ຂັ້ນຕອນການຂໍໃບຢັ້ງຢືນ ແລະ ການຂໍອະນຸຍາດນໍາທຶນ ເຂົ້າ-ອອກ ສປປ ລາວ

15:25 | 13/04/2021

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຂອງຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ຕ້ອງນໍາທຶນເຂົ້າມາ ສປປ ລາວ ແລະ ຕ້ອງສະເໜີຂໍຢັ້ງຢືນການນໍາເຂົ້າທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ນໍາທະນາຄານແຫ່ງ ສປປ ລາວ ເປັນປະຈໍາປີ ຈົນກວ່ານໍາເງິນທຶນເຂົ້າມາຄົບຖ້ວນຕາມທີ່ໄດ້ຮັບອະນຸຍາດລົງທຶນ.

ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ໃນ​ເດືອນ​ມັງ​ກອນ 2021 ເພີ່ມ​ຂຶ້​ນກວ່າ 45% ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ໃນ​ເດືອນ​ມັງ​ກອນ 2021 ເພີ່ມ​ຂຶ້​ນກວ່າ 45%
ເປັນ​ຫຍັງ ຫວຽດ​ນາມ​ນຳ​ເຂົ້າ​ເຂົ້າ​ສານ ຈາກ​ອິນ​ເດຍ? ເປັນ​ຫຍັງ ຫວຽດ​ນາມ​ນຳ​ເຂົ້າ​ເຂົ້າ​ສານ ຈາກ​ອິນ​ເດຍ?
ພາບປະກອບ
ພາບປະກອບ

ການນໍາທຶນ ເຂົ້າ-ອອກ ສປປ ລາວ ແມ່ນການນໍາທຶນຂອງ ນັກລົງທຶນ ຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດໃດໜຶ່ງທີ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ແລະ ການນໍາທຶນອອກໄປລົງທຶນໃນທຸລະກິດໃດໜຶ່ງທີ່ຖືກຕ້ອງຕາມກົດໝາຍ ຢູ່ຕ່າງປະເທດ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ ສປປ ລາວ. ການນໍາທຶນເຂົ້າ-ອອກ ຈະຕ້ອງໄດ້ຮັບການຢັ້ງຢືນການນໍາທຶນເຂົ້າມາລົງທຶນຢູ່ ສປປ ລາວ ແລະ ໄດ້ຮັບອະນຸຍາດນໍາທຶນອອກໄປລົງທຶນຢູ່ຕ່າງປະເທດ ຈາກທະນາຄານແຫ່ງ ສປປ ລາວ, ຊຶ່ງທຶນດັ່ງກ່າວ ປະກອບດ້ວຍ ທຶນທີ່ເປັນເງິນໂອນ ຜ່ານລະບົບທະນາຄານ, ທຶນເປັນວັດຖຸ ແລະ ທຶນເປັນເງິນສົດທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການນໍາທຶນເຂົ້າ-ອອກ ສປປ ລາວ ແລະ ການໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າກັບຕ່າງປະເທດສະບັບເລກທີ 453/ທຫລ, ລົງວັນທີ 30 ພຶດສະພາ 2019 ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ເຮັດໃຫ້ການເຄື່ອນໄຫວຂອງບຸກຄົນ,​ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຂອງຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ຕ້ອງນໍາທຶນເຂົ້າມາ ສປປ ລາວ ແລະ ຕ້ອງສະເໜີຂໍຢັ້ງຢືນການນໍາເຂົ້າທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ນໍາທະນາຄານແຫ່ງ ສປປ ລາວ ເປັນປະຈໍາປີ ຈົນກວ່ານໍານໍາເງິນທຶນເຂົ້າມາຄົບຖ້ວນຕາມທີ່ໄດ້ຮັບອະນຸຍາດລົງທຶນ, ຊຶ່ງການສະເໜີຂໍໃບຢັ້ງຢືນການນໍາທຶນເຂົ້າມາລົງທຶນຢູ່ ສປປ ລາວ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້: ໃບຄໍາຮ້ອງ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ; ສໍາເນົາທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ; ເອກະສານທີ່ກ່ຽວຂ້ອງຕາມແຕ່ລະກໍລະນີການນໍາທຶນເຂົ້າມາ ສປປ ລາວ ທີ່ໄດ້ກໍານົດໄວ້ໃນຂໍ້ ກ ແລະ ຂໍ້ ຂ ດັ່ງນີ້:

