ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ

15:26 | 24/05/2021

ຍສໝ - ທ່ານພົນເອກ ເລືອງເກື່ອງ ໄດ້ປາດຖະໜາວ່າ ການພົວພັນຫວຽດນາມ - ລັດເຊຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ໃຫ້ພັດທະນາ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບໃນພາກພື້ນ ແລະ ໂລກ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີການໂອ້ລົມທາງໂທລະສັບ ກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin
ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານພົນເອກ ເລືອງເກື່ອງ - ກຳມະການກົມການເມືອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ສົນທະນາທາງໄກກັບທ່ານພົນໂທ Andrey Valeryevich Kartapolov ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ
ທ່ານພົນເອກເລືອງເກື່ອງ. (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ A.V. Kartapolov ລ້ວນແຕ່ຕີລາຄາວ່າ ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງການທະຫານບັນດາກໍາລັງປະກອບອາວຸດສະຫະພັນລັດເຊຍ ເວົ້າສະເພາະ ຍັງສືບຕໍ່ໄດ້ຮັບການປັບປຸງ ແລະເພີ່ມທະວີຕາມເນື້ອໃນຈິດໃຈ “ໄວ້ເນື້ອເຊື່ອໃຈ, ແທ້ຈິງ, ມີປະສິດທິຜົນ, ຮອບດ້ານ”, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ເລືອງເກື່ອງ ແລະທ່ານພົນໂທ A.V. Kartapolov ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການພົບປະລະຫວ່າງການນໍາສອງກົມໃຫຍ່; ປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ລະບຸໄວ້ໃນບົດບັນທຶກຊ່ວຍຈໍາທີ່ໄດ້ຮັບການລົງນາມແລ້ວ, ກໍຄືເນື້ອໃນບຸລິມະສິດ ເຊິ່ງທັງສອງຝ່າຍມີຄວາມສົນໃຈ, ຄື: ການສຶກສາອົບຮົມການເມືອງ, ແນວຄິດ, ການກໍ່ສ້າງພະນັກງານ, ສະໜັບສະໜູນກັນໃນບັນດາການເຄື່ອນໄຫວສາກົນໂດຍສະຫະພັນລັດເຊຍ ເປັນເຈົ້າພາບ, ຄື: ການແຂ່ງຂັນກິລາການທະຫານສາກົນ (Army Games); ຊຸກຍູ້ການຮ່ວມມືໃນຂົງເຂດປະຫວັດສາດການທະຫານ; ສອງຝ່າຍສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ, ເວທີການທະຫານ, ການປ້ອງກັນຊາດຫຼາຍຝ່າຍໃນຂອບເຂດອາຊຽນ ແລະໂດຍອາຊຽນ ຮັກສາບົດບາດໃຈກາງ, ພິເສດໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ກໍຄືການເຄື່ອນໄຫວໃນກຸ່ມຊ່ຽວຊານຂອງ ADMM+, ແນໃສ່ສືບຕໍ່ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ຫວຽດນາມ ຍາມໃດກໍ່ຖືສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດ ຫວຽດນາມ ຍາມໃດກໍ່ຖືສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ໃນການຜັນຂະຫຍາຍແນວທາງພົວພັນຕ່າງປະເທດ

ຍສໝ - ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ, ຊົມເຊີຍຜົນງານພົວພັນຕ່າງປະເທດຂອງຫວຽດນາມ ໃນໄລຍະມໍ່ໆມານີ້, ໃນນັ້ນມີການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ຕີລາຄາສູງບົດບາດນັບມື້ນັບພົ້ນເດັ່ນຂອງຫວຽດນາມ ໃນເວທີສາກົນ ແລະຢູ່ພາກພື້ນ.

ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ ທ່ານເອກອັກຄະລັດຖະທູດລັດເຊຍ ສະແດງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ແລະ ປະຊາຊົນຫວຽດນາມ

ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ Konstantin Vnukov ໃຫ້ຮູ້ວ່າ, ເວລາເຮັດວຽກທີ່ຜ່ານມາ ເຮັດໃຫ້ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງ ກ່ຽວກັບປະເທດທີ່ສວຍງາມຂອງຫວຽດນາມ ດ້ວຍປະຫວັດສາດທີ່ຍາວນານ ແລະ ມີຄວາມຫຼາກຫຼາຍໃນທຸກດ້ານ.

ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ

ຍສໝ - ທ່ານລັດຖະມົນຕີ ໂຕເລີມ ໄດ້ຢືນຢັນວ່າ ການເດີນທາງຢ້ຽມຢາມຂອງທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງຂອງສະຫະພັນລັດເຊຍ ຈະປະກອບສ່ວນເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ລັດເຊຍ ໄດ້ຮັບຄວາມເລິກເຊິ່ງກວ່າເກົ່າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.