ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

10:59 | 03/09/2019

ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານ ສະຖານທູດ ສປປລາວ ນຳໂດຍ ທ່ານ ຄຳສິງ ດວງວັນດີ, ທີ່ປຶກສາດ້ານການເມືອງ, ສະຖານທູດ ສປປ ລາວ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ວິທະຍາໄລ ຊັ້ນສູງເຊີນລາ ກ່ຽວກັບ ການກໍ່ສ້າງ ຊັບພະຍາກອນມະນຸດ ໃຫ້ແກ່ 9 ແຂວງ ພາກເໜືອຂອງລາວ. ຕ້ອນຮັບ ແລະ ເຮັດວຽກ ກັບຄະນະຜູ້ແທນ ສະຖານທູດລາວ ປະກອບມີ ຄະນະ ອຳນວຍການ ວິທະຍາໄລ ຊັ້ນສູງເຊີນລາ.

ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

ຄະນະອຳນວຍການ ວິທະຍາໄລຊັ້ນສູງ ເຊີນລາ ໄດ້ສະຫຼຸບລາຍງານຜົນຂອງການກໍ່ສ້າງນັກສຶກສາລາວຕໍ່ຄະນະປະຕິບັດງານ.(ພາບ:baosonla.org.vn)

ທີ່ກອງປະຊຸມ, ຄະນະ ອຳນວຍການວິທະຍາໄລຊັ້ນສູງເຊີນລາ ໄດ້ສະຫຼຸບລາຍງານຜົນການກໍ່ສ້າງຊັບພະຍາກອນມະນຸດ ແລະ ສອນພາສາຫວຽດໃຫ້ນັກຮຽນ ພາກເໜືອຂອງລາວ ໃນຊຸມປີມໍ່ໆມານີ້. ຕາມການລາຍງານຂ້າງເທິງໂຮງຮຽນ ໄດ້ຮັບການມອບໝາຍ ຈາກ ຄະນະກຳມະການປະຊາຊົນແຂວງ ເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ສອນພາສາຫວຽດ ໃຫ້ນັກສຶກສາລາວ ນັບແຕ່ປີ 2001, ມາຮອດປະຈຸບັນ, ໂຮງຮຽນໄດ້ກໍ່ສ້າງ ນັກຮຽນໄດ້ 18 ຊຸດ, ມີນັກຮຽນຈຳນວນ 1.860 ກວ່າຄົນ. ນັບແຕ່ປີ 2007 ເປັນຕົ້ນມາ, ໄດ້ຮັບ ແລະ ກໍ່ສ້າງພາສາຫວຽດ ໃຫ້ນັກສຶກສາ ລາວ ຈຳນວນ 569 ຄົນ, ເຊິ່ງເປັນພະນັກງານຂອງພະແນກ, ຂະແໜງ ແລະ ກຳລັງປະກອບອາວຸດທີ່ເຮັດວຽກ ຢູ່ 9 ແຂວງພາກເໜືອຂອງລາວ.

ເພື່ອອຳນວຍຄວາມສະດວກໃຫ້ແກ່ການຝຶກອົບຮົມ ກໍ່ຄືການກໍ່ສ້າງ, ຄະນະອຳນວຍການໂຮງຮຽນ ໄດ້ສະເໜີ ຕໍ່ ຄະນະປະຕິບັດງານ ບາງເນື້ອໃນດັ່ງນີ້: ສະເໜີຕໍ່ສະຖານທູດ ຊ່ວຍເຫຼືອໃນວຽກງານການຮັບສະໝັກນັກຮຽນ ແລະ ຄຸ້ມຄອງນັກຮຽນລາວ; ພະແນກສຶກສາທິການ ແລະ ກິລາ ແຂວງພາກເໜືອຂອງລາວ ສົ່ງລາຍຊື່ນັກຮຽນລາວທີ່ຈະເຂົ້າຮຽນ ໃຫ້ທາງໂຮງຮຽນ ກ່ອນເວລາເປີດສົກຮຽນໃໝ່ ເພື່ອຮັບປະກັນໃນວຽກງານການຕ້ອນຮັບ, ຈັດແຈງທີ່ພັກເຊົາ ແລະ ບ່ອນກິນຢູ່ ໃຫ້ນັກຮຽນ; ປະລະດົມ, ຊ່ວຍເຫຼືອນັກສຶກສາ ຢ່າງເປັນປະຈຳ ໃຫ້ມີຄວາມລຶ້ງເຄີຍ ກັບຊີວິດຂອງໂຮງຮຽນ, ປະກອບສ່ວນປັບປຸງ ແລະ ຍົກສູງຜົນການຮຽນ - ການຝຶກຜົນຫຼໍ່ຫຼອມຕົນເອງໃຫ້ດີຂື້ນ…

ຄະນະປະຕິບັດງານ ສະຖານທູດ ສປປ ລາວ ເຮັດວຽກກັບ ວິທະຍາໄລ ຊັ້ນສູງ ເຊີນລາ ສສ ຫວຽດນາມ

ທ່ານ ຄຳສິງ ດວງວັນດີ ກ່າວຄຳເຫັນທີ່ກອງປະຊຸມ.(ພາບ:baosonla.org.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຄຳສິງ ດວງວັນດີ ຕີລາຄາສູງ ແລະ ຮັບຮູ້ການປະກອບສ່ວນຂອງວິທະຍາໄລ ຊັ້ນສູງເຊີນລາ ໃນການກໍ່ສ້າງ ແຫຼ່ງຊັບພະຍາກອນມະນຸດ ແລະ ສອນພາສາຫວຽດໃຫ້ນັກຮຽນລາວ, ຢູ່ບັນດາແຂວງພາກເໜືອຂອງລາວ. ສະຫາຍ ໄດ້ສະເໜີ ໃຫ້ທາງວິທະຍາໄລຊັ້ນສູງເຊີນລາ ມີການປ່ຽນແປງໃໝ່ ໃນວິທີການສິດສອນ, ນຳ ເອົາຫຼັກສູດຕົວຈິງກເຂົ້າໃນການສິດສອນ ເພື່ອຍົກລະດັບຄວາມສາມາດໃນການຮຽນຮູ້ ແລະ ຄວາມສາມາດໃນການ ນຳໃຊ້ຂອງນັກຮຽນລາວເມື່ອຮຽນຈົບ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.