ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ

08:57 | 16/04/2021

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ ແລະ ບັນ​ດາ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕ​າ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ, ພູມ​ປັນ​ຍາ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ແລະ 20 ໜ່ວຍ​ຄະ​ນະ​ນັກ​ສຶກ​ສາປະ​ຈຳ ອົດ​ສະ​ຕາ​ລີ.

ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ
ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ
ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ
ບັນຍາກາດທີ່ກອງ​ປະ​ຊຸມ

ຫວ່າງ​ແລ້ວນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ ທີ່​ປະ​ກາດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ຕາມຂໍ້​ມູນ​ຢູ່ກອງ​ປະ​ຊຸມແລ້ວ, ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າໝາຍ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ, ສະ​ຖານ​ທູດ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຕ​າງ​ໜ້າ​ທູ​ຕາ​ນຸ​ທູດ​ຕ່າງໆ​ຢູ່ ອົດ​ສະ​ຕາ​ລີ ໄດ້​ວາງ​ອອກ 3 ໜ້າ​ທີ່​ຈຸດ​ສຸມ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖາ​ນ​ທູດ ແລະ ບັນ​ດາ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ, ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕ​າ​ລີ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ, ພູມ​ປັນ​ຍາ ແລະ ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ແລະ 20 ໜ່ວຍ​ຄະ​ນະ​ນັກ​ສຶກ​ສາປະ​ຈຳ ອົດ​ສະ​ຕາ​ລີ.

ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຟ້າມ​ທິ​ທຸ້ຍ​ງາ, ທູດ​ກົງ​ສູນ​ໃຫຍ່, ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽ​ວ​ກັບ​ເນື້ອ​ໃນ ແລະ ໝາກ​ຜົນ​ຂອງກອ​ງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ພັກ.

ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ
​ທ່ານ ຫງວຽນ​ເຕິດ​ແທັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

ກ່ຽວ​ກັບ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕາງ​ປະ​ເທດ, ເອ​ກະ​ສານກອງ​ປະ​ຊຸມ​ຄັ້ງ​ທີ 13 ໄດ້​ຢັ້ງ​ຢືນ​ເຖິງ​ຄວາມ​ສົນ​ໃຈ ແລະ ທັດ​ສະ​ນະ​ຂອງ​ພັກ ແລະ ລັດ, ກຳ​ນົດ​ບັນ​ດາ​ໜ້າ​ທີ່​ລະ​ອຽດ​ຄື​ໜູນ​ຊ່ວຍ ຊາວ ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຊີ​ວິດ​ການ​ເປັນ​ຢູ່, ການເຊື່ອມ​ຕົວ​ເຂົ້າ​ກັບ​ສາ​ກົນ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອ​ງວຽກ​ງານ​ປົກ​ປ້ອງ​ສາ​ມັນ​ຊົນ, ຄຸ້ມ​ຄອງ​ແຮງ​ງານ, ນັກ​ສຶກ​ສາ, ສ້າງ​ເງື່ອນ​ໄຂົເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ຮັກ​ສາ​ພາ​ສາ​ຫວຽດ​ນາມ, ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ຍົກ​ສູງ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ຄວາມ​ເຄົາ​ລົບ​ຊາດ, ເຮັດ​ໃຫ້​ວຽ​ກ​ງານ​ແຈ້ງ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ໃຫ້​ເປັນ​ຢ່າງ​ດີ, ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ຮັບ​ຮູ້ ແລະ ມີ​ການ​ກະ​ທຳ​ທີ່​ເໝາະ​ສົມ​ກັບ​ຜົ​ນ​ປະ​ໂຫຍດ​ຂອງ​ຊາດ, ແລະ ມີ​ນະ​ໂຍ​ບາຍ​ດຶງ​ດູດ​ແຫຼ່ງ​ກຳ​ລັງ​ຂອງ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດ​າ​ເປົ້າ​ໝາຍ​ດັ່ງ​ກ່າວ, ສະ​ຖານ​ທູດ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຕ່າງ​ປະ​ຈຳ​ອົດ​ສະ​ຕາ​ລີ​ຕ້ອງ​ຕັ້ງ​ຈຸດ​ສຸມ​ໃນ 3 ໜ້າ​ທີ່, ສຸມ​ໃສ່​ເຮັດ​ໃຫ້​ເລິກ​ເຊິ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ, ມາ​ນະ​ພະ​ຍາ​ຍາມ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ​ໄດ້​ກຳ​ນົດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ການ​ເມືອງ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ວຽກ​ງານ​ສຳ​ລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຕ້ອງ​ຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ, ສືບ​ຕໍ່​ເອົາ​ໃຈ​ໃສ່ຕໍ່​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ​ໃນ​ສະ​ພາບ​ການ​ຊາວ​ຫວຽດ​ນາມ ໄປ​ຮຽນ, ອອກ​ແຮງ​ງານ, ທ່ອງ​ທ່ຽວຢູ່​ອົດ​ສະ​ຕາ​ລີ.

ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ສະເຫຼີມສະຫຼອງ 48 ປີແຫ່ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອົດສະຕາລີ

ຍສໝ - ຕາມທ່ານນາງກົງສຸນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ໃນຕະຫຼອດ 48 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອົດສະຕາລີ ແລະ ຫວຽດນາມໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນຊຸມປີທີ່ຜ່ານມາ ແລະ ປະຈຸບັນພວມພັດທະນາຢ່າງແຮງທີ່ສຸດ.

ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ ສະຖາບັນຄົ້ນຄ້ວາ ອົດສະຕາລີໃຫ້ຮູ້ວ່າ: ນິວຊີແລນ ແລະ ຫວຽດນາມ ມີການຮັບມືກັບໂລກລະບາດໂຄວິດ - 19 ດີທີ່ສຸດໃນໂລກ

ຍ​ສ​ໝ - ທ່ານ Herve Lemahieu ນັກຄົ້ນຄວ້າສະຖາບັນ Lowy ໄດ້ກ່າວວ່າ ການປະເມີນຜົນແບບໂຕ້ຕອບຂອງບົດລາຍງານສະແດງໃຫ້ເຫັນວ່າບັນດາປະເທດນ້ອຍໆມີການ​ຮັບ​ມື​ກັບໂລກລະບາດຂອງ COVID-19 ທີ່ມີປະສິດຕິຜົນຫຼາຍກວ່າປະເທດໃຫຍ່.

ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າອົດ​ສະ​ຕາ​ລີ ຫວຽດ​ນາມ ຢັ້ງ​ຢືນເຄື່ອງໝາຍການຄ້າອົດ​ສະ​ຕາ​ລີ

ຍ​ສ​ໝ - ທ່ານ ຮ່ວາງລວດ, ບໍລິສັດນຳເຂົ້າສົ່ງອອກ M, ໃຫ້ຮູ້ວ່າ: ນັບມື້ນັບມີສິນຄ້າ ຫວຽດນາມ ຫຼາຍຢ່າງນຳເຂົ້າມາ ອົດສະຕາລີ ແລະ ໄດ້ຈຳໝ່າຍໃນບັນດາລະບົບຮ້ານສັບພະສິນຄ້າ ອາຊີ ໃນລັດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.