ພ້ອມດ້ວຍລ່າມແປ​ພາສາ ​ແລະ ແມ່ຄົວ​ຂອງ​ສະຖານທູດ ເພື່ອອວຍພອນວັນແມ່ຍິງສາກົນ.

Hul Sovannthyda (ngoài cùng, bên trái) chúc mừng Đại sứ Campuchia tại Việt Nam Chea Kimtha (thứ ba, từ trái sang) nhân ngày Quốc tế Phụ nữ 8/3. (Ảnh: NVCC) ຮູນສຸວັນທິດາ (ທາງຂອບສຸດ, ເບື້ອງຊ້າຍ) ຊົມເຊີຍ ທ່ານ ແຈອາກິມທາ ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ (ທີ່ສາມ, ນັບແຕ່ເບື້ອງຊ້າຍມາ) ເນື່ອງໃນວັນແມ່ຍິງສາກົນ 8 ມີນາ. (ພາບ: NVCC)

Hul Sovannthyda (ທາງຂອບສຸດ, ເບື້ອງຊ້າຍ) ຊົມເຊີຍ ທ່ານນາງ Chea Kimtha ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ (ທີສາມ, ນັບແຕ່ເບື້ອງຊ້າຍມາ) ເນື່ອງໃນວັນແມ່ຍິງສາກົນ 8 ມີນາ. (ພາບ: NVCC)

“ດອກໄມ້ຈະເປັນສິ່ງແທນຄໍາເວົ້າຂອງນ້ອງທີ່ສະແດງເຖິງຄວາມຮັກແພງຕໍ່ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ແລະ ທຸກໆຄົນທີ່ຢູ່ອ້ອມຂ້າງ. ນ້ອງຂໍຂອບໃຈ ທ່ານນາງ Chea Kimtha ທີ່ເພີ່ນໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນນ້ອງ ແລະ ບັນດາເພື່ອນນັກສຶກສາຕ່າງປະເທດຄົນອື່ນໆ ຫຼາຍດ້ານໃນ​ໄລ​ຍະ​ທີ່​ພວກ​ເຮົາ​ຮຽນ​ຢູ່ ສສ ​ຫວຽດ​ນາມ”, Da ແບ່ງປັນ.

ກ່ອນ​ໜ້າ​ນັ້ນ, Da ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່​ຍິງ​ສາກົນແມ່ນງານ​ມະໂຫລານ “ຟ້ອນ​ສັນຕິພາບ - ມິດຕະພາບ” ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ມີນາ ຢູ່ທີ່​ປະຕູໂຂງ​ສວນສາທາລະນະ ຖົງເຍິດ (ຖະໜົນ ​ເຈີ່ນ​ເຍີນ​ຕົງ, ​ເມືອງ ຮາຍ​ບ່າ​ຈຶງ, ຮ່າ​ໂນ້ຍ). ງານດັ່ງກ່າວແມ່ນເພື່ອແນໃສ່ກຸ່ມການເຄື່ອນ​ໄຫວ​ຂອງ​ບຸນ “ແມ່ຍິງນະຄອນຫຼວງ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ” ປີ 2024 ​ໂດຍ​ສະຫະພັນ​ແມ່ຍິງ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ. Da ພ້ອມດ້ວຍນັກສຶກສາກໍາປູເຈຍ 5 ຄົນ ​ໄດ້​​ສະ​ແດງລາຍການ "Roh Bam Kous Lord" ຫຼັງ​ຈາກທີ່ຝຶກຊ້ອມໄດ້​ປະ​ມານ 2 ເດືອນ​.

ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ດາ (ແຖວເທິງສຸດເບື້ອງຂວາ) ແລະ ນັກສຶກສາ ກຳປູເຈຍ ສະແດງຢູ່ໃນງານສະເຫຼີມສະຫຼອງ “ຟ້ອນແຫ່ງສັນຕິພາບ - ມິດຕະພາບ”. (ພາບ: NVCC)

Da ກ່າວ​ວ່າ ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ນາງ​ໄດ້​ເຂົ້າ​ຮ່ວມ​ການ​ສະ​ແດງໃນເຫດການສະເຫຼີມສະຫຼອງ​ວັນ​ແມ່​ຍິງ​ສາ​ກົນ. ສິ່ງ​ທີ່​ເຮັດ​ໃຫ້ນາງດີ​ໃຈ​ທີ່​ສຸດ​ແມ່ນ​ໄດ້​ແນະນຳ​ບັນດາ​ບົດ​ຟ້ອນ​ພື້ນ​ເມືອງ​ຂອງ​ກຳປູ​ເຈຍ ​ຕໍ່ບັນດາ​ເພື່ອນ​ມິດ​ຫວຽດນາມ ​ແລະ ສາກົນ.

