ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6

08:01 | 25/04/2021

ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.

ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ
ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20 ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20
ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6
ທ່ານພົນໂທ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ຖ່າຍຮູບຢູ່ຫຼັກໝາຍ 1369 (ພາບ: TTXVN)

ວັນທີ 24 ເມສາ ຢູ່ ນະຄອນ ຕຸງຊິງ ແຂວງ ກວາງຊີ ປະເທດຈີນ ໄດ້ດຳເນີນການພົບປະແລກປ່ຽນປ້ອງກັນຊາດ ຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 6. ທ່ານພົນໂທ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມ ແລະ ພົນໂທ ເວີ້ຍເຟີ້ງເຮີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຈີນ ເປັນປະທານຮ່ວມການເຄື່ອນໄຫວນີ້.

ກ່ອນຫນ້ານັ້ນ ຕອນເຊົ້າວັນທີ 24 ເມສາ ພິທິຕ້ອນຮັບຄະນະຜູ້ແທນ ກະຊວງປ້ອງກັນປະເທດ ຫວຽດນາມ ຢູ່ ດ່ານຊາຍແດນ ຕຸງຊິງ ໂດຍພົນໂທ ເວີ້ຍເຟີ້ງເຮີ ລັດຖະມົນຕີກະຊວງປອ້ງກັນປະເທດຈີນ ເປັນເຈົ້າພາບ.

ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ. ນະທີ່ນີ້ ສອງຝ່າຍ ຢືນຢັນ ການພົບປະແລກປ່ຽນ ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ, ເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຫນູນຊ່ວຍກັນລະຫວ່າງ ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນທ້ອງຖິ່ນສອງປະເທດເທົ່ານັ້ນ ຫາກຍັງໃຫ້ໂລກເຫັນໄດ້ຄວາມຕັດສິນໃຈ, ຄວາມສາມັກຄີມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດອີກດ້ວຍ. ຫວຽດນາມ ແລະຈີນ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຮັກສາ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນການຮ່ວມມື ມິດຕະພາບ ລະຫວ່າງປະຊາຊົນ ແລະ ບັນດາກຳລັງປົກປັກຮັກສາຊາຍແດນສອງປະເທດ.

ພາຍຫລັງການເຈລະຈາ, ລັດຖະມົນຕີທັງສອງທ່ານ ເປັນສັກຂິພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບເລື່ອງສືບຕໍ່ຜັນຂະຫຍາຍການຮ່ວມມືຄົ້ນຄ້ວາວິທະຍາສາດລະຫວ່າງ ສະຖາບັນຍຸດທະສາດປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ສະຖາບັນວິທະຍາສາດກອງທັບປົດປ່ອຍປະຊາຊົນຈີນ.

ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ

ຍສໝ - ນີ້ແມ່ນກອງປະຊຸມມີຄວາມໝາຍສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ເພື່ອແນໃສ່ຊຸກຍູ້ການປ້ອງກັນຄວາມສະຫງົບແຫ່ງຊາດ, ຕໍ່ສູ້ຕ້ານອາດຊະຍາກຳ.

ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20 ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.

ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6 ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ ຄັ້ງທີ 6

ຍ​ສໝ - ກອງປະຊຸມໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືຂອງບັນດາກຸ່ມປະຕິບັດງານໃນຂົງເຂດທະນາຄານ ເມື່ອບັນລຸໄດ້ຄາດໝາຍການເຄື່ອນໄຫວໄດ້ວາງອອກນັບແຕ່ຕົ້ນປີ 2020 ເກືອບທັງໝົດ, ໃນນັ້ນ ຈຸດພົ້ນເດັ່ນແມ່ນຂໍ້ລິເລີ່ມໃຫ້ບຸລິມະສິດການຮ່ວມມືຂອງເສົາຄ້ຳເສດຖະກິດຂອງປີປະທານ ອາຊຽນ 2020 ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ຊຳລະເງິນໃນພາກພື້ນ.

vovworld.vn

ເຫດການ
302 Found

Found

The document has moved here.