ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາສຳເລັດຜົນ ແລະ ວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຜູ້ວ່າການ Saint Petersburg (ລັດເຊຍ) A.D. Beglov ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.
ຍສໝ - ກັບຄືນຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຕາມຄຳເຊີນຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ, ທ່ານ Petr Tsvetov, ຮອງປະທານຜູ້ທີໜຶ່ງຂອງສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ໄດ້ນຳມາເຊິ່ງຄວາມຊົງຈຳກ່ຽວກັບປະເທດທີ່ເຄີຍເສຍສະຫຼະຊີວິດເພື່ອຊາດ ແລະ ຄວາມມຸ່ງຫວັງຂອງລຸ້ນໜຸ່ມຂອງສອງປະເທດ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ແລະ ດ້ວຍຂໍ້ຕົກລົງຂອງອຳນາດການປົກຄອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສົ່ງທະຫານ 86 ຄົນເຂົ້າຮ່ວມຂະບວນແຫ່ຂະບວນສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ຢູ່ສະຫະພັນລັດເຊຍ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.
ຍສໝ - ເມື່ອບໍ່ດົນມານີ້, ກົງສຸນໃຫຍ່ຫວຽດນາມ ປະຈໍາ Ekaterinburg ສົມທົບກັບອຳນາດການປົກຄອງແຂວງ Tyumen (ສະຫະພັນລັດເຊຍ) ໄດ້ຈັດຕັ້ງເຫດການ “ວັນວັດທະນະທໍາຫວຽດນາມ ຢູ່ Tyumen” ເປັນຄັ້ງທຳອິດຢູ່ຫໍສາກົນ - ສູນປະຊຸມຂອງສວນເຕັກໂນໂລຢີ Tuymen. ນີ້ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ລັດເຊຍ.
ຍສໝ - ວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ຂອງອະດີດນັກສຶກສາມະຫາວິທະຍາໄລສັງລວມບໍ່ແຮ່ແຫ່ງຊາດ Moskva.
ຍສໝ - ຕອນເຊົ້າວັນທີ 14 ມັງກອນນີ້, ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ Mikhail Vladimirovich Mishustin ໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-15 ມັງກອນ 2025, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ.
ຍສໝ - ປະຊາຊົນສອງປະເທດ ແມ່ນປັດໄຈຢ່າງໝັ້ນແກ່ນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນຍາວນານ, ໝັ້ນແກ່ນ ແລະ ສາຍພົວພັນມິດແບບພິເສດລະຫວ່າງ ຫວຽດນາມ - ລັດເຊຍ
ຍສໝ - ຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ Kazan, ສະຫະພັນລັດເຊຍ ແຕ່ວັນທີ 23 – 24 ຕຸລາ 2024 ຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ປະທານກຸ່ມ BRICS ປີ 2024.
ຍສໝ - ວັນທີ 2-3 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນການຜະລິດ ແລະ ການຄ້າ Altai Sibiri ຈັດຕັ້ງການພົບປະ, ເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ຄະນະຜູ້ແທນວິສາຫະກິດແຂວງ Amur (ສະຫະພັນລັດເຊຍ).
ຍສໝ - ວັນທີ 15 ກັນຍາ 2024, ຢູ່ສະໜາມກິລາ Metallurg (ນະຄອນຫຼວງມົດສະກູ, ສະຫະພາບລັດເຊຍ) ໄດ້ດຳເນີນພິທີໄຂງານມະຫາກຳກິລານັກສຶກສາ ຫວຽດນາມ ຢູ່ລັດເຊຍ 2024 ໂດຍມີນັກກິລາ 600 ກວ່າຄົນທີ່ມາຈາກ 18 ອົງການຄະນະ, ສະມາຄົມເຂົ້າຮ່ວມງານມະຫະກຳດັ່ງກ່າວ.
ຍສໝ - ນັບແຕ່ວັນທີ 8 – 10 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມະການການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ລັດເຊຍ ຄັ້ງທີ 3. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ ໄດ້ຕອບສຳພາດຕໍ່ນັກຂ່າວຂອງ ນັກຂ່າວ ປະຈຳ ລັດເຊຍ ກ່ຽວກັບເປັ້າໝາຍ, ຄວາມໝາຍ ແລະ ຈຸດພົ້ນເດັ່ນຂອງການຢ້ຽມຢາມ.
