ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ

14:28 | 17/05/2021

ອາຊີບຖັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງຢູ່ເມືອງ ເວິນໂຮ່ ແຂວງ ເຊີນລາ ໄດ້ມີມາແຕ່ດົນນານ. ພໍ່ແມ່ພີ່ນ້ອງເຜົ່າມົ້ງ ເຄີຍຕັດຫຍິບຊຸດອາພອນເອງ ໃຫ້ແກ່ຄອບຄົວຂອງຕົນ ພິເສດໃນໂອກາດບຸນເຕັດ, ສະມາຊິກແຕ່ລະຄົນໃນຄອບຄົວ ກໍ່ມີຊຸດອາພອນທີ່ຕັດຫຍິບເອງ ແຕ່ໜຶ່ງ ຫາສອງຊຸດ. ປັດຈຸບັນອາຊີບຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ ຢູ່ເມືອງ ເວິນໂຮ່ ໄດ້ຮັບການຮັກສາໄວ້ ຈາກອຳນາດການປົກຄອງ ແລະ ປະຊາຊົນ ແລະ ການເຄື່ອນໄຫວກໍ່ໄດ້ມີຂຶ້ນຢ່າງເປັນປົກກະຕິ.

ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ແຂວງ ເຊີນລາ
ສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ສອງແຂວງ ກ່າວບັງ ແລະ ເຊີນລາ ສະໜອງເຂົ້າສານ ຫຼາຍກວ່າ 953 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ສອງແຂວງ ກ່າວບັງ ແລະ ເຊີນລາ

ບັນດາຄອບຄົວຊາວເຜົ່າມົ້ງ ເກືອບທັງໝົດ ຢູ່ເມືອງ ເວິນໂຮ່ ກໍ່ລ້ວນ ແຕ່ມີຈັກຫຍິບເຄື່ອງ ແລະ ຄອບຄົວໃດທີ່ມີລູກສາວສ້າງຄອບຄົວ ກໍ່ລ້ວນແຕ່ຖືກພໍ່ແມ່ມອບໃຫ້ຈັກຫຍິບເຄື່ອງ ເຄື່ອງໜຶ່ງເປັນຂອງຂວັນ . ສິລະປະສ້າງລວດລາຍໃນຊຸດອາພອນຂອງຊາວເຜົ່າມົ້ງ ຖືກສະແດງໃນການແຕ້ມທັກແສ່ວ, ຕັດຕໍ່ລວດລາຍ ສ້າງຄວາມງາມໃຫ້ແກ່ສິ້ນ, ການຕ່ຳສາຍແອວ... ໃນນັ້ນບັນດາຕົວຢ່າງລວດລາຍກໍ່ມີຄວາມຄ້າຍຄືກັນໂດຍພື້ນຖານ ພຽງແຕ່ມີຄວາມແຕກຕ່າງບາງຈຸດ ເຊິ່ງສະແດງອອກຜ່ານເພດໄວ ເກນອາຍຸ ຄືຊຸດອາພອນຂອງເດັກຊາຍ, ເດັກຍິງ ກໍ່ຄືກັບຂອງຜູ້ໃຫຍ່ແຕ່ສຳລັບເດັກນ້ອຍກໍ່ມີໝວກຕື່ມອີກ, ຊຸດອາພອນທີ່ພົ້ນເດັ່ນທີ່ສຸດແມ່ນສິ້ນຂອງແມ່ຍິງ ເຜົ່າມົ້ງ. ຄອບຄົວ ນາງ ຈ່າງທິຢົວ ຊາວເຜົ່າມົ້ງ ຢູ່ບ້ານ ປາຄາ ຕາແສງ ຫຼອງລວງ ເມືອງ ເວິນໂຮ່ ປະກອບອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າຂອງຕົນ ແຕ່ຫຼາຍປີມານີ້. ບໍ່ພຽງແຕ່ຮັບໃຊ້ຄອບຄົວເທົ່ານັ້ນ ນາງກໍ່ໄດ້ເປີດຮ້ານຕັດຫຍິບເພດຊາຍ ເພດຍິງ ເຜົ່າມົ້ງອີກດ້ວຍ. ນາງ ຈ່າງທິຢົວ ໃຫ່ຮູ້ວ່າ:

ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ
ແຂວງ ເຊີນລາ ອະນຸລັກຮັກສາ ອາຊີບຖັກແສ່ວ ຕັດຫຍິບຊຸດອາພອນປະຈຳເຜົ່າມົ້ງ. (ພາບ: VOV)

“ເພື່ອຮັກສາສີສັນຂອງເຜົ່າຕົນ ຂ້າພະເຈົ້າກໍ່ໄດ້ມີເຈດຈຳນົງ ເພື່ອສ້າງຕັ້ງໜ່ວຍງານທີ່ມີແມ່ຍິງ ໃນບ້ານ ແຕ່ 15 ຫາ 20 ຄົນ ເພື່ອພ້ອມກັນຮັກສາສີສັນຂອງເຜົ່າຕົນ ບໍ່ປະໃຫ້ຖືກສູນຫາຍໄປ. ພ້ອມກັນນັ້ນກໍ່ເປັນການສ້າງວຽກເຮັດງານທຳໃຫ້ແກ່ເອື້ອຍນ້ອງແມ່ຍິງ”. ມີອາຍຸ 15 ປີ ແຕ່ຫຼານ ເຮີ່ທິມາຍລານ ຢູ່ຕາແສງ ຫຼອງລວງ ເມືອງ ເວິນໂຮ່ ສາມາດຖັກແສ່ວສິ້ນທີ່ເຮັດດ້ວຍແຜ່ນແພພື້ນເມືອງຂອງເຜົ່າຕົນ. ຫຼານ ເຮີ່ທິມາຍລານ ເລົ່າຄືນສູ່ຟັງວ່າ : “ພາຍຫຼັງຮຽນເອງເປັນເວລາ 3 ປີ ປັດຈຸບັນ ຫຼານກໍ່ສາມາດຖັກແສ່ວບັນດາລວດລາຍຂອງເຜົ່າຕົນໄດ້ແລ້ວ. ໃນອະນາຄົດ ຫຼານກໍ່ຢາກຮຽນຕັດຫຍິບຕື່ມອີກ ເພື່ອສາມາດຕັດຫຍິບຊຸດອາພອນລຸ້ນໃໝ່ງາມໃຫ້ເກ່ຕົນເອງ”.

ແຂກທ່ອງທ່ຽວເມື່ອມີໂອກາດມາຢ້ຽມຢາມເມືອງ ເວິນໂຮ່ ກໍ່ຢາກຊື້ຊຸດອາພອນຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ ເປັນຂອງທີ່ລະນຶກ ຫຼື ຈ້າງມານຸ່ງເພື່ອຖ່າຍຮູບ. ຍ້ອນແນວນັ້ນ ສິນຄ້າປະເພດນີ້ ໄດ້ກາຍເປັນຂອງທີ່ລະນຶກ ແລະ ໄດ້ຮັບການຜະລິດ ດຳເນິນທຸລະກິດຄ້າຂາຍຈາກຫຼາຍຄອບຄົວ. ທ່ານ ເຕັກອາເຈ່ຍ ປະທານຄະນະກຳມະການປະຊາຊົນ ຕາແສງ ຫຼອງລວງ ເມືອງ ເວິນໂຮ່ ໃຫ້ຮູ້ວ່າ:

“ຊຸດອາພອນຊຸດໜຶ່ງຂອງຊາວເຜົ່າມົ້ງ ຖືກຂາຍດ້ວຍລາຄາສູງພໍສົມຄວນ, ຊຸດອາພອນທຳມະດາແຕ່ລະຊຸດ ກໍ່ມີລາຄາຢ່າງໜ້ອຍແຕ່ 1.000.000 ລ້ານ ຫາ 2.000.000 ດົ່ງ, ຖ້າຫາກເຮັດຊຸດອາພອນ ເພື່ອຂາຍເປັນສິນຄ້າ ກໍ່ສາມາດສ້າງລາຍຮັບໃຫ້ແກ່ຫຼາຍຄອບຄົວ ໃນບໍລິເວນ. ເມື່ອທຽບໃສ່ສິນຄ້າປະເພດອື່ນໆ ການຄ້າຂາຍຊຸດອາພອນຂອງຊາວເຜົ່າມົ້ງ ກໍ່ນຳມາເຊິ່ງລາຍໄດ້ສຸງກວ່າ,ມີຫຼາຍຄອບຄົວໃນຕາແສງ ກໍ່ສາມາດສ້າງເສດຖະກິດປົກກະຕິ ຈາກການ ຄ້າຂາຍສິນຄ້າປະເພດນີ້”.