ໃນ​ໄລ​ຍະ​ຮຽນ​ມັດ​ທະ​ຍົມ​ຕອນປາຍ ​ຢູ່​ປະ​ເທດ​ກຳ​ປູ​ເຈຍ, Da ໄດ້​ພັກໂຮງ​ຮຽນ​ໃນ​ວັນ​ທີ 8 ມີ​ນາ, ແຕ່​ບັນ​ຍາ​ກາດ​ບໍ່​ໄດ້​ແຕກ​ຕ່າງ​ຈາກ​ມື້​ປົກ​ກະ​ຕິຫຼາຍປານໃດ. ມາຮໍ່າ​ຮຽນຢູ່ທີ່ປະເທດຫວຽດນາມ, Da ຈິ່ງ​ຮູ້ສຶກໄດ້​ເຖິງ​ຄວາມ​ແຕກ​ຕ່າງ​ເມື່ອ​ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ດອກ​ໄມ້​ສົດ; ເອື້ອຍນ້ອງແມ່ຍິງໃສ່ຊຸດປະຈໍາຊາດຂອງຫວຽດນາມ ເພື່ອ​ຖ່າຍຮູບຕ່າງໆຢ່າງງົດງາມຢູ່ບັນດາບ່ອນນັດພົບທີ່ຄຸ້ນເຄີຍໃນ​ຮ່າ​ໂນ້ຍ, ​ໄດ້​ຮັບດອກ​ໄມ້ ​ແລະ ຂອງຂວັນ...

“ສຳ​ລັບນ້ອງແລ້ວ, ແມ່​ຍິງ​ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ຊາວ​ຫວຽດ​ນາມ ເວົ້າ​ສະ​ເພາະແມ່ນເປັນຄົນເປີດເຜີຍ, ເຂົ້າ​ກັນໄດ້ງ່າຍ ແລະ ອົບ​ອຸ່ນ. ນ້ອງຂໍ​ອວຍ​ພອນ​ໃຫ້​ບັນດາແມ່ເຖົ້າ, ແມ່, ຄູ​ອາ​ຈານຍິງ, ໝູ່ເພື່ອນຍິງ​ທຸກ​ຄົນ... ​ຈົ່ງ​ມີຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ມີແຕ່ຄວາມຜາສຸກ,” Da ກ່າວ​.

ລັດສະໝີ ໄຊພູຫຼວງ (ອາຍຸ 18 ປີ, ນັກສຶກສາລາວ, ຮຽນຢູ່ໂຮງຮຽນມິດຕະພາບ 80) ໄດ້ກ່າວວ່າ, ຢູ່ໂຮງຮຽນ ນ້ອງໄດ້ເຂົ້າຮ່ວມຫຼາຍກິດຈະກຳທີ່ເຊີດຊູແມ່ຍິງເຊັ່ນ: ມອບດອກໄມ້ໃຫ້ຄູອາຈານຍິງ, ຊອກຮູ້ກ່ຽວກັບຄວາມໝາຍຂອງວັນບຸນທີ່ພິເສດນີ້... ນອກຈາກນັ້ນ, ນັກຮຽນຍິງຄົນລາວ ກໍ່ມີຄວາມປະທັບໃຈເປັນພິເສດກັບບັນຍາກາດທີ່ຄຶກຄື້ນຄືວັນບຸນ ແຕ່ກໍ່ຍັງອົບອຸ່ນ ແລະ ບາງເທື່ອກໍ່ຄືວ່າເປັນ “ວັນແຫ່ງຄວາມຮັກທີສອງ”.

