ດົ່ງ​ນາຍ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ຝ​ລັ່ງ

08:26 | 14/04/2021

ຍ​ສ​ໝ - ໃນ​ການ​ພົວ​ພັນ​ທາງ​ການ​ທູດ​ປະ​ຊາ​ຊົນ​, ໄລ​ຍະທີ່​ຜ່ານ​ມາ, ມີຫຼາຍ​ອົງ​ການ, ສ່ວນ​ບຸກ​ຄົນ​ຢູ່ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ອຸ​ປະ​ກອນ​ການ​ແພດ (ຜ້າ​ອັດ​ປາກ​ດັງ, ຊຸດ​ປ້ອງ​ກັນ​ທາງ​ແພດ…) ໃຫ້​ແກ່​ປະ​ຊາ​ຊົນ ຝ​ລັ່ງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19
ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ
ດົ່ງ​ນາຍ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ຝ​ລັ່ງ
ບັນ​ດາ​ຜູ້​ແທນ​ຖ່າຍ​ຮູບ​ທີ່​ພິ​ທີ (ພາ​ບ: baodongnai)

ຫວ່າງ​ແລ້ວນີ້, ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ດົ່ງ​ນາຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ ດົ່ງ​ນາຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຝ​ລັ່ງ ແຂວງ​ດົ່ງ​ນາຍ, ມະ​ຫາ​ວິ​ທະ​ຍາ​ໄລ​ເຕັກ​ໂນ​ໂລ​ຢີ ດົ່ງ​ນາຍ ພ້ອມ​ກັບ​ບັນ​ດາ​ໂຮງ​ຮຽນ​ສອນ​ພ​າ​ສາ ຝ​ລັ່ງ ໃນ​ບໍ​ລິ​ເວນ ນະ​ຄອນ ບຽນ​ຮ່​ວາ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ສ.ຝ​ລັ່ງ. ວັນ​ທີ 12 ເມ​ສາ ປີ 1973, ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດຝ​ລັ່ງ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນທາງ​ກາ​ນ​ທູດ ຢ່າງ​ເປັນ​ທາງ​ການ. ການ​ຮ່ວມ​ມື​ເສດ​ຖະ​ກິດ ແມ່ນ​ຂົງ​ເຂດ​ບັນ​ລຸ​ໄດ້ຫຼາຍ​ຂີດໝາຍ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ຝ​ລັ່ງ.

ໄລ່​ຮອດ​ເດືອນ​ມີ​ນາ ປີ 2021, ຝ​ລັ່ງ​ຢຶນ​ຢູ່​ອັນ​ດັບ​ທີ 16 ໃນ​ຈຳ​ນວນ 139 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ການ​ລົງ​ທຶ​ນ​ຢູ່ ຫວຽດ​ນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ ໄດ້​ເພີ່ມ​ຂຶ້ນ​ທົບ 3 ເທົ່າ ແຕ່ 1,6 ຕື້ USD ໃນ​ປີ 2009 ຂຶ້ນ​ເຖິງ 5,3 ຕື້ USD ໃນ​ປີ 2019 (ຢຶ​ນ​ອັນ​ດັບ​ທີ 3 ຢູ່ ເອີ​ລົບ​ຖັດ​ຈາກ ເຢຍ​ລະ​ມັນ ແລະ ໂຮນ​ລັງ). ກ່ຽວ​ກັບ​ການ​ລົງ​ທຶນ​ໂດຍ​ກົງ, ຝ​ລັ່ງ ພວມ​ມີ 588 ໂຄງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ ດ້ວຍຍອດ​ເງິນ​ລົງ​ທຶນ​ບັນ​ລຸ​ໄດ້​ແມ່ນ 3,56 ຕື້ USD, ຢຶນ​ຢູ່​ອັນ​ດັບ​ທີ 2 ໃນ​ຈຳ​ນວນ​ນັກ​ລົງ​ທຶນ ເອີ​ລົບ ຢູ່ ຫວຽດ​ນາມ. ນອກ​ຈາກ​ນັ້ນ, ຝ​ລັ່ງ​ກໍ່​ພວມ​ຮ່ວມ​ມື, ຜັນ​ຂະ​ຫຍາຍຫຼາຍ​ໂຄງ​ການ​ໃນ​ບັນ​ດາ​ຂົງ​ເຂດ​ຄື ສິ່ງ​ແວ​ດ​ລ້ອມ, ວາງ​ແຜນ​ຜັງ​ຕົວ​ເມືອງ, ສອນ​ວິ​ຊາ​ຊີບ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ອຸ​ປະ​ຖຳ​ດ້ານ​ມະ​ນຸດ​ສະ​ທຳ ຢູ່​ຫວຽດ​ນາມ.

