ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

15:40 | 07/04/2021

ຍສໝ - ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ໄດ້ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen

ເນື່ອງໃນໂອກາດທ່ານ ຟ້າມມິງຈີງ ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຫວຽດນາມ, ໃນວັນທີ 6 ເມສາ ນີ້, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງຫວຽດນາມບັນລຸໄດ້ໃນຊຸມປີມໍ່ໆມານີ້, ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະສືບຕໍ່ບັນລຸຜົນສຳເລັດຫຼາຍຢ່າງໃນຂະບວນການປ່ຽນແປງໃໝ່, ສ້າງສາ ແລະ ການພັດທະນາຂອງປະເທດ; ຍົກສູງທີ່ຕັ້ງບົດບາດ ແລະ ທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ໃນເວທີສາກົນ.

ທ່ານນາຍົກລັດຖະມົນຕີກຳປູເຈຍ ມີການສົນທະນາທາງໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການສົນທະນາທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen. (ພາບ: vietnamplus)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານນາຍົກລັດຖະມົນຕີ Hun Sen ທີ່ໄດ້ສົ່ງຈົດໝາຍອວຍພອນ; ຢືນຢັນຄວາມປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ກັບທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໃນໄລຍະຈະມາເຖິງ ເພື່ອນຳການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ລັດຖະບານຫວຽດນາມ ແລະ ກຳປູເຈຍສືບຕໍ່ພັດທະນາແບບຍືນຍົງ, ມີປະສິດທິຜົນກວ່າອີກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເຊື່ອໝັ້ນວ່າລັດຖະບານ ແລະ ປະຊາຊົນກຳປູເຈຍ, ພາຍໃຕ້ການນຳພາຂອງ ທ່ານ ນາຍົກລັດຖະມົນຕີ Hun Sen ຈະຄວບຄຸມການລະບາດຂອງພະຍາດ COVID-19 ໄດ້ເປັນຢ່າງດີ ແລະ ສືບຕໍ່ບັນລຸຜົນສຳເລັດໃໝ່ຫຼາຍຢ່າງ; ເຫັນດີມອບໝາຍໃຫ້ລັດຖະມົນຕີສາທາລະນະສຸກຂອງສອງປະເທດ ແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.

ສອງຝ່າຍເຫັນດີເປັນເອກະພາບ ໃນການປະສານສົມທົບກັນຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ລະຫວ່າງຜູ້ນຳຂັ້ນສູງຂອງສອງປະເທດ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງການຄຸ້ມຄອງຊາຍແດນ, ແລະ ປະສານສົມທົບເພື່ອປ້ອງກັນການແຜ່ລະບາດຂອງພະຍາດ, ພ້ອມດຽວກັນຮັບປະກັນການຈໍລະຈອນສິນຄ້າທີ່ສະດວກ ໂດຍຜ່ານດ່ານຊາຍແດນ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ, ຮ່ວມເດີນທາງກັບບັນດາປະເທດສະມາຊິກອື່ນໆ ໃນການຮັກສາຄວາມສາມັກຄີ, ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ.

ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6% ໃນປີ 2025 ອັດຕາສ່ວນການປະກອບສ່ວນຂອງການບໍລິການ logistics ເຂົ້າໃນ GDP ບັນລຸແຕ່ 5-6% ໃນປີ 2025

ຂໍ້ຕົກລົງກໍ່ເພີ່ມເຕີ່ມແຜນງານປະຕິບັດຂອງແຜນການຮອດປີ 2035, ວິໄສທັດຮອດປີ 2045 ເພື່ອຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາການບໍລິການ logistics ຫວຽດນາມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ

ຍສໝ - ຕອນຄ່ຳວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບປະທານາທິບໍດີຈີເລ ທ່ານ Sebastian Piñera ເພື່ອແລກປ່ຽນທິດທາງ ແລະ ມາດຕະການສະເພາະ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ຈີເລ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ

ຍສໝ - ໃນວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມໂທລະສັບກັບ ທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.