ຍສໝ - ການພົບປະແລກປ່ຽນປະຊາຊົນບໍ່ພຽງແຕ່ຊ່ວຍຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງສ້າງກາລະໂອກາດໃໝ່ ເພື່ອປະຊາຊົນສອງປະເທດ ຫວຽດນາມ-ສະຫະພັນລັດເຊຍ ສະໜິດຕິດພັນກັນກ່ວາອີກ. ສະນັ້ນ ການຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຈຶ່ງມີບົດບາດສຳຄັນໃນການປະກອບສ່ວນ “ຮັກສາ” ການພົວພັນມິດຕະພາບ ຫວຽດນາມ-ສະຫະພັນລັດເຊຍ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄ່ອຍ ໃຫ້ຮູ້ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງທ່ານປະທານາທິບໍດີ ລັດເຊຍ V.Putin ແຕ່ວັນທີ 19-20 ມີຖຸນາ 2024.
ຍສໝ - ໃນສະພາບການຜັນແປຢ່າງສັບສົນໃນໂລກ ແລະ ພາກພື້ນ, ການປົກປັກຮັກສາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ໄດ້ຮັບການຜັນຂະຫຍາຍຜ່ານບັນດາຊ່ອງທາງການເມືອງລະດັບສູງ, ການທູດແຫ່ງລັດ ເທົ່ານັ້ນ ຫາກຍັງດຳເນີນຜ່ານບັນດາຊ່ອງທາງການທູດປະຊາຊົນອີກດ້ວຍ.
ຍສໝ - ນັກຂ່າວ ຫງວຽນດັງຟາດ, ຫົວໜ້າບັນນາທິການວາລະສານ ແບັກເຢືອງ, ເລຂາທິການສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນລັດເຊຍ ໃຫ້ຮູ້ຄືແນວນັ້ນເມື່ອໂອ້ລົມກັບນັກຂ່າວໃນໂອກາດທີ່ທ່ານປະທານາທິບໍດີລັດເຊຍ Putin ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 19 – 20 ມິຖຸນາ. ທ່ານ ຫງວຽນດັງຟາດ ແມ່ນອະດີດຫົວໜ້າພະແນກຂ່າວໂລກ, ສໍານັກຂ່າວສານ ຫວຽດນາມ ແລະອະດີດຫົວໜ້າອົງການຜູ້ຕາງໜ້າສໍານັກຂ່າວສານ ຫວຽດນາມ ປະຈຳລັດເຊຍ.
ຍສໝ - ໃນວັນທີ 5 ສິງຫານີ້ ຢູ່ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາສະຫະພັນລັດເຊຍ, ໄດ້ຈັດກອງປະຊຸມພົບປະຄັ້ງທີ 52 ຂອງສະມາຄົມນັກຮົບເກົ່າລັດເຊຍ ທີ່ເຄີຍເຮັດວຽກຢູ່ຫວຽດນາມ ໃນໄລຍະສົງຄາມ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ການຢ້ຽມຢາມລັດເຊຍຂອງ ທ່ານຮອງລັດຖະມົນຕີິ ຫງວຽນວັນຮຸ່ງ ໄດ້ດຳເນີນແລະ ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍດ້ານ, ເປີດຂີດໝາຍໃໝ່ໃນການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ລະຫວ່າງ 2 ປະເທດ ຫວຽດນາມ - ລັດເຊຍ. ທ່ານ ນາງ ຫງວຽນເຟືອງຮວ່າ, ຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໃຫ້ຮູ້ວ່າ.
ຍສໝ - ເຂົ້າຮ່ວມລາຍການ, ຝ່າຍຫວຽດນາມ ໂດຍມີທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ; ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳສະຫະພັນລັດເຊຍ ດັ້ງມິງຄອຍ. ຝ່າຍສະຫະພັນລັດເຊຍ, ມີທ່ານ ໂບນຕີນ ຟີດໍ (Boltin Fedor) ປະທານຄະນະກຳມະການວັດທະນະທຳນະຄອນເຊນປີເຕີເບີກ (St.Petersburg). ທ່ານ ການກາໂນບ ວີຢາກຈິລາບ (Kalganov Vyacheslav), ຮອງປະທານຄະນະກຳມະການການຕ່າງປະເທດນະຄອນ ເຊນປີເຕີເບີກ. ພ້ອມກັບການເຂົ້າຮ່ວມຂອງຜູ້ຊົມຊາວລັດເຊຍ ແລະ ຊາວຫວຽດນາມ ຢູ່ນະຄອນ ເຊນປີເຕີເບີກ ເປັນຈຳນວນຫຼວງຫຼາຍ.
ຍສໝ - ການຢ້ຽມຢາມ ຫວຽດນາມ ທາງລັດຖະກິດຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຮັບຖືວ່າຈະສ້າງພະລັງແຮງໃໝ່ໃຫ້ການພົວພັນສອງຝ່າຍບົນພື້ນຖານຄວາມຮັກແພງ ແລະ ການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງ 2 ປະເທດ.