ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

17:28 | 25/05/2021

ຍ​ສ​ໝ - ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ ສາດ​ສະ​ດາ​ຈານ, ປ.ອ ວິ​ທະ​ຍາ​ສາດ ຫງວຽນ​ຊວັນ​ທິ໊ງ - ປະ​ທານ ເຄືອ​ຂ່າຍ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ - ເຢຍ​ລະ​ມັນ ຕີ​ລາ​ຄາ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ບັນ​ລຸ​ໄດ້ຫຼາຍ​ຜົນ​ສຳ​ເລ​ັດ​ທີ່​ສຳ​ຄັນ.

ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ
ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ
ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV
ທ່ານ​ຫງວຽນ​ກວາງ​ແອັງ, ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ (ພາບ: TTXVN)

ເນື່ອງ​ໃນ​ໂອ​ກາດ​ເຫດ​ການ​ເລືອກ​ຕັ້ງ​ຜູ້​ແທນ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ XV ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2021 – 2026, ບັນ​ດາ​ຜູ້​ຕາ​ງ​ໜ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ ໄດ້​ແບ່ງ​ປັນ​ຄຳ​ເຫັນ​ຕີ​ລາ​ຄາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ - ສັງ​ຄົມ​ສຳ​ຄັນ​ນີ້ ແລະ ຝາກ​ຝັງ​ຄວາມ​ຫວັງ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່.

ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ ສາດ​ສະ​ດາ​ຈານ, ປ.ອ ວິ​ທະ​ຍາ​ສາດ ຫງວຽນ​ຊວັນ​ທິ໊ງ - ປະ​ທານ ເຄືອ​ຂ່າຍ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ - ເຢຍ​ລະ​ມັນ ຕີ​ລາ​ຄາ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ບັນ​ລຸ​ໄດ້ຫຼາຍ​ຜົນ​ສຳ​ເລ​ັດ​ທີ່​ສຳ​ຄັນ.

ຕາມ​ທ່ານ​ແລ້ວ, ໃນ​ທັງ​ໝົດອະ​ຍຸ​ການ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ 72 ປະ​ມວນ, 2 ລັດ​ຖະ​ບັນ​ຍັດ ເພື່ອ​ນຳ​ລັດ​ຖະ​ທຳ​ມະ​ນູດ ປີ 2013 ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ຊີ​ວິດ, ຜ່ານ​ນັ້ນ ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ແຫ່ງ​ລັດ​ສູງ​ທີ່​ສຸດ​ໃນ​ການ​ສ້າງ ແລະ ບູ​ລະ​ນະ​ຂອງ​ລັດ​ແຫ່ງ​ອຳ​ນ​າດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ.

ສ່ວນ​ຄວາມ​ຫວັງ​ກ່ຽວ​ກັບ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່, ທ່ານ ສາດ​ສະ​ດາ​ຈານ ຫງວຽນຊວ​ັນທິງ ຫວັງ​ວ່າ ສະ​ພາ​ແຫ່ງ​ຊາດ​ແລະ ລັດ​ຖະ​ບານ​ຊຸດ​ໃໝ່​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ຂອງ​ຊຸດ​ທີ XIV ເພື່ອ​ນຳ​ປະ​ເທດ ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ​ເໝາະ​ສົມ​ໃນ​ການ​ຊຸກ​ຍູ້​ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ສ້າງ​ສັງ​ຄົມ​ນັບ​ມື້​ນັບ​ທັນ​ສະ​ໄໝ.

ທ່ານ​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ກ​ໍ່​ປາດ​ຖະ​ໜາ​ຢາກ ສະ​ພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງປ​ະ​ເທດ ດ້ວຍ​ຖາ​ນະ​ເປັນ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັກ​ແຍກ​ອອກ​ຈາກ​ໄດ້​ຂອງ​ກຸ່ມ​ກ້ອນ​ມາ​ຫາ​ສາ​ມັກ​ຕີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ພ້ອມ​ທັງ​ເພື່ອ​ຍົກ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ ເພື່ອ​ປະ​ຊາ​ຄົມ​ສາ​ມາດ​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ກໍ່​ຄື​ຍົກ​ສູງ​ທີ່​ຕັ້ງ, ບົດ​ບາດ​ຂອງ​ປະ​ຊາ​ຄົມ​ຕໍ່​ປະ​ເທດ​ປະ​ຈຳ​ຖິ່ນ.”

ທ່ານ​ຫງວຽນ​ກວາງ​ແອັງ, ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ຖື​ວ່າ ໃນ​ອາ​ຍຸ​ການ​ທີ່​ຜ່ານ​ມາ, ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ XIV ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ຜົນ​ສຳ​ເລັດ​ລວມ​ຂອງ​ທົ່ວ​ປະ​ເທດ.

ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ

ຍສໝ - ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ.

ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ ALOV ມອບ​ຜ້າ​ອັດ​ປາກ​ດັງ 30.000 ອັນ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາວ, ກຳ​ປູ​ເຈຍ, ໄທ

ຍ​ສ​ໝ - ຕາມ​ທ່ານ ຫງວຽນ​ຝູ​ບິ່ງ ປະ​ທານ​ສະ​ມາ​ຄົມ​ຕິດ​ຕໍ​ພົວ​ພັນ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ (ALOV) ແລ້ວ, ຈຳ​ນວນ​ຂອງ​ຂວັນ​ດັງ​ກ່າວ​ເຖິງວ່າ​ນ້ອຍ​ກໍ່​ຕາມ ແຕ່​ມັນ​ສະ​ແດງ​ໃຫ້​ເປັນ​ນ້ຳ​ໃຈ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ 3 ປະ​ເທດ ຕໍ່​ໜ້າ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຮອບ​ໃໝ່ນີ້.

ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ ຢູ​ແກຼນ ປະ​ຈຳ ຫວຽດ​ນາມເຊື່ອ​ໝັ້ນ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫວຽດ​ນາມ

ຍ​ສ​ໝ - ​ນັບ​ແຕ່​ປີ 2019 ເມື່ອ​ຂ້າ​ພະ​ເຈົ້າ​ມາ​ຫວຽດ​ນາມ​ໃນ​ຖາ​ນະ​ເປັນ​ນັກ​ການ​ທູດ ກໍ່​ແມ່ນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຂ້າ​ພະ​ເຈົ້າ​ພວ​ມ​ຮູ້​ສຶກ​ຕື່ນ​ເຕັ້ມ​ລໍ​ຖ້າ​ໝາກ​ຜົນ ຂອງວັນ​ເລືອກ​ຕັ້ງ 23 ພຶ​ດ​ສະ​ພາ ຈະ​ມາ​ເຖິງ ຈະ​ເປັນ​ແນວ​ໃດ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ຍາ​ກາດ​ການ​ຂອງ​ການ​ເລືອກ​ຕັ້ງ​ ຊຶ່ງ​ເຕັມ​ໄປ​ດ້ວຍ​ທຸງ​ຊາດ, ຄຳ​ຂວັນ ກ໋ຽວ​ກັບ​ເຫດ​ການນີ້ ໄດ້​ປະ​ກົດ​ຂຶ້ນ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ທຸກ​ສິ່ງ​ທຸກ​ຢ່າງ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ດຶງ​ດູດໄດ້​ຄວາມ​ສົນ​ໃຈ​ຂອງ​ທຸກ​ຄົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.