ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ

15:02 | 25/04/2021

ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຫຼຸດຜ່ອນ ສິ່ງກີດຂວາງດ້ານການຄ້າ, ກຳຈັດຄວາມຫຍຸ້ງຍາກ ແລະ ບັນຫາຕ່າງໆໃຫ້ວິສາຫະກິດຂອງສອງປະເທດ ໃນການນຳວົງເງິນການຄ້າສອງຝ່າຍຂຶ້ນເປັນ 10 ຕື້ໂດລາສະຫະລັດໂດຍໄວ ຕາມທ່າອຽງຫຼຸດຜ່ອນການຂາດດຸນການຄ້າຂອງຫວຽດນາມ.

ພົບປະແລກປ່ຽນຜ່ານທາງອອນລາຍ ກັບປະຊາຄົມຊາວຫວຽດນາມຢູ່ອິນໂດເນເຊຍ ເນື່ອງໃນໂອກາດ ປີໃໝ່ 2021 ພົບປະແລກປ່ຽນຜ່ານທາງອອນລາຍ ກັບປະຊາຄົມຊາວຫວຽດນາມຢູ່ອິນໂດເນເຊຍ ເນື່ອງໃນໂອກາດ ປີໃໝ່ 2021
ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ

ຕອນບ່າຍວັນທີ 23 ເມສາ, ຢູ່ທຳນຽບປະທານາທິບໍດີທີ່ນະຄອນ Bogor, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ
ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. (ພາບ: TTXVN)

ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ສະແດງຄວາມຊົມເຊີຍ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ຮັບການເລືອກຕັ້ງໂດຍສະພາແຫ່ງຊາດ ເປັນນາຍົກລັດຖະມົນຕີໃໝ່ຂອງຫວຽດນາມ; ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນການລະບາດ COVID-19, ແລະ ການຟື້ນຟູ ແລະ ການພັດທະນາເສດຖະກິດ; ຢືນຢັນວ່າ ອິນໂດເນເຊຍຖືເປັນສຳຄັນ ແລະ ປາດຖະໜາຢາກພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດກັບຫວຽດນາມຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນວ່າ, ຫວຽດນາມສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ແລະ ຫັນເປັນການຫຼາຍຮູບຫຼາຍແບບ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຕັ້ງໜ້າເຊື່ອມໂຍງເຂົ້າກັບປະເທດຢ່າງຮອບດ້ານ; ຢືນຢັນວ່າ ຫວຽດນາມຖືເປັນສຳຄັນທີ່ສຸດ, ຈະເສີມຂະຫຍາຍ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍຕະຫຼອດໄປ.

ຫວຽດນາມ ໄດ້ເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ
(ພາບ: TTXVN)

ທີ່ການພົບປະ, ສອງຝ່າຍມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືສອງຝ່າຍນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າ; ຕົກລົງທີ່ຈະປະສານສົມທົບການຈັດຕັ້ງປະຕິບັດແຜນງານຢ່າງມີປະສິດທິຜົນ ໃນໄລຍະປີ 2019-2023, ການຈັດຕັ້ງປະຕິບັດຍຸດທະສາດຄູ່ຮ່ວມມືຍຸດທະສາດ ແລະ ວິໄສທັດການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄລຍະ 2018-2022.

ຜູ້ນຳສອງທ່ານ ໄດ້ຢືນຢັນວ່າໃຫ້ຄວາມສຳຄັນເປັນພິເສດ ຕໍ່ຄວາມຈຳເປັນທີ່ຈະສຳເລັດການເຈລະຈາ ກ່ຽວກັບເຂດແດນຂອງເຂດເສດຖະກິດຈຳເພາະ ລະຫວ່າງສອງປະເທດ ເພື່ອສ້າງແລວທາງກົດໝາຍໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມື ແລະ ຫຼຸດຜ່ອນກໍລະນີການຫາປາຜິດກົດໝາຍ ແລະ ສ້າງບັນດາຮູບແບບແກ້ໄຂຄວາມແຕກຕ່າງຢູ່ທະເລໃນບັນດາປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ຕໍ່ຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັກສາຄວາມສະຫງົບ, ຄວາມໝັ້ນຄົງ ແລະ ຄວາມປອດໄພໃຫ້ແກ່ການທາງທະເລ, ແລະ ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງມີປະສິດທິຜົນ ແລະ ການສຳເລັດການເຈລະຈາໃນຕົ້ນປີ ກ່ຽວກັບກົດແຫ່ງການປະພຶດທີ່ມີປະສິດທິຜົນຢູ່ທະເລຕາເວັນອອກ (COC) ຕາມກົດໝາຍສາກົນ, ລວມທັງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ (UNCLOS) 1982.

ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ

ຍສໝ - ລັດຖະບານສອງປະເທດຍາມໃດກໍ່ສະໜັບສະໜູນ ແລະໜູນຊ່ວຍການຮ່ວມມືຮອບດ້ານໃນທຸກຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ, ໃນນັ້ນຍາມໃດກໍ່ສ້າງເງື່ອນໄຂສະດວກ ແລະໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດໃນການເຄື່ອນໄຫວລົງທຶນ, ຜະລິດ ແລະດຳເນີນທຸລະກິດ ແລະ ອື່ນໆ ເພື່ອແນໃສ່ປະຕິບັດແຜນການດຳເນີນງານຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ໄລຍະປີ 2019-2023 ໃຫ້ສຳເລັດ.

ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ

ວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ຈັດພິທີມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas (ACC) ໃຫ້ແກ່ທ່ານ Imam Edy Muluono, ເອກອັກຄະລັດຖະທູດອິນໂດເນເຊຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ພາຍຫຼັງອິນໂດເນເຊຍປະສົບຄວາມເສຍຫາຍຈາກແຜ່ນດິນໄຫວຢ່າງແຮງ ແລະ ອຸບັດຕິເຫດເຮືອບິນຕົກຢູ່ນອກຝັ່ງທະເລຈາກາຕາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.