ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ

06:00 | 09/12/2020

ຍສໝ - ທັນທີຫລັງຈາກຈອດລົງດິນຢູ່ສະໜາມບິນສາກົນ ກາມແຮັງ, ບັນດາພະນັກງານຖ້ຽວບິນ ແລະ ຜູ້ໂດຍສານ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຖ້ຽວບິນໂດຍກົງຈາກ ສ.ເຊັກໂກ ມາຍັງ ຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ
ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ

ໃນເວລາ 2 ວັນຂອງວັນທີ 7-8 ທັນວານີ້, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ຢູ່ UAE ແລະ ອິນເດຍ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ເກືອບ 360 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ.

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte)

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ. ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.

ທັນທີຫຼັງຈາກເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຮັງ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ

ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ.

ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນຈາກເອີຣົບ, ອາເມລິກາລາຕິນ ແລະ ອາຟຼິກກາ ກັບຄືນປະເທດ

ຍສໝ - ໃນເວລາ 2 ມື້ ວັນທີ 11 - 12 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ເອີຣົບ, ອາເມລິກາແລະອາຟຼິກາ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 280 ຄົນ ໄດ້ກັບຄືນປະເທດບ້ານຢ່າງປອດໄພ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

ຍ​ສ​ໝ - ໃນວັນທີ 12 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ຍີ່ປຸ່ນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດບ້ານຢ່າງປອດໄພ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.