ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

15:09 | 20/04/2021

ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ
ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ມີການໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar.

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar ໄດ້ສະແດງຄວາມຊົມເຊີຍທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ທີ່ໄດ້ຮັບການແຕ່ງຕັ້ງໃໝ່; ຕີລາຄາສູງຫວຽດນາມ ໃນການປະຕິບັດເປົ້າໝາຍຄວບຄູ່ທັງຄຸ້ມຄອງການລະບາດຂອງ COVID-19 ແລະ ພັດທະນາເສດຖະກິດ - ສັງຄົມ. ພ້ອມກັນນັ້ນ ທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar ກໍ່ຊົມເຊີຍບັນດາຜົນງານໃນວຽກງານຕ່າງປະເທດໂດດເດ່ັນຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ພິເສດແມ່ນທີ່ຕັ້ງບົດບາດເປັນປະທານອາຊຽນ 2020.

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ. (ພາບ: vietnamplus)

ລັດຖະມົນຕີສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ. ລັດຖະມົນຕີສອງທ່ານ ໄດ້ເຫັນດີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍົກສູງປະສິດທິຜົນຂອງແຜນງານປະຕິບັດງານການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໄລຍະ 2021-2023; ຮັກສາກົນໄກການຮ່ວມມືສອງຝ່າຍທີ່ມີຢູ່ເປັນປະຈຳ, ປະສານສົມທົບຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຮອດປີ 2022, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ສູ້ຊົນບັນລຸວົງເງິນການຄ້າໃຫ້ໄດ້ 15 ຕື້ USD.

ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຢືນຢັນວ່າ, ຫວຽດນາມຍາມໃດກໍ່ສະໜັບສະໜູນນະໂຍບາຍ "ການກະທຳທິດຕາເວັນອອກ" ຂອງອິນເດຍ, ຮຽກຮ້ອງໃຫ້ສອງປະເທດເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນປີ 2021 ເມື່ອສອງປະເທດສົມທົບກັນຮັບຜິດຊອບບົດບາດ ຂອງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຊົມເຊີຍຫຼັກໝັ້ນສະເໝີຕົ້ນສະເໝີປາຍ ຂອງອິນເດຍ ກ່ຽວກັບທະເລຕາເວັນອອກ ແລະ ຕີລາຄາສູງບົດບາດຂອງອິນເດຍໃນເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະໃນການພົວພັນຄູ່ຮ່ວມມືອາຊຽນ - ອິນເດຍ ແລະ ສະຫະປະຊາຊາດ.

ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ

ຍສໝ - ທັນທີຫລັງຈາກຈອດລົງດິນຢູ່ສະໜາມບິນສາກົນ ກາມແຮັງ, ບັນດາພະນັກງານຖ້ຽວບິນ ແລະ ຜູ້ໂດຍສານ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19 ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19

ຍສໝ - ໃນວັນທີ 7 ພະຈິກ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຮູບການຖ່າຍທອດສົດເພື່ອຊຸກຍູ້ການທ່ອງທ່ຽວສອງຝ່າຍ.

ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020 ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020

ຍ​ສ​ໝ - "ສັບ​ປະ​ດາ​ດຳ​ເນີນ​ທຸ​ລະ​ກິດ ສ.ເກົາຫຼີ - ອາ​ຊຽນ ແລະ ອິນ​ເດຍ 2020" ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງ ວັນ​ທີ 13 - 14 ຕຸ​ລາ ຢູ່​ຫໍ​ກອງ​ປະ​ຊຸມ ແລະ ວາງ​ສະ​ແດງ Coex ຢູ່​ເຊີ​ອູນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.