ດົ່ງ​ນາຍ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 48 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ ຝ​ລັ່ງ
(ພາບ: baodongnai)

ໃນ​ການ​ພົວ​ພັນ​ທາງ​ການ​ທູດ​ປະ​ຊາ​ຊົນ​, ໄລ​ຍະທີ່​ຜ່ານ​ມາ, ມີຫຼາຍ​ອົງ​ການ, ສ່ວນ​ບຸກ​ຄົນ​ຢູ່ ຫວຽດ​ນາມ ໄດ້​ໜູນ​ຊ່ວຍ​ອຸ​ປະ​ກອນ​ການ​ແພດ (ຜ້າ​ອັດ​ປາກ​ດັງ, ຊຸດ​ປ້ອງ​ກັນ​ທາງ​ແພດ…) ໃຫ້​ແກ່​ປະ​ຊາ​ຊົນ ຝ​ລັ່ງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ ຫົວ​ໜ້າ​ກົງ​ສູນ​ໃຫຍ່​ຝ​ລັ່ງ ປະ​ຈຳ ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຕີ​ລາ​ຄາ​ສູງ​ການ​ກະ​ທຳ​ອັນ​ສູງ​ສົ່ງ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຝ​ລັ່ງ ຫວຽດ​ນາມ ໃຫ້ຫຼາຍ​ກ່​ວາອີກ.

ຕາມ ທ່ານ ເຈິ່ນ​ມິງ​ຮຸ່ງ, ​ອະ​ທິການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ ດົ່ງ​ນາຍ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຝ​ລັ່ງ ແຂວງ ດົ່ງ​ນາຍ, ປັດ​ຈຸ​ບັນ ໃນ​ບໍ​ລິ​ເວນ​ແຂວງ ດົ່ງ​ນາຍ, ຝ​ລັ່ງ​ມີ 22 ໂຄງ​ການ ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ກ່​ວາ 227 ລ້ານ USD.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ທູດ​ການ​ຮ່ວມ​ມື​ພາ​ສາ​ຝ​ລັ່ງ, ສັງ​ກັດ ສະ​ຖານ​ທູດ ຝ​ລັ່ງ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ​ໃນ​ການ​ສ້າງ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ, ໃນ​ນັ້ນ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາ​ງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ.

ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ສາ, ທ່ານ ໂຕ​ແອັງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ມື້ນີ້​ມີ​ຄວາມໝາຍ​ຢ່າງ​ຍິ່ງ ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົງ​ນາບ​ຂູ່​ຕໍ່​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ

ຍ​ສ​ໝ - ທ່ານ ຫງວຽນ​ແທັງ​ຕ່ອງ, ອະ​ດີດ​ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ໄອ​ໄສ​ຢູ່​ຝ​ລັ່ງ​ຫາ​ກໍ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ປຶ້ມ​ພາບ​ຖ່າຍ “ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ”. ປຶ້ມ​ຫົວ​ນີ້ແມ່ນ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາ​ດ​ລົງ​ລືມ​ໄດ້​ກ່ຽວ​ກັບ​ການ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ຂອງ​ທະ​ຫານ ປະ​ຊາ​ຊົນຢູ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ປີ 2016.

ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​ໄດ້​ເປີດ​ປະຕູ​ຢ່າງ​ແຮງ ກັບ​ສາ​ກົນ​ດ້ວຍ​ວິ​ທີ​ການ​ເຂົ້າ​ຮ່ວມຫຼາຍ​ກົນ​ໄກ​ກາ​ນ​ຄ້າ​ເສ​ລີ, ຍົກ​ຕົວ​ຢ່າງ​ຄື​ຫວ່າງ​ແລ້ວນີ້ ແມ່ນ​ຂໍ້​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ເຊິ່​ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ 2020, ຕາມ​ນັ້ນ​ແລ້ວ​ຈະ​ລົບ​ລ້າງອັດ​ຕາ​ພາ​ສີ​ເກືອບ​ທັງ​ໝົດລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ຮອບ​ເວ​ລາ 10 ປີ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.