ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”

12:33 | 25/03/2022

ຍສໝ - ຫວ່າງແລ້ວນີ້, ຄະນະ​ກຳມະການອົງການ​ກາ​ແດງ​ສູນ​ກາງ​ຫວຽດນາມ ​ໃຫ້​ຮູ້​ວ່າ ພາຍຫຼັງ 23 ປີ​ແຫ່ງ​ການ​ປະຕິບັດຂະບວນ​​ການ​ “​ເຕັດ​ເພື່ອ​ຜູ້​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ”, ສະມາຄົມ​ທັງ​ໄດ້​ມອບ​ຂອງຂວັນ​ກວ່າ 28,9 ລ້ານອັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ ​ແລະ ຜູ້ຖືກເຄາະຮ້າຍທາດ​ພິດ​ສີ​ສົ້ມ, ຜູ້​ປະສົບ​ເຄາະ​ຮ້າຍ, ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ​ໄພພິບັດ, ​ໂລກລະບາດ ​ແລະ ຄົນ​ດ້ອຍ​ໂອກາດ​ໃນ​ທົ່ວ​ປະ​ເທດ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 10.000 ຕື້​ດົ່ງ.

ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ
ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

ພິ​ເສດ​​ໃນຂະບວນ​​ການ​ “​ເຕັດໃຫ້​ຜູ້​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ລະດູບານ​ໃໝ່​ປີ​ເສືອ​ 2022, ສະມາຄົມ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ ​ໄດ້​ລະດົມ ​ແລະ ມອບ​ຂອງຂວັນ 2,5 ລ້ານ​ອັນ ໃຫ້​ຜູ້​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ອື່ນໆ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 1,100 ຕື້​ດົ່ງ.

ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”
ປະຊາຊົນທຸກຍາກນັບລ້ານຄົນ ໄດ້ຮັບການໜູນຊ່ວຍຈາກຂະບວນການ “ເຕັດເພື່ອຜູ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”. (ພາບ: baohoabinh)

ບັນດາຮູບ​ແບບ​ການ​ໜູນ​ຊ່ວຍ​ໂດຍ​ສະມາຄົມ​ທຸກ​ຂັ້ນ​ໄດ້ຜັນຂະຫຍາຍປະກອບມີ: ການ​ມອບ​ຂອງຂວັນ​ໂດຍ​ກົງ (​​ຂອງ​ຂວັນ​ປະກອບ​ມີ​ເງິນສົດ ​ແລະ ເຄືື່ອງຂອງ​ຕ່າງໆ) ​ແລະ ​ຮູບ​ແບບ​ການ​ໜູນ​ຊ່ວຍ​ອື່ນໆ (ສະໜັບສະໜູນ​ການ​ກໍ່ສ້າງ​ເຮືອນ​ຂອງ​ອົງການກາ​ແດງ; ການ​ສ້ອມ​ແປງ ​ແລະ ດັດແປງ​ເຮືອນ​ຢູ່; ການ​ສະໜອງ​ບັດ​ປະກັນ​ສຸຂະພາບ, ກວດ ​ແລະ ​ປິ່ນປົວ​ພະຍາດ​ມະນຸດສະທຳ; ​ໃຫ້​ທຶນການ​ສຶກສາ​ແກ່​ນັກຮຽນ​ທຸກ​ຍາກ​ທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ; ລ້ຽງ​ດູ​ຜູ້​ດ້ອຍ​ໂອກາດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ໂຄ​ວິດ-19;...). ພິ​ເສດ​ແມ່ນ ​ບັນດາ​ຮູບ​ແບບ​ຕະຫຼາດເຕັດ ​ເພື່ອ​ມະນຸດສະທຳ​ ສືບ​ຕໍ່​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ສະມາຄົມ​ທຸກ​ຂັ້ນ ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ, ​ແທດ​ເໝາະ​ກັບ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ຄື: ງານ​ຕະຫຼາດນັດ​ປີ​ໃໝ່​ມະນຸດສະທຳ, ຕະຫຼາດ​ສູນ​ດົງ, ຕະຫຼາດເຕັດ​ມະນຸດສະທຳ​​ເຄື່ອນ​ທີ່, ຖົງເຄື່ອງ​ຄອບຄົວ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.