ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ແລະ 64 ປີແຫ່ງວັນໄຊຊະນະ Giron (1961 – 2025).
ຍສໝ - ວັນທີ 30 ເມສາ 1975, ແມ່ນຈຸດເວລາປະຫວັດສາດທີ່ ຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສິ້ນເຊີງ, ໂຮມປະເທດຊາດເປັນເອກະພາບ, ໄດ້ຝາກຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນຄວາມຊົງຈຳຂອງບັນດາເພື່ອນມິດສາກົນ.
ຍສໝ - ເຖິງວ່າຫ່າງຈາກໂລກໄປເຄິ່ງໜຶ່ງ, ແຕ່ຫວຽດນາມ ແລະ ກູບາ ຍາມໃດກໍ່ຢືນຄຽງຂ້າງກັນໃນການຕໍ່ສູ້ເພື່ອເອກະລາດ, ເສລີພາບ. ໃນນ້ຳໃຈມິດຕະພາບທີ່ໝັ້ນຄົງນັ້ນ, ຂຸນເສິກທີ່ເປັນຜູ້ຍິງ ຫງວຽນທິດີ້ງ ບໍ່ພຽງແຕ່ແມ່ນພະຍານຫຼັກແຫຼ່ງເທົ່ານັ້ນ ຫາກຍັງແມ່ນສັນຍາລັກ, ແມ່ນເພື່ອນມິດທີ່ຍິ່ງໃຫຍ່, ໄດ້ຮັບຄວາມຮັກແພງ, ເຄົາລົບຈາກປະຊາຊົນ ກູບາ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຈົດຈຳນ້ຳໃຈສາມັກຄີ, ການສະໜັບສະໜູນ ທີ່ກູບາ ສະຫງວນໃຫ້ ຫວຽດນາມ...
ຍສໝ - ການພົວພັນກູບາ ແລະຫວຽດນາມ ແມ່ນຕົວຢ່າງສຸດຍອດກ່ຽວກັບວິທີສ້າງໂລກທີ່ດີງາມກວ່າດ້ວຍຄວາມສາມັກຄີ ແລະການຮ່ວມມື...
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ວັນທີ 19 ກຸມພາ, ຢູ່ La Habana, ທ່ານ Bruno Rodríguez Parrilla ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຊິ່ງທ່ານໄດ້ຮັບການຕ້ອນຮັບດ້ວຍ “ນ້ຳໃຈຮັກແພງແຂກຄົນຢ່າງສຸດຈິດສຸດໃຈ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໜູນຊ່ວຍ ກູບາ ບັນລຸເກີນກາຍຄາດໝາຍທັງໝົດ”.
ຍສໝ - ສະຫາຍເລຂາທິການໃຫຍ່ ໂຕເລິມ ຢືນຢັນຫຼັກໝັ້ນຂອງຫວຽດນາມ ໃນການສະໜັບສະໜູນບັນດາມະຕິຂອງສະພາສະຫະປະຊາຊາດ ໃນການຮຽກຮ້ອງໃຫ້ຢຸດຕິການຂວ້ຳບາດຕໍ່ ກູບາ ຄືນໃໝ່.
ການແບ່ງປັນນີ້ແມ່ນ ເພື່ອແນໃສ່ຮັບຮູ້ ແລະຍົກໃຫ້ເຫັນການປະກອບສ່ວນອັນລ້ຳຄ່າຂອງທະຫານລຸງໂຮ່ ເຊິ່ງບໍ່ພຽງແຕ່ໃຫ້ແກ່ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນປະສົບການໃຫ້ແກ່ກໍາລັງປະກອບອາວຸດກູບາ ອີກດ້ວຍ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ທະຫານລຸງໂຮ່ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະຍາມໃດກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ ແລະປະຊາຊົນຫວຽດນາມ ຍ້ອນມີການປະກອບສ່ວນເຂົ້າໃນການພັດທະນາ ແລະປົກປັກຮັກສາອະທິປະໄຕຂອງປະເທດຊາດ. ທະຫານລຸງໂຮ່ ກໍ່ແມ່ນນາມມະຍົດອັນສູງສົ່ງ ເຊິ່ງປະຊາຊົນ ແລະກຳລັງປະກອບອາວຸດກູບາ ຮັກແພງ ແລະນິຍົມນັບຖື.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ສະຖານກົງສູນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ກູບາ ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝີນ, ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernandez ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 2-3 ພະຈິກ. ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.
ຍສໝ - ຕອນບ່າຍວັນທີ 2 ພະຈິກ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບທ່ານ Esteban Lazo Hernandez ກໍາມະການກົມການເມືອງພັກກອມມູນິດກູບາ, ປະທານສະພາແຫ່ງຊາດ ອໍານາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດກູບາ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນາມ.
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ariadne Feo Labrada, ກົງສູນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີໄດ້ຮັບການສົມທົບກັນເພື່ອຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈິມິນ (HUFO) ແລະ ສະຖານກົງສຸນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໃນວັນທີ 3 ຕຸລາ.
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.
ຍສໝ - ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 21 ກັນຍາ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ອາເມລິກາ ແລະ ໄປຢ້ຽມຢາມທາງລັດຖະກິດກູບາ ຕາມຄຳເຊີນຂອງສະຫາຍເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດສາທາລະນະລັດ ກູບາ Miguel Diaz Canel Bermudez ແລະ ພັນລະຍາ.
ຍສໝ - ທ່ານ Miguel Díaz-Canel Bermúdez ປະທານ ກູບາ ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງພັກກອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ກັບຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ຊັບສິນທີ່ເກີດຈາກພະຍຸລູກທີ 3 (ພາຍຸ Yagi).
ຍສໝ - ໃນຊຸມວັນຜ່ານມາ, ສື່ມວນຊົນກູບາ ລ້ວນແຕ່ໃຫ້ຂ່າວກ່ຽວກັບການຈາກໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ - ຜູ້ເປັນເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ - ກໍ່ຄືເນັ້ນໜັກເຖິງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ການຊຸກຍູ້ການພົວພັນມິດຕະພາບແບບພິເສດກູບາ - ຫວຽດນາມ. ບັນດາຮູບພາບຂອງທ່ານ ຫງວຽນຝູຈ້ອງ ໃນການພົບປະກັບການນໍາກູບາ ຄັ້ງຕ່າງໆກໍ່ປະກົດຢູ່ໜັງສຶພິມຫຼາຍສະບັບຂອງປະເທດເກາະ Caribe.
ຍສໝ - ສະມາຄົມມິດຕະພາບຫວຽດນາມ - ກູບາ ເຊື່ອໝັ້ນວ່າ ລັດຖະບານອາເມລິກາ ຍົກເລີກ ກູບາ ອອກຈາກ “ບັນຊີລາຍຊື່ບັນດາປະເທດບໍ່ຮ່ວມມືກັບບັນດາຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງອາເມລິກາ ໃນປີ 2023” ແມ່ນມີຄວາມຈຳເປັນແຕ່ບໍ່ຄົບຖ້ວນ.
ຍສໝ - ວັນທີ 27 ພຶດສະພາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ມະຫາວິທະຍາໄລ La Habana ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໄລຍະ 2024-2029, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ຫວຽດນາມ - ກູບາ.