ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ

15:41 | 24/05/2021

ຍສໝ - ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ
ສື່ມວນ​ຊົນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ ສື່ມວນ​ຊົນ​ສາ​ກົນ​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ
ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ
ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ. ພາບ:TTXVN

ນັກຂ່າວ ຜູ້ມີຊື່ສຽງຂອງ ອິນໂດເນເຊຍ Veeramalla Anjaiah ພ້ອມທັງແມ່ນນັກຄົ້ນຄວ້າຂັ້ນສູງຂອງ ສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຕັ້ງຢູ່ ຈາກາຕາ, ອິນໂດເນເຊຍຖືວ່າ ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ. ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ສະແດງໃຫ້ເຫັນວ່າ ການເລືອກຕັ້ງຄັ້ງຕ່າງໆ ແລະ ການມອບຮັບສິດນຳພາປະເທດຊາດ “ຍາມໃດກໍດຳເນີນໄປດ້ວຍຄວາມເຫັນດີເຫັນພ້ອມ”, ໃນຂະນະທີ່ປະຊາຊົນມີຄວາມສົນໃຈເຖິງການເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ, ສະມາຊິກສະພາປະຊາຊົນທຸກຂັ້ນ ທີ່ສຸດ ພ້ອມທັງ ກໍ່ໃຫ້ຂໍ້ສັງເກດວ່າ ສະພາແຫ່ງຊາດ ໄດ້ ແລະ ພວມສວມບົດບາດສຳຄັນໃນວິວັດການຫັນປ່ຽນເສດຖະກິດ - ສັງຄົມ, ຍ້ອນມີບັນດາກົດໝາຍທີ່ມີປະສິດທິພາບ ແລະ ເປັນປະໂຫຍດ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ຫວ່າງມໍ່ມານີ້, ຫວຽດນາມ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນປະເທດຂະຫຍັນຂັນເຄື່ອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍວົງເງິນສົ່ງອອກ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ການສະສົມເງິນຕາຕ່າງປະເທດນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງມຸ່ງໄປສູ່ປະເທດມີລາຍຮັບປານກາງສູງ.

ໃນວັນທີ 23 ພຶດສະພາ 2021, ຜູ້ມີສິດເລືອກຕັ້ງ ຫວຽດນາມ ໃນທົ່ວປະເທດ, ຈາກຕົວເມືອງລົງຮອດທ້ອງຖິ່ນ, ເຂດຊາຍແດນ, ເຂດທະເລໝູ່ເກາະ… ໄດ້ໄປປ່ອນບັດເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026. ນັບແຕ່ 7 ໂມງເຊົ້າ, ເຊິ່ງເປັນຈຸດເວລາເປີດປະຕູສະຖານທີ່ປ່ອນບັດ, ຜູ້ມີສິດເລືອກຕັ້ງຫຼາຍຄົນໄດ້ປະຕິບັດສິດ ແລະ ພັນທະພົນລະມືອງຂອງຕົນ. ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງຈະຄັດເລືອກສະມາຊິກສະພາແຫ່ງຊາດ 500 ທ່ານ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນ ເກືອບ 4000 ທ່ານ ແລະ ສະມາຊິກສະພາປະຊາຊົນຂັ້ນເມືອງ ກວ່າ 20.000 ທ່ານ ພ້ອມດ້ວຍສະມາຊິກສະພາປະຊາຊົນຂັ້ນຕາແສງກວ່າ 240.000 ທ່ານ.

ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ

ຍສໝ - ເວັບໄຊການເງິນ (Finanznachrichten) ຂອງ ເຢຍລະມັນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໂຄວິດ - 19 ໃນການແຜ່ລະບາດຮອບໃໝ່ນີ້ໄດ້ເປັນຢ່າງດີ.

ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ” ການເລືອກຕັ້ງຢູ່ປະເທດຫວຽດນາມ ໃນຄວາມຮູ້ສຶກຂອງເພື່ອນມິດສາກົນ (ບົດທີ 3): “ຫວຽດນາມ ໃຫ້ພວກເຮົາມີຄວາມເຊື່ອໝັ້ນຢ່າງໝັ້ນແກ່ນ”

ຍສໝ - ຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19, ຮັດສາສະຖຽນລະພາບທາງເສດຖະກິດ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ທີ່ຕັ້ງບົດບາດໃນສາກົນ ແລະ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຂອງປະຊາຊົນ ... ແມ່ນບັນດາປັດໃຈພື້ນຖານທີ່ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດອັນຈົບງາມ ເຊິ່ງຈະມີຈັດຂື້ນໃນຕອນເຊົ້າມື້ອື່ນນີ້ ( ວັນທີ 23 ພຶດສະພາ) ຢູ່ຫວຽດນາມ.

ຮູບຖ່າຍຈາກເຄື່ອງບິນບໍ່ມີຄົນຂັບຂອງຫວຽດນາມ ຍາດໄດ້ລາງວັນສາກົນ ຮູບຖ່າຍຈາກເຄື່ອງບິນບໍ່ມີຄົນຂັບຂອງຫວຽດນາມ ຍາດໄດ້ລາງວັນສາກົນ

ຮູບຖ່າຍ 21 ແຜ່ນຂອງນັກຖ່າຍຮູບຫວຽດນາມ 14 ຄົນໄດ້ລອດເຂົ້າທອັບ 100 ຮູບ drone (ຖ່າຍຮູບຈາກເຄື່ອງບິນບໍ່ມີຄົນຂັບ) ທີ່ງານປະກວດຮູບພາບສາກົນປະຈຳປີ 35AWARDS.

ໄຊພອນ

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.