ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ພົບ​ປະ​ພົວ​ພັນ​ຢູ່ ມາ​ເກົາ (ຈີນ)

14:16 | 27/04/2021

ຍ​ສ​ໝ - ການ​ພົບ​ປະ​ໄດ້​ດຳ​ເນີນ​ບັນ​ດາ​ບັນ​ດາກ​ານ​ລະຫຼິ​້ນ​ບັນ​ເທິງ, ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ ແລະ ພິ​ເສດ​ກ່​ວາ ແມ່ນ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ ຮຶງ​ອຽນ​ຄື​ໝາກ​ລຳ​ໄຍ, ເຂົ້າ​ໜົມ​ໃຢ່.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ
ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​
ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ພົບ​ປະ​ພົວ​ພັນ​ຢູ່ ມາ​ເກົາ (ຈີນ)
​ສະ​ມາ​ຄົມ​ຊາວ​ຮຶ​ງ​ອຽນ​ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ

ການ​ພົບ​ປະ​ແມ່ນ​ໂອ​ກາດ​ເພື່ອ​ເພີ່​ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ສະ​ໜ​ິດ​ຕິດ​ພັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຂອງ​ຊາວ​ຮຶງ​ອຽນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ມາ​ເກົາ ກໍ່​ຄື​ຢູ່​ຫວຽດ​ນາມ.

ສະ​ມາ​ຄົມ​ຊາວ ຮຶງ​ອຽນ ອາ​ໄສ​ຢູ່​ມາ​ເກົາ​ໄດ້​ສ້າງ​ຕັ້ງ​ແຕ່​ປີ 2018. ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ມີ​ສະ​ມາ​ຊິກ 40 ຄົນ. ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ມາ​ຮອດ​ປັດ​ຈຸ​ບັນ, ສະ​ມາ​ຄົມ​ຊາວ​ຮຶງ​ອຽນ ຍາມ​ໃດ​ກໍ່​ຍົກ​ສູງ​ຈິດ​ໃຈ​ຄວາມ​ສາ​ມັກ​ຄ​ີ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ຮັກ​ແພງ​ກັນ ຂອງ​ຊ​າວ​ຫວຽດ​ນາມ ເປັນ​ຕົ້ນ​ແມ່ນ​ຊາວ​ຮຶງ​ອຽນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ ມາ​ເກົາ.

ໂດຍ​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຮຶງ​ອຽນ, ທ່ານ​ນາງ ລຶວ​ທິ​ດຽບ ຫົວ​ໜ້າ​ສະ​ມາ​ຄົມ ໃຫ້​ຮູ້​ວ່າ ພາຍຫຼັງ​ການ​ສ້າງ​ຕັ້ງ​ມາ​ເປັນ​ເວ​ລາ 3 ປີ, ສະ​ມາ​ຄົມ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ຄື​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ບັນ​ດາ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ມີ​ພະ​ຍາດ, ເສຍ​ຊີ​ວິດ​ຢູ່ ມາ​ເກົາ, ເຂົ້າ​ຮ່ວມ​ບັນ​ດາ​ຊຸດ​ການ​ຮຽນ, ກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ​ກົດ​ໝາຍ​ປະ​ເທດ​ປະ​ຈ​ຳ​ຖິ່ນ, ເຂົ້າ​ຮ່ວມ​ບັນ​ດາ​ຂະ​ບວນ​ການ​ສະ​ແດງ​ສິ​ລ​ະ​ປະ​ທີ່​ມີ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ ຂອງ ຫວຽດ​ນາມ ແນະ​ນຳ​ໄປ​ຍັງ​ເພື່ອນ​ມິດ​ມາ​ເກົາ.

ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ພົບ​ປະ​ພົວ​ພັນ​ຢູ່ ມາ​ເກົາ (ຈີນ)
ລາຍ​ການ​ສະ​ແດງ​ສິ​ລະ​ປະ

