ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ

17:05 | 22/04/2021

ຍສໝ - ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີລາຄາສູງຜົນງານຂອງເວທີປາໄສໃນຕະຫຼອດ 20 ປີຜ່ານມາ, ປາດຖະໜາວ່າເວທີປາໄສສືບຕໍ່ແມ່ນບ່ອນແລກປ່ຽນລະຫວ່າງນັກການເມືອງ, ນັກຄົ້ນຄວ້າ, ວິສາຫະກິດບັນດາປະເທດກ່ຽວກັບບັນດາບັນຫາສໍາຄັນຂອງພາກພື້ນ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ
ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ເລືອກຕັ້ງສະຫາຍ ຫງວຽນຊວນຟຸກ, ກໍາມະການກົມການເມືອງ ໃຫ້ດໍາລົງຕໍາແໜ່ງປະທານປະເທດ ແຫ່ງ ສສ ຫວຽດນາມ

ຫວ່າງແລ້ວນີ້, ເວທີປາໄສອາຊີ ປົວອາວ ໄດ້ໄຂຂຶ້ນຢູ່ນະຄອນປົວອາວ ແຂວງ ໄຮໜາມ ປະເທດຈີນຕາມຮູບການທາງອອນລາຍສົມທົບກັບການຈັດຂຶ້ນຢູ່ຫໍປະຊຸມ. ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີບົດກ່າວປາໄສທາງອອນລາຍໃນພິທີໄຂເວທີປາໄສ.

ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ  ເຂົ້າຮ່ວມ ເວທີປາໄສອາຊີ ປົວອາວ
ທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ. (ພາບ: TTXVN)

ທີ່ເວທີປາໄສ, ບັນດາການນຳໄດ້ເນັ້ນໜັກເຖິງ ຄວາມຈຳເປັນຕ້ອງເພີ່ມທະວີການປະສານສົມທົບລະຫວ່າງບັນດາປະເທດ, ຄື: ຮັບມືຕໍ່ການລະບາດຂອງພະຍາດ COVID-19, ໂດຍສະເພາະແມ່ນ ຮັບປະກັນແຫຼ່ງຢາວັກຊີນສຳລັບປະຊາຊົນ; ການຟື້ນຟູເສດຖະກິດໂດຍການສົ່ງເສີມການຄ້າ ແລະ ການລົງທືນແບບເສລີ, ຮັບປະກັນການດຳເນີນງານ ຂອງລະບົບຕ່ອງໂສ້ການສະໜອງໃນພາກພື້ນ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ພັດທະນາເສດຖະກິດດີຈີຕອນ; ຍູ້ແຮງການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ເພີ່ມທະວີການຮ່ວມມື ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດສັນຍາປາຣີ ກ່ຽວກັບການປ່ຽນແປງດິນຟ້າອາກາດ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕີລາຄາສູງຜົນງານຂອງເວທີປາໄສໃນຕະຫຼອດ 20 ປີຜ່ານມາ, ປາດຖະໜາວ່າເວທີປາໄສສືບຕໍ່ແມ່ນບ່ອນແລກປ່ຽນລະຫວ່າງນັກການເມືອງ, ນັກຄົ້ນຄວ້າ, ວິສາຫະກິດບັນດາປະເທດກ່ຽວກັບບັນດາບັນຫາສໍາຄັນຂອງພາກພື້ນ. ທ່ານປະທານປະເທດ ເນັ້ນໜັກເຖິງບາງຂົງເຂດທີ່ບັນດາປະເທດຕ້ອງເອົາໃຈໃສ່ເປັນພິເສດ ນັ້ນແມ່ນ: ຍູ້ແຮງການຮ່ວມມືໃນການຄວບຄຸມ, ສະກັດກັ້ນໂລກພະຍາດ, ຮັບປະກັນກາລະໂອກາດສໍາຜັດກັບວັກຊິນດ້ວຍລາຄາທີ່ເໝາະສົມ; ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສ້າງຄວາມສະດວກດ້ານການຄ້າ, ການລົງທຶນ, ຮັບປະກັນລະບົບສະໜອງ, ຊຸກຍູ້ການຜະລິດ, ສ້າງວຽກເຮັດງານທໍາ; ລະດົມຊັບພະຍາກອນໃຫ້ແກ່ການພັດທະນດ້ານເສດຖະກິດແບບຍືນຍົງ ແລະກວມລວມ, ມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ 2030; ແລະສ້າງພື້ນຖານໂຄງລາງຄົບຊຸດ ແລະພັດທະນາຊັບພະຍາກອນມະນຸດໃຫ້ແກ່ການຫັນປ່ຽນດີຈີຕອນ.

ກ່ຽວກັບການຮ່ວມມື ຫວຽດນາມ-ຈີນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຫວັງຢາກເພີ່ມທະວີການຮ່ວມມືຮອບດ້ານ, ມີປະສິດທິຜົນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຈີນ, ພ້ອມກັນຜ່ານຜ່າໂລກລະບາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ທີ່ມາຫວຽດນາມເພື່ອຄົ້ນຄ້ວາ, ລົງທຶນແລະ ດຳເນີນທຸລະກິດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສິງກະໂປ

ຍສໝ - ໃນວັນທີ 10 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມໂທລະສັບກັບ ທ່ານນາຍົກລັດຖະມົນຕີສິງກະໂປ Lee Hsien Loong ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.