ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ

17:00 | 20/04/2021

ຍສໝ - ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນເມສາ 2021, ວັນທີ 19 ເມສາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ເປັນປະທານວາລະປຶກສາ ຫາລືເປີດຂັ້ນສູງ ສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະບັນດາອົງການຈັດຕັ້ງພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ” ຜ່ານລະບົບທາງໄກ ແລະໂດຍກົງ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ

ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງຂອງປະເທດຫວຽດນາມ ເປັນປະທານເຫດການໜຶ່ງໃນຂອບເຂດສະພາຄວາມໝັ້ນຄົງ, ເປັນການຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ກັບ ສປຊ ໃນເລື່ອງຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະສະກັດກັ້ນ, ແກ້ໄຂການປະທະກັນ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ. (ພາບ: TTXVN)

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຝຸກ ໄດ້ຢືນຢັນການສ້າງຕັ້ງ ແລະ ພັດທະນາຂອງ ສປຊ ແມ່ນສັນຍາລັກຂອງຄວາມໄວ້ເນື້ອເຊື່ອໃຈລວມຢ່າງແຮງ, ເໝາະສົມແກ່ການເຂົ້າໃນລັດທິຫຼາຍຝ່າຍ ແລະ ການຮ່ວມມືສາກົນຫຼາຍລະດັບ. ໂດຍໄດ້ຮັບການກຳນົດທິດຈາກຄວາມໄວ້ເນື້ອເຊື່ອໃຈນັ້ນ, ຫຼາຍອົງການໃນພາກພື້ນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຕີບໂຕຢ່າງກ້າວກະໂດດຂັ້ນ. ແລະ ອາຊຽນ ແມ່ນອົງການໃນພາກພື້ນ ໄດ້ຮັບການສ້າງຂຶ້ນການເປັນປະຊາຄົມສະໜິດຕິດພັນ, ໂຄງປະກອບພາກພື້ນເປີດ, ໂປ່ງໃສ, ກວມລວມ ແລະ ອີງຕາມກົດລະບຽບ.

ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ກໍ່ຢືນຢັນວ່າ, ຢູ່ອາຊີຕາເວັນອອກສ່ຽງໃຕ້, ທັງກຸ່ມອາຊຽນ ພວມມານະພະຍາຍາມ ມຸ່ງໄປເຖິງເປົ້າໝາຍການປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ສາມັກຄີດ້ານການເມືອງ, ວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ, ສະໜິດຕິດພັນດ້ານເສດຖະກິດ ແລະ ເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ ເພື່ອພື້ນຖານສັນຕິພາບຍືນຍົງ
ບັນຍາກາດທີ່ກອງປະຊຸມ. (ພາບ: TTXVN)

ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ຢືນຢັນວ່າ, ເປັນຄັ້ງທີ 2, ຫວຽດນາມ ໄດ້ຮັບຄວາມເປັນກຽດ ດຳລົງຕຳແໜ່ງປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນອາຍຸການນີ້. ດ້ວຍຄວາມມຸ່ງຫວັງສ້າງປະເທສດຊາດແຫ່ງສັນຕິພາບ, ວັດທະນະຖາວອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມ ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຂອງ ສປຊ ແລະ ສະພາຄວາມໝັ້ນຄົງ ສປຊ.

ຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ ຢ່າງເປັນທາງການໃນວັນທີ 20 ກັນຍາ 1977. ໃນ 44 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ສປຊ ໄດ້ປະກອບສ່ວນປົກປ້ອງ ແລະຊຸກຍູ້ຜົນປະໂຫຍດແຫ່ງຊາດ-ຊົນຊາດ, ໂດຍສະເພາະແມ່ນຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະສ້າງຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ. ຜ່ານເລື່ອງເປັນເຈົ້າການ, ຕັ້ງໜ້າປະກອບສ່ວນ ແລະນັບມື້ນັບແທດຈິງຕໍ່ກັບການເຄື່ອນໄຫວຂອງ ສປຊ, ຫວຽດນາມ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຫຼາຍຕຳແໜ່ງ, ອົງການສຳຄັນຂອງ ສປຊ, ໃນນັ້ນໄດ້ເລືອກຕັ້ງເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ສອງເທື່ອ.

ໃນຖານະຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ຫວຽດນາມ ໄດ້ເຮັດສຳເລັດວຽກງານບໍລິຫານ, ປະທານການເຄື່ອນໄຫວ ແລະຕາງໜ້າໃຫ້ສະພາຄວາມໝັ້ນຄົງໃນການພົວພັນກັບບັນດາປະເທດ, ບັນດາອົງການຈັດຕັ້ງ ສປຊ, ບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ

ຍສໝ - ຕອນຄ່ຳວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບປະທານາທິບໍດີຈີເລ ທ່ານ Sebastian Piñera ເພື່ອແລກປ່ຽນທິດທາງ ແລະ ມາດຕະການສະເພາະ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ຈີເລ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ພາຍຫຼັງອິນໂດເນເຊຍປະສົບຄວາມເສຍຫາຍຈາກແຜ່ນດິນໄຫວຢ່າງແຮງ ແລະ ອຸບັດຕິເຫດເຮືອບິນຕົກຢູ່ນອກຝັ່ງທະເລຈາກາຕາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.