ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ

16:30 | 12/05/2021

ຍ​ສ​ໝ - ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ພິ​ທີ​ໂດຍ​ທ່ານ ລັດ​ຖະ​ມນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັ້ງ​ຮຸ່ງ ເປັນ​ປະ​ທານ ແລະ ໄດ້​ຈັດ​ຕັ້ງ​ຕ​າມ​ຮູບ​ການ​ທາງ​ອອນ​ລາຍ.

ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ
ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ
ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ຈະ​ໄດ້​ສົ່ງ​ໄປ​ຍັງ​ອິ​ນ​ເດຍ​ເພື່ອ​ຊ່ວຍ​ເຫຼືອ​ອິນ​ເດຍ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ວັນ​ທີ 11 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ໄດ້​ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ເພື່ອ​ແນ​ໃສ່​ແບ່ງ​ປັນ ແລະ ໜູນ​ຊ່ວຍ​ປະ​ຊາ​ຊົນ​ອິນ​ເດຍ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ພິ​ທີ​ໂດຍ​ທ່ານ ລັດ​ຖະ​ມນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັ້ງ​ຮຸ່ງ ເປັນ​ປະ​ທານ ແລະ ໄດ້​ຈັດ​ຕັ້ງ​ຕ​າມ​ຮູບ​ການ​ທາງ​ອອນ​ລາຍ. ພ້ອມ​ກັບ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ຫງວຽນ​ເຟືອງ​ງານ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕ​ະ​ພາບ​ຫວຽດ​ນາມ, ທ່ານ ຮ່າ​ມິງ​ເຫ້ວ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ແລະ ການ​ນຳ​ກຸ່ມ​ບໍ​ລິ​ສັດ Vingroup.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ
ທ່ານ ລັດ​ຖະ​ມນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັ້ງ​ຮຸ່ງ

ທີ່​ພິ​ທີ, ທ່ານ ຫງວຽ​ນ​ແມັ້ງ​ຮຸ່ງ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ. ພ້ອມ​ທັງ​ປັ່ງ​ແປນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ເຊິກ​ເຊິ່ງ​ຕໍ່​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ອິນ​ເດຍ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້, ຍິ່ງ​ກ່​ວາ​ເວ​ລາ​ໃດ​ໝົດ, ຄວາມ​ສາ​ມັກ​ຄີ ແລະ ມິດ​ຕະ​ພາບ​ລະ​ຫ່​ວາງ ຫວຽດ​ນາມ - ອິນ​ເດຍ ຍິ່ງ​ໄດ້​ຮັບ​ການ​ຢັ້ງ​ຢືນ ແລະ ເສີມ​ຂະ​ຫຍາຍ​ໄດ້​ມູນ​ຄ່າ. ເດືອນ​ເມ​ສາ 2020, ສ​ະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ອິນ​ເດຍ ໄດ້​ມອບ​ຜ້າ​ອັດ​ປາກ​ດັງ 100.000 ອັນ​ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ. ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ຄື​ໃນ​ປັດ​ຈຸ​ບັນ ຢູ່​ອິນ​ເດຍ, ສະ​ມາ​ຄົມ​ໄດ້​ຂົນ​ຂວາຍ​ກຸ່ມ​ບໍ​ລິ​ສັດ Vingroup ໜູນ​ຊ່ວຍ​ເຄື່ອງ​ຊ່ຍ​ຫາຍ​ໃຈ100 ອັນ ດ້ວຍ​ຍອດ​ມຸນ​ຄ່າ​ກ່​ວາ 10 ຕື້​ດົ່ງ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ.

ທ່ານ​ຫງວຽນ​ແມັ້ງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ຄວາມ​ສາ​ມັກ​ຄີ, ຮ່ວມ​ແຮ​ງ່​ຮວມ​ໃຈ​ຂອງ​ປະ​ຊາ​ຊົນ​ອິນ​ເດຍ, ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ອິນ​ເດຍ ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ໄວ.

ໂດຍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Pranay Verma ອິນ​ເດຍ​ປະ​ຈຳ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຄວາມ​ສົນ​ໃຈ​ຢ່າງ​ແທ້​ຈິງ, ການ​ແບ່ງ​ປັນ​ຢ່າງ​ທັນ​ການ, ສະ​ແດງ​ໃຫ້​ເປັນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ ອິນ​ເດຍ ແລະ ຫວຽດ​ນາມ.

ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ

ຍ​ສ​ໝ - ເຂົ້າ​ຮ່ວມ​ຝ່າຍ​ອິນ​ເດຍ​ມີ​ທ່ານ Gautam De ອະ​ດີດ​ຫົວ​ໜ້າ​ສະ​ພາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອິນ​ເດຍ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ແລະ ບັນ​ດາ​ນັກ​ວັນ​ນະ​ຄະ​ດີ, ສາດ​ສະ​ດາ​ຈານ, ນັກ​ຮຽນ​ຮູ້ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ມາ​ຊິກ ອິນ​ເດຍ - ຫວ​ຽດ​ນາມ.

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ - ອິນເດຍ

ຍ​ສ​ໝ - ​ທີ່​ເວ​ທີ​ປາ​ໄສ, ທ່ານ ຟ້າມ​ແສງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ອິນ​ເດຍ​ມີ​ການ​ພົວ​ພັນ​ພິ​ເສດ ເມື່ອ​ສອງ​ປະ​ເທດ​ໄດ້​ຮູ້​ຈັກ​ກັນ​ກ່ອນນີ້ 2000 ປີ ເມື່ອພູດ​ທະ​ສາ​ສະ​ໜາ ອິນ​ເດຍ ​ເຂົ້າ​ມາ​ຫວຽດ​ນາມ.

ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.