ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

14:55 | 18/01/2021

ຍສໝ - ຫວ່າງແລ້ວນີ້, ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ທີ່ລັດຖະບານອິນເດຍມອບໃຫ້ຜູ້ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຂຶ້ນຢູ່ຫຼາຍແຂວງພາກກາງຫວຽດນາມ.

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ
ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ ເນື່ອງໃນໂອກາດຮັບເອົາເຄື່ອງຊ່ວຍເຫຼືອບັນເທົາທຸກນ້ຳຖ້ວມ ຈາກລັດຖະບານອິນເດຍ ໃຫ້ປະຊາຊົນໃນຫຼາຍແຂວງພາກກາງຫວຽດນາມ ໄດ້ຮັບຜົນກະທົບຈາກດິນເຈື່ອນ ແລະ ນໍ້າຖ້ວມ ເມື່ອບໍ່ດົນມານີ້. ເຂົ້າຮ່ວມພິທີດັ່ງກ່າວ, ຝ່າຍຫວຽດນາມມີຜູ້ຕາງໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ ແລະ ຄວບຄຸມໄພພິບັດທຳມະຊາດ.

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ
ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ.

ທີ່ພິທີ, ທ່ານເອກອັກຄະລັດຖະທູດ Pranay Verma ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ແບ່ງປັນຄວາມເສຍຫາຍເນື່ອງຈາກພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງທາງພາກກາງຂອງຫວຽດນາມ; ຫວັງວ່າສິ່ງຂອງສ່ວນຕົວຈຳນວນ 3.000 ຊຸດທີ່ຈະຊ່ວຍໃຫ້ປະຊາຊົນພາກກາງຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສະຖຽນລະພາບໃນຊີວິດຂອງເຂົາເຈົ້າໂດຍໄວ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ ໄດ້ຕີລາຄາສູງບັນດາການຊ່ວຍເຫຼືອອັນລ້ຳຄ່າເຊິ່ງລັດຖະບານ ແລະ ປະຊາຊົນອິນເດຍ ໄດ້ມອບໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊື່ອໝັ້ນວ່າ ການກະທຳທີ່ແບ່ງທຸກແບ່ງສຸກເຫຼົ່ານີ້ ຈະເຮັດໃຫ້ສາຍພົວພັນອັນສະໜິດແໜ້ນລະຫວ່າງສອງປະເທດຫວຽດນາມ - ອິນເດຍ ໄດ້ເລິກເຊິ່ງກວ່າເກົ່າ.

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ
ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ.

ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢູ້ງ ແລະ ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ໄດ້ເຫັນດີຊຸກຍູ້ບັນດາມາດຕະການຢ່າງຕັ້ງໜ້າ ເພື່ອປະຕິບັດໝາກຜົນຂອງການໂອ້ລົມທາງຖ່າຍທອດສົດລະຫວ່າງນາຍົກລັດຖະມົນຕີສອງປະເທດຫວຽດນາມ - ອິນເດຍ (ໃນວັນທີ 21 ທັນວາ 2020), ເພື່ອຫັນເປັນຈິງບັນດາເປົ້າໝາຍ ແລະ ຄຳໝັ້ນສັນຍາໃນ "ຖະແຫຼງການຮ່ວມຫວຽດນາມ - ອິນເດຍກ່ຽວກັບສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນ" ແລະ "ໂຄງການປະຕິບັດຜັນຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໄລຍະ 2021 - ປີ 2023".

ໃນປີ 2021 ພາຍຸ Molave ໄດ້ພັດເຂົ້າດິນຕໍ່ແຜ່ນຢູ່ແຂວງຕ່າງໆຄື: ກວາງນາມ, ກວາງງ້າຍ ອັນໄດ້ເຮັດໃຫ້ເກີດຄື້ນຟອງ ແລະ ລົມແຮງ. ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກ. ສ່ວນຢູ່ແຂວງກວາງງ້າຍ, ມີເຮືອນນັບຮ້ອຍຫຼັງຖືກເລີກຫຼັງຄາ, ຕົ້ນໄມ້ຖືກຫັກຢ່າງຫຼວງຫຼາຍ. ນອກຈາກນັ້ນ ກໍມີບາງກິດຈະກຳສາທາລະນະອື່ນໆ ກໍຖືກເປເພ. ກົມການບິນ ຫວຽດນາມ ຕ້ອງຢຸດຕິຊົ່ວຄາວບັນດາຖ້ຽວບິນທັງໝົດ ຢູ່ ສະໜາມບິນ 5 ແຫ່ງຄື: ຈູລາຍ (ກວ໋າງນາມ), ຝຸກາດ (ບິ່ງດິ້ງ), ດ່າໜັງ, ຕຸຍຮວ່າ (ຝຸອຽນ) ແລະ ບເລກູ (ຢາລາຍ). ເສັ້ນທາງລົດໄພ ເໜືອ - ໃຕ້ ກໍຖືກຢຸດເຄື່ອນໄຫວຊົ່ວຄາວ. ລັດຖະບານ ຫວຽດນາມ ໄດ້ຕົກລົງ ສະໜອງເຂົ້າສານຈຳນວນ 6.500 ໂຕນ ເພີ່ມເຕີມ ຈາກແຫຼ່ງສະບຽງອາຫານສະສົມແຫ່ງຊາດ ເພື່ອໜູນຊ່ວຍປະຊາຊົນທີ່ອຶດຫິວ ຍ້ອນຖືກຜົນກະທົບຈາກຝົນຕົກ, ນ້ຳຖ້ວມ ຢູ່ບັນດາແຂວງ: ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ.

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ ພັກກອມມູນິດເຢຍລະມັນ ໄດ້ບໍລິຈາກເງິນຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ເພື່ອຜ່ານຜ່າຜົນສະທ້ອນຈາກໄພທຳມະຊາດ

ຍສໝ - ໃນວັນທີ 25 ພະຈິກ, ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin (ເຢຍລະມັນ), ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ້ ໄດ້ມີການຕ້ອນຮັບ ທ່ານ Patrik Köbele - ປະທານພັກກອມມູນິດເຢຍລະມັນ (DKP) ແລະ ທ່ານ Stefan Kühner - ສະມາຊິກພັກກອມມູນິດເຢຍລະມັນ ເຊິ່ງມາບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນ ...

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ

ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.

ອ ນເດຍ ໄດ ບ ລ ຈາກສ ງຂອງສ ວນຕ ວໃຫ ແກ ປະຊາຊ ນທ ຖ ກຜ ນກະທ ບຈາກໄພນ ຳຖ ວມຢ ພາກກາງຫວຽດນາມ ລາວ ຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ ທີ່ຖືກຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ

ຍສໝ - ທ່ານ ອາລຸນໄຊ ສູນນະລາດ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ປາດຖະໜາຢາກແບ່ງເບົ່າຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງ, ຊ່ວຍພໍ່ແມ່ປະຊາຊົນ ພາກກາງ ຫວຽດນາມ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.