ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ

17:04 | 25/03/2021

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ທີ່ມາຫວຽດນາມເພື່ອຄົ້ນຄ້ວາ, ລົງທຶນແລະ ດຳເນີນທຸລະກິດຢູ່ຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

ໃນຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ Thomas Schuller-Gotzburg ແລະ ຜູ້ອຳນວຍການໃຫຍ່ບໍລິສັດ AT&S (ອົດສະຕາລີ) ທ່ານ Ingolf Schroeder.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ທີ່ມາຫວຽດນາມເພື່ອຄົ້ນຄ້ວາ, ລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ Ingolf Schroeder ເອກອັກຄະລັດຖະທູດສາທາລະນະລັດ ອົດສະຕາລີ. (ພາບ: TTXVN)

ທີ່ການພົບປະ, ໂດຍຕອບສະໜອງຄວາມຄິດເຫັນຂອງບັນດາຜູ້ນຳບໍລິສັດ AT&S (ອົດສະຕາລີ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າບັນດາໂຄງການ FDI ຢູ່ຫວຽດນາມປະສົບຜົນ ສຳເລັດໂດຍພື້ນຖານ, ພິເສດແມ່ນບັນດາໂຄງການເຕັກໂນໂລຢີ, ຄື: Intel, Samsung ... ລັດຖະບານຫວຽດນາມ ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ ໃນການດຳເນີນທຸລະກິດຢູ່ຫວຽດນາມຢ່າງສຳເລັດຜົນ, ເນັ້ນໜັກວ່າ ຫວຽດນາມມີນະໂຍບາຍຊຸກຍູ້ການລົງທຶນທີ່ເອື້ອອຳນວຍ, ພິເສດແມ່ນແຮງຈູງໃຈໃຫ້ແກ່ບັນດາໂຄງການເຕັກໂນໂລຢີສູງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ຫວຽດນາມ ແມ່ນທາງເລືອກທີ່ດີທີ່ສຸດສຳລັບບັນດານັກລົງທຶນຕ່າງປະເທດ ເພາະວ່າ ຄົນຫວຽດນາມມີສະຕິປັນຍາ ແລະ ຄວາມຂະຫຍັນຂັນເຄື່ອນ. ນີ້ກໍ່ແມ່ນໂອກາດສຳລັບວິສາຫະກິດໃຫຍ່ຕ່າງປະເທດ. ດ້ວຍປະສົບການຂອງຫວຽດນາມ ໃນການດຶງດູດການລົງທຶນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄາດວ່າ ບໍລິສັດ AT&S ຈະຕັດສິນໃຈລົງທຶນຢູ່ຫວຽດນາມໂດຍໄວ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄາດວ່າ ບໍລິສັດ AT&S ຈະຕັດສິນໃຈລົງທຶນຢູ່ຫວຽດນາມໂດຍໄວ. (ພາບ: TTXVN)

ໂດຍຫວນຄືນຄວາມປະທັບໃຈທີ່ດີ ຕໍ່ການຢ້ຽມຢາມອົດສະຕາລີ ໃນເມື່ອກ່ອນ, ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກຜູ້ນຳລັດຖະບານ ແລະ ປະຊາຄົມນັກທຸລະກິດອົດສະຕາລີ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາສິ່ງອຳນວຍຄວາມສະດວກ ເພື່ອໃຫ້ປະເທດ ອົດສະຕາລີ ເພີ່ມທະວີການລົງທຶນເຂົ້າມາຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ການພົວພັນລະຫວ່າງສອງຝ່າຍນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງດີງາມ; ເຊື່ອໝັ້ນວ່າສອງຝ່າຍມີຫລາຍເງື່ອນໄຂອັນສະດວກ ເພື່ອໃຫ້ການຮ່ວມມືໃຫ້ປະສົບຜົນສຳເລັດ.

ສ່ວນທ່ານ Ingolf Schroeder ເອກອັກຄະລັດຖະທູດສາທາລະນະລັດ ອົດສະຕາລີ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການເຕີບໂຕເສດຖະກິດ - ສັງຄົມຂອງຫວຽດນາມໃນຊຸມປີຜ່ານມາ; ຊົມເຊີຍຫວຽດນາມຕໍ່ການຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງສຳເລັດຜົນ.

ທ່ານເອກອັກຄະລັດຖະທູດ Ingolf Schroeder ໄດ້ກ່າວວ່າໃນປີໜ້າ, ສອງປະເທດສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ຫວັງວ່າໃນເວລາຕໍ່ມາການລະບາດຂອງ ພະຍາດ COVID-19 ຈະສາມາດຄວບຄຸມໄດ້ດີ ເພື່ອໃຫ້ທັງສອງຝ່າຍສືບຕໍ່ແລກປ່ຽນກັນໃນຂົງເຂດຕ່າງໆຢ່າງສະດວກດີ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ ອົດສະຕາລີ ອຸປະຖໍາການປະຕິບັດຂໍ້ລິເລີ່ມດີຈີຕອນຢູ່ຫວຽດນາມ

ໂຄງການອຸປະຖໍາຄູ່ຮ່ວມມືປ່ຽນແປງໃໝ່ປະດິດສ້າງຂອງອົດສະຕາລີ ຫາກໍ່ເລີ່ມປະຕິບັດການອຸປະຖໍາປີ 2021 ດ້ວຍງົບປະມານ 1,5 ລ້ານ AUD ຈາກລັດຖະບານທີ່ສະຫງວນໃຫ້ບັນດາແນວຄວາມຄິດປະດິດສ້າງທີ່ໄດ້ທົດລອງ ແລະກຽມພ້ອມທະວີຄູນຂອງບັນດາຄູ່ຮ່ວມມືອົດສະຕາລີ ແລະຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໃຫ ການຕ ອນຮ ບທ ານເອກອ ກຄະລ ດຖະທ ດສາທາລະນະລ ດອ ດສະຕາລ ໃນເດືອນ ມັງກອນ 2021 ການສົ່ງອອກຂອງຫວຽດນາມ ໄປຍັງ ອົດສະຕາລີ ບັນລຸການເຕີບໂຕກ່ວາ 62% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້

ຍສໝ - ວົງເງິນສອງສົ້ນລະຫວ່າງ ຫວຽດນາມ ແລະ ອົດສະຕາລີໃນເດືອນ ກຸມພາ 2021 ຄາດວ່າບັນລຸເກືອບ 873 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. odlasahalad US $

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.