ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ

09:53 | 23/04/2021

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ເຫັນດີຊຸກຍູ້ການເຈລະຈາກ່ຽວກັບລະບຽບການເດີນທາງບູລິມະສິດ ລະຫວ່າງຫວຽດນາມ ແລະ ສິງກະໂປ, ສືບຕໍ່ເປີດການບິນການຄ້າທີ່ປອດໄພຕາມສະພາບການຂອງແຕ່ລະປະເທດ ແລະ ພາກພື້ນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ
ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ, ໃນວັນທີ 21 ເມສາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ໄດ້ມີການໂອ້ລົມສະແດງຄວາມຍິນດີອວຍພອນ.

ທີ່ການໂອ້ລົມໂທລະສັບ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ໃນການຈັດຕັ້ງກອງປະຊຸມໃຫຍ່ພັກກອມມູນິດຄັ້ງທີ XIII, ການເລືອກຕັ້ງຜູ້ນຳຊຸດໃໝ່ ຢ່າງສຳເລັດຜົນ; ບັນດາຜົນງານທີ່ບັນລຸໄດ້ໃນການຮັບມືຕໍ່ການຜັນແປຂອງໂລກລະບາດ COVID-19 ແລະ ພັດທະນາເສດຖະກິດ - ສັງຄົມ, ພ້ອມທັງຜົນສຳເລັດທີ່ພົ້ນເດັ່ນຂອງວຽກງານຕ່າງປະເທດໃນຊຸມປີທີ່ຜ່ານມາ. ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຢືນຢັນວ່າ, ສິງກະໂປ ຍາມໃດ​ກໍ່​ໃຫ້ບຸລິມະສິດສູງໃນການພົວພັນກັບຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການໂອ້ລົມກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ.(ພາບ: baochinhphu)

ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມຍິນດີຕໍ່ການພັດທະນາໃນແງ່ດີ ຂອງການຮ່ວມມືສອງຝ່າຍ, ບໍ່ຫົວຊາຈະມີຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງ COVID-19. ພິເສດ, ໃນປີ 2020 ແລະ ໄຕມາດທີ1 ປີ 2021, ສິງກະໂປແມ່ນປະເທດທີ່ມີແຫຼ່ງລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ, ຮູບແບບບັນດາເຂດອຸດສາຫະກຳຫວຽດນາມ - ສິງກະໂປ (VSIP) ພວມດຳເນີນງານຢ່າງມີປະສິດທິຜົນ ແລະ ເປັນສັນຍາລັກໃຫ້ແກ່ຜົນສຳເລັດໃນການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ.

ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຂອງທັງສອງຝ່າຍ ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ, ຄື: ການເງິນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ກະສິກຳ ແລະ ການປະມົງ, ການສຶກສາ ແລະ ການຝຶກອົບຮົມ, ພື້ນຖານໂຄງລ່າງ..., ຂະຫຍາຍໄປສູ່ຂົງເຂດອື່ນໆ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການການປະຕິວັດອຸດສາຫະກຳຄັ້ງທີ 4, ເຊັ່ນ: ການພັດທະນາພະລັງງານທີ່ສະອາດ, ຕົວເມືອງສະຫຼາດ, ການປະດິດສ້າງໃໝ່, ເສດຖະກິດດີຈີຕອນ ແລະ ການຫັນເປັນດິຈິຕອນ.

ສອງຝ່າຍເຫັນດີເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນການຕອບໂຕ້ຢ່າງມີປະສິດຕິຜົນ ຕໍ່ການລະບາດຂອງ COVID-19, ສ້າງເງື່ອນໄຂໃຫ້ການລະບຽບການເດີນທາງບູລິມະສິດ ລະຫວ່າງພົນລະເມືອງຫວຽດນາມ ແລະ ສິງກະໂປ, ກ້າວໄປສູ່ການບິນການຄ້າທີ່ປອດໄພສອດຄ່ອງກັບສະພາບການ ຂອງແຕ່ລະປະເທດ ແລະ ເຂດແຄວ້ນເພື່ອສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທືນ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ.

ກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່າງສອງປະເທດ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ; ສະແດງຄວາມຂອບໃຈສິງກະໂປທີ່ໄດ້ສະໜັບສະໜູນຫວຽດນາມ ໃນຕຳແໜ່ງເປັນປະທານອາຊຽນປີ 2020. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສິງກະໂປສືບຕໍ່ສະໜັບສະໜູນ ຫວຽດນາມ ປະຕິບັດບົດບາດເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນປີ 2021.

ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ຍສໝ - ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ

ຍສໝ - ໃນວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມໂທລະສັບກັບ ທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ

ສຳຄັນທີ່ສຸດແມ່ນວິໄສທັດ 2045 ເພື່ອນຳປະເທດ ຫວຽດນາມ ກາຍເປັນພື້ນຖານເສດຖະກິດພັດທະນາ ແລະ ນີ້ຈະແມ່ນພາລະກຳ ເຊິ່ງຄະນະການນຳໃໝ່ຂອງ ຫວຽດນາມ ຈະແບກຫາບພາຍຫລັງກອງປະຊຸມໃຫຍ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.