Latsamy Saiphouluong, sinh viên Lào đang học tập tại Trường Hữu nghị 80 trong tà áo dài Việt Nam. (Ảnh: NVCC) ລັດສະໝີ ໄຊພູຫຼວງ ນັກສຶກສາລາວຮຽນຢູ່ໂຮງຮຽນມິດຕະພາບ 80 ຢູ່ຫວຽດນາມ ao ໃນຊຸດປະຈໍາຊາດຂອງຫວຽດນາມ (ພາບ: NVCC)

ລັດສະໝີ ໄຊພູຫຼວງ ນັກສຶກສາລາວ ຮຽນຢູ່ໂຮງຮຽນມິດຕະພາບ 80 ຢູ່ຫວຽດນາມ ມາໃນຊຸດປະຈໍາຊາດຂອງຫວຽດນາມ (ພາບ: NVCC)

“ນີ້​ແມ່ນ​ຄັ້ງ​ທີ 2 ທີ່ນ້ອງສະ​ເຫຼີມ​ສະ​ຫຼອງ​ວັນ​ແມ່​ຍິງ​ສາ​ກົນ 8 ມີນາ ຢູ່ປະເທດ​ຫວຽດ​ນາມ, ນ້ອງເຫັນ​ວ່າ​ບັນ​ຍາ​ກາດ​ວັນ​ທີ 8 ມີນາ ເປັນ​ຄືວັນ​ບຸນ, ຢູ່​ທົ່ວ​ທຸກ​ແຫ່ງ​ເຕັມ​ໄປ​ດ້ວຍ​ດອກ​ໄມ້​ສົດທີ່ສີສັນຫຼາກຫຼາຍ, ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ສຸກປິຕິຍິນດີຕ້ອນ​ຮັບ​ວັນ​ນີ້, ພ້ອມ​ທັງ​ສົ່ງ​ຂອງ​ຂວັນ, ຄໍາອວຍພອນທີ່ມີຄວາມໝາຍໄປເຖິງບັນດາແມ່, ຍາດພີ່ນ້ອງ ແລະຄູອາຈານຍິງຂອງຕົນ.

ມີບາງຄັ້ງທີ່ນ້ອງຍັງເຫັນວັນທີ 8 ມີນາ ເປັນວັນແຫ່ງຄວາມຮັກອັນທີສອງ ເພາະທຸກຄົນຈະໃຊ້ເວລາຢູ່ຮ່ວມກັນ, ພ້ອມກັນແບ່ງປັນຊ່ວງເວລາທີ່ມີຄວາມສຸກ. ບັນດາຜູ້​ຊາຍ​ໃນ​ຄອບ​ຄົວ​ຈະ​ເຮັດ​ວຽກ​ບ້ານ​ເຊັ່ນ​: ປຸງ​ແຕ່ງ​ອາ​ຫານ​, ມ້ຽນມັດເຮືອນຊານ ... ເພື່ອ​ໃຫ້​ແມ່​ຍິງ​ໄດ້​ພັກ​ຜ່ອນ​. ສ່ວນຄົນທີ່ຍັງບໍ່ບໍ່ທັນມີຄອບຄົວກໍ່ຈະຊວນຄົນຮັກ, ຫຼືທີ່ຄົນຮັກແພງໄປຫຼິ້ນ, ມອບດອກໄມ້ ແລະ ຂອງຂວັນໃຫ້ກັນ”, ລັດສະໝີ ໄຊພູຫຼວງ ເລົ່າ.

ລັດສະໝີ ໄຊພູຫຼວງ ໄດ້ໃຫ້ຮູ້ວ່າ: “ເຖິງແມ່ນວ່າຢູ່ໄກບ້ານກໍ່ຕາມ, ແຕ່ນ້ອງກໍ່ຮູ້ສຶກອົບອຸ່ນຄືມີຍາດຕິພີ່ນ້ອງຢູ່ຄຽງຂ້າງ, ສຳລັບນ້ອງແລ້ວ, ບັນດາຄູອາຈານຍິງ ກໍ່ຄືແມ່ຜູ້ທີສອງ, ເນື່ອງໃນໂອກາດວັນທີ 8 ມີນາ, ນ້ອງຂໍອວຍພອນໃຫ້ແກ່ບັນດາຄູອາຈານຍິງ ຍາມໃດກໍ່ໜຸ່ມງາມ, ປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ເປັນວັນບຸນທີ່ມີຄວາມສຸກຫຼາຍໆ".

ນາຍົກລັດຖະມົນຕີພົບປະແມ່ຍິງຕົວແບບດີເດັ່ນເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ ນາຍົກລັດຖະມົນຕີພົບປະແມ່ຍິງຕົວແບບດີເດັ່ນເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ
ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.