ທ່ານ​ນາງ ດຽບ ໄດ້​ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ມາ​ຄົມ ຊາວ​ຮຶງ​ອຽນ ຈະ​ເຕົ້າ​ໂຮມ​ຊາວ​ຮຶ​ງ​ອຽນ​ຕື່ມ​ອີກ ເພື່ອ​ສ້າງ​ສະ​ມາ​ຄົມ​ທີ່​ເຂັ້ມ​ແຂງ ແລະ ແບ່ງ​ປັນ​ການ​ຊ່ວຍ​ເຫຼື​ອ​ເຊິ່ງ​ກັນ​ແລະ​ກັນ. ສະ​ມາ​ຄົມ​ໄດ້​ເອົາ​ໃຈ​ໃສ່​ລະ​ດົມ​ກຳ​ລັງ​ໃຈ, ສຶກ​ສາ​ໃຫ້​ແກ່​ສະ​ມາ​ຊິກ​ສະ​ມາ​ຄົມ ປະ​ຕິ​ບັດຕາມ​ທຸກ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອງ​ ແລະ ກົດ​ໝາຍ​ປະ​ເທດ​ປະ​ຈຳ​ຖິ່ນ, ສ້າງ​ພາບ​ພົດ​ທີ່​ສວຍ​ງາມ ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ໃນ​ສາຍ​ຕາ​ຂອງ​ເພື່ອນ​ມິດ​ສາ​ກົນ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ສະ​ມາ​ຄົມ​ຈະ​ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ສະ​ມາ​ຊິກ​ສະ​ມາ​ຄົມ​ຊາວ​ຮຶງ​ອຽນ​ຕັ້ງ​ໜ້າ​ຕອບ​ສະ​ໜອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ ມາ​ເກົາ, ສ້າງ​ສະ​ມາ​ຄົມ​ຊາວ​ຮຶງ​ອຽນ ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ສະ​ມາ​ຄົມ. ການ​ພົບ​ປະ​ໄດ້​ດຳ​ເນີນ​ບັນ​ດາ​ບັນ​ດາກ​ານ​ລະຫຼິ​້ນ​ບັນ​ເທິງ, ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ ແລະ ພິ​ເສດ​ກ່​ວາ ແມ່ນ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ມູນ​ເຊື້ອຂອງ​ຊາວ ຮຶງ​ອຽນ​ຄື​ໝາກ​ລຳ​ໄຍ, ເຂົ້າ​ໜົມ​ໃຢ່.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ

ຍ​ສ​ໝ - ເພື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ມາ​ຄົມ​ມ​ິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ, ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ປະ​ຈຳ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ເນື້ອ​ໃນ​ການ​ປະ​ຕິ​ບັດ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ໃນ​ເວັບ​ໄຊ ແລະ ສື່​ສັງ​ຄົມ​ອອນ​ລາຍ Facebook ຂອງ​ສະ​ມາ​ຄົມ​ໃຫ້​ທັນ​ການ ແລະ ອຸ​ດົມ​ສົມ​ບູນ.

ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ປະ​ເທດ​ພ້ອມ​ກັບ​ຄະ​ນະ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ບັນ​ດາ​ເຈົ້າ​ຊີ​ວິດຮ

ຍ​ສ​ໝ - ໃນ​ບັນ​ຍາ​ການ​ສົມ​ກຽດ​ບົນ​ພູ​ເງຍ​ລິງ, ຕໍ່​ໜ້າ​ບັນ​ດາ​ວິນ​ຍານ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດຮຸ່ງ, ບັນ​ດາ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ ໄດ້​ຖະ​ຫວາຍ​ທູບ​ທຽນ ສະ​ແດງ​ຄວາມ​ຮູບຸນ​ຄຸນ​ຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນພະບຸລຸດ, ສະ​ແດງ​ໃຫ້​ເຫັນ ​ສິນ​ທຳ​ທີ່​ວ່າ "ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ" ຂອງ​ຊາດ, ພາ​ວະ​ນາ​ຂໍໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ, ສາ​ມັກ​ຄີ, ບືນ​ຕົ​ວ​ຂຶ້ນ​ຢ່າງ​ແຮງ ປະ​ກອບ​ສ່ວນ​ເຂົ້າ​ກຳ​ລັງ​ແຮງ​ຢ່າງ​ໃຫຍ່ຫຼວງ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ລົງ​ນາມ​ການ​ຮ່ວມ​ມື ກັບ VGJA ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ລົງ​ນາມ​ການ​ຮ່ວມ​ມື ກັບ VGJA

ຍ​ສ​ໝ - ໂດຍ​ຕ່າງ​ໜ້າ​ສະ​ມາ​ຄົມ ວິ​ທະ​ຫາ​ກິດ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ, ທ່ານ ປີ​ເຕີ ຮົ່ງ - ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ ໄດ້​ເນັ້ນ​ໜັກ​ວ່າ: ​ເງິນ​ຕາ​ຈາກ​ຜູ້ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ຄວາມ​ສຳ​ຄັນ​ສຳ​ລັບຫຼາຍ​ປະ​ເທດ​ໃນ​ໂລກ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ. ສຳ​ລັບ​ຫວຽດ​ນາມ, ເງິນ​ຕາ​ຈາກ​ຜູ້​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຍິ່ງ​ສຳ​ຄັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.