ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ

09:37 | 25/01/2021

ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ.

ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຫວຽດນາມ ສະໜັບສະໜູນປະຊາຊົນໂຊມາເລຍ ໃນຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ
ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ
(ພາບປະກອບ: TTXVN)

ໃນການຕອບສະພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນປີ 2020 ເພື່ອປະຕິບັດໜ້າທີ່ຄວບຄູ່ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງພັດທະນາເສດຖະກິດສັງຄົມ, ກໍຄືວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານນາງ Irmina Perojo, ອຸປະທທູດຊົ່ວຄາວ ສະຖານທູດກຸຍບາ ປະຈຳຫວຽດນາມ ໄດ້ຕີລາຄາຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ແມ່ນຍ້ອນການເຕົ້າໂຮມພູມປັນຍາ ແລະ ຈິດໃຈສະຫຼາດສ່ອງໄສຂອງພັກ, ຄວາມຕັດສິນໃຈຂອງທຸກຂັ້ນໃນການຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ກໍຄືເລື່ອງລັດຖະບານໄດ້ຍົກອອກບັນດາມາດຕະການທີ່ເໝາະສົມໃຫ້ແກ່ແຕ່ລະໄລຍະຢ່າງທັນການໃນການຕໍ່ສູ້, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ພາຍໃຕ້ການຊີ້ນຳນພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ຍູ້ແຮງການເຊື່ອມໂຍງທາງດ້ານເສດຖະກິດ ແລະ ປະຕິບັດບົດບາດຊຸກຍູ້ສັນຕິພາບ ແລະ ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍບັນລຸຜົນສຳເລັດ.

ສ່ວນທ່ານ Pallab Sengupta, ກຳມະການກົມການເມືອງ, ຫົວໜ້າຄະນະສາກົນພັກກອມມູນິດອິນເດຍ ຢືນຢັນວ່າ, ກອງປະຊຸມໃຫຍ່ຂອງພັກທຸກຄັ້ງ ລ້ວນແຕ່ກາຍເປັນເຫດການມີລັກສະນະບາດລ້ຽວສຳລັບປະເທດຊາດ, ອັນໄດ້ສວມບົດບາດຍຸດທະສາດໃຫ້ແກ່ການປະຕິວັດຫວຽດນາມ ກໍຄືບັນດາແຜນການພັດທະນາເສດຖະກິດ. ທຸກຜົນງານຂອງຫວຽດນາມ ໃນປະຈຸບັນ ລ້ວນແຕ່ແມ່ນໝາກຜົນຂອງການປະກອບສ່ວນອັນໃຫຍ່ຫຼວງຂອງພັກກອມມູນິດຫວຽດນາມ ໃນການວາງແຜນຊີ້ນຳ ແລະ ນຳໃຊ້ບັນດາຍຸດທະສາດທີ່ເໝາະສົມໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ…

ຫວຽດນາມ: ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ສືບຕໍ່ຄວບຄຸມຊາຍແດນຢ່າງແໜ້ນແຟ້ນ ຫວຽດນາມ: ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ສືບຕໍ່ຄວບຄຸມຊາຍແດນຢ່າງແໜ້ນແຟ້ນ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ ເນັ້ນໜັກວ່າ: ເພີ່ມທະວີການລາດຕາເວນຢູ່ເສັ້ນຊາຍແດນ, ຮັບປະກັນຄວາມປອດໄພດ້ານໂລກລະບາດໃນໂອກາດບຸນເຕັດປີສະຫຼູ...

ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນ​ດີ​ຕ້ອນ​ຮັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ ແອັດ​ສະ​ປາຍ, ອີ​ຣານ ແລະ ຟີ​ລິບ​ປິນ.

ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ເຊິ່ງຈະດຳເນີນແຕ່ວັນທີ 25 ມັງກອນ - 2 ກຸມພາ. ສື່ມວນຊົນລາວໄດ້ລົງຂ່າວກ່ຽວກັບວຽກງານກະກຽມບຸກຄະລາກອນ ໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.