ນອກຈາກການໂຄສະນາ ເພື່ອໃຫ້ພໍ່ແມ່ພີ່ນ້ອງເຜົ່າມົ້ງຍົກສູງສະຕິຄວາມຮັບຮູ້ ອະນຸລັກລັກຮັກສາ ອາຊີບຫັດຖະກຳ ດ້ວຍບັນດາລວດລາຍທີ່ເປັນເອກະລັກຂອງເຜົ່າຕົນ, ເມືອງ ເວິນໂຮ່ ຍັງໄດ້ຈັດຕັ້ງການເຄື່ອນໄຫວທີ່ຕິດແທດຕົວຈິງ ຫຼາຍຢ່າງຄື ການປະກວດນາງງາມ ສະແດງຊຸດອາພອນເຜົ່າມົ້ງ ເມືອບໍ່ດົນມານີ້. ນາງ ຫວຽນທິລື ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວ ເມືອງ ເວິນໂຮ່ ໃຫ້ຮູ້ວ່າ: “ເພື່ອສືບຕໍ່ຮັກສາ ແລະ ຂະຫຍາຍການຕັດຫຍິບ ຊຸດອາພອນປະຈຳເຜົ່າຂອງພໍ່ແມ່ພີ່ນ້ອງເຜົ່າມົ້ງ, ພວກຂ້າພະເຈົ້າຈະສືບຕໍ່ຜັນຂະຫຍາຍບັນດາວິທີການແກ້ໄຂ, ກົນໄກນະໂຍບາຍ ເພື່ອຊ່ວຍໜູນພັດທະນາອາຊີບ. ພິເສດແມ່ນຊ່ວຍໜູນໃຫ້ນັກສິລະປະການ ຖ່າຍທອດອາຊີບ. ເພື່ອນຳຜະລິດຕະພັນຊຸດອາພອນແມ່ຍິງ ກາຍເປັນຜະລິດຕະພັນທ່ອງທ່ຽວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມ ກໍ່ຄືເພີ່ມລາຍຮັບໃຫ້ແກ່ຊາວທ້ອງຖິ່ນ”.

ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ

ຍສໝ - ຫວ່າງແລ້ວນີ້, ພະແນກສາທາລະນະສຸກ ແລະ ພະແນກການພົວພັນຕ່າງປະເທດແຂວງ ເຊີນລາ ສສ. ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 30.000 ອັນ ໃຫ້ແກ່ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ ເພື່ອປ້ອງກັນ ແລະ ຄວຍຄຸມ ໂລກລະບາດໂຄວິດ - 19.

ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານ ສະຖານທູດ ສປປລາວ ນຳໂດຍ ທ່ານ ຄຳສິງ ດວງວັນດີ, ທີ່ປຶກສາດ້ານການເມືອງ, ສະຖານທູດ ສປປ ລາວ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ວິທະຍາໄລ ຊັ້ນສູງເຊີນລາ ກ່ຽວກັບ ການກໍ່ສ້າງ ຊັບພະຍາກອນມະນຸດ ໃຫ້ແກ່ 9 ແຂວງ ພາກເໜືອຂອງລາວ. ...

ບັນດາກິດຈະກຳ ໃນ “ ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ2018 ບັນດາກິດຈະກຳ ໃນ “ ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ2018

ຍສໝ - ໃນຂອບເຂດ “ ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ2018 ຕອນເຊົ້າຂອງວັນທີ 6 ພະຈິກ , ຢູ່ທີ່ ຫໍວັດທະນະທຳ ແຂວງຫົວພັນ ( ແຫ່ງ ສປປ ລາວ) ໄດ້ດຳເນີນ ການເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ວັດທະນະທຳ, ...

vovworld.vn

ເຫດການ
302 Found

Found

The document has moved here.