ກ. ການນໍາທຶນເຂົ້າ ທີ່ເປັນເງິນໂອນຜ່ານລະບົບທະນາຄານ ແລະ ເງິນສົດ

ໃບແຈ້ງເງິນເຂົ້າບັນຊີເງິນຝາກ ຫຼື ໃບລາຍງານບັນຊີສໍາຮອງ; ສໍາເນົາໃບອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ອອກໂດຍທະນາຄານແຫ່ງ ສປປ ລາວ (ກໍລະນີນໍາທຶນທີເປັນເງິນກູ້ເຂົ້າມາ); ໃບຢັ້ງຢືນການນໍາເງິນສົດຕິດຕົວຜູ້ໂດຍສານ ເຂົ້າ ສປປ ລາວ ຈາກເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຫຼື ດ່ານສາກົນ (ກໍາລະນີນໍາທຶນທີ່ເປັນເງິນສົດນໍາເຂົ້າມາ)

ຂ. ການນໍາທຶນເຂົ້າ ທີ່ເປັນວັດຖຸ

ສໍາເນົາໃບຢັ້ງຢືນການຊໍາລະຄ່າສິນຄ້າ; ສໍາເນົາໃບແຈ້ງພາສີນໍາເຂົ້າເປັນລາຍລະອຽດ.

ໝາຍເຫດ: ການຢັ້ງຢືນການນໍາທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ສໍາລັບຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຫຼື ຂຶ້ນທະບຽນວິສາຫະກິດ ຈາກຂະແໜງການກ່ຽວຂ້ອງຢູ່ສູນກາງ ສາມາດສະເໜີຂໍການຢັ້ງຢືນ ນໍາກົມນະໂບບາຍເງິນຕາ ທະນາຄານແຫ່ງ ສປປ ລາວ.

ສໍາລັບຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບອະນຸຍາດລົງທຶນ ຫຼື ຂຶ້ນທະບຽນວິີສາຫະກິດ ຈາກຂະແໜງການກ່ຽວຂ້ອງຢູ່ຂັ້ນແຂວງ ສາມາດສະເໜີຂໍການຢັ້ງຢືນນໍາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ທີ່ສໍານັກງານໃຫຍ່ຂອງຕົນຕັັ້ງຢູ່ພາຍໃຕ້ຂອບເຂດຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ປະຈໍາພາກນັ້ນ.

ການນໍາທຶນອອກໄປລົງທຶນ ຢູ່ຕ່າງປະເທດ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ ສປປ ລາວ ທີ່ມີຈຸດປະສົງນໍາທຶນ ຢູ່ຕ່າງປະເທດຕ້ອງສະເໜີຂໍອະນຸຍາດນໍາທຶນອອກໄປລົງທຶນຢູ່ຕ່າງປະເທດ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ໂດຍປະກອບເອກະສານ ດັ່ງລຸ່ມນີ້: ໃບຄໍາຮ້ອງ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ; ສໍາເນົາໃບອະນຸຍາດອອກໄປລົງທຶນຢູ່ຕ່າງປະເທດ ອອກໂດຍກະຊວງແຜນການ ແລະ ການລົງທຶນ (ກໍລະນີເປັນການລົງທຶນ ໂດຍກົງຢູ່ຕ່າງປະເທດ); ສໍາເນົາໃບອະນຸຍາດອອກໄປລົງທຶນໃນຫຼັກຊັບຢູ່ຕ່າງປະເທດ ອອກໂດຍສໍານັກງານຄຸ້ມຄອງຫຼັກຊັບ (ກໍລະນີເປັນການລົງທຶນໃນຫຼັກຊັບ ຢູ່ຕ່າງປະເທດ); ສໍາເນົາໃບອະນຸຍາດລົງທຶນຈາກຕ່າງປະເທດ ອອກໂດຍອົງການຈັດຕັ້ງທີ່ກ່ຽວຂ້ອງຂອງປະເທດທີ່ໄປລົງທຶນ (ຖ້າມີ); ສໍາເນົາໃບອະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ສໍາລັບນິຕິບຸກຄົນ); ສໍາເນົາໃບຢັ້ງຢືນການມອບພັນທະອາກອນປະຈໍາປີ; ແຜນການໂອນເງິນລົງທຶນອອກເປັນແຕ່ລະງວດ/ປີ ແລະ ວົງເງິນທີ່ຈະໂອນໄປລົງທຶນ; ສໍາເນົາໃບລາຍງາານບັນຊີສໍາຮອງຍ້ອນຫຼັງ 3 ປີ; ສໍາເນົາໃບຢັ້ງຢືນການນໍາທຶນເຂົ້າ ເພື່ອມາດໍາເນີນທຸລະກິດຢູ່ ສປປ ລາວ ປີຫຼ້າສຸດ (ສໍາລັບບຸກຄົນທີເປັນການລົງທຶນຈາກຕ່າງປະເທດ).

ວາລະສານ ຍຸກສະໄໝ  ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ  ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ, ລວມ​ມີ​ບັນ​ຫາ ປາ​ແລັດ​ສະ​ຕິນ.

ໄຊພອນ

ເຫດການ
302 Found

Found

The document has moved here.