ຫວຽດນາມ - ອິນເດຍ ກຽມພ້ອມການຊຸກຍູ້ການທ່ອງທ່ຽວສອງຝ່າຍພາຍຫຼັງCOVID-19

07:44 | 11/11/2020

ຍສໝ - ໃນວັນທີ 7 ພະຈິກ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຮູບການຖ່າຍທອດສົດເພື່ອຊຸກຍູ້ການທ່ອງທ່ຽວສອງຝ່າຍ.

ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19 ພະຍາດ COVID -19: ນຳສົ່ງພົນລະເມືອງຫວຽດນາມ ຈາກປະເທດເຢຍລະມັນ ແລະ ໂຮງລັງ ກັບຄືນບ້ານ
ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19 ກອງປະຊຸມອອນລາຍ ສົ່ງເສີມການຄ້າ ຫວຽດນາມ - ອິນເດຍ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຟ້າມແຊັງເຈົ່າ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ໃຫ້ຮູ້ວ່າ ນີ້ແມ່ນເຫດການທີ 6 ໃນກອງປະຊຸມສຳມະນາຫຼາຍຢ່າງຂອງເວທີປາໄສວິສາຫະກິດຫວຽດນາມ - ອິນເດຍປີ 2020 ທີ່ຈັດໂດຍສະຖານທູດຫວຽດນາມ ປະຈຳອິນເດຍ ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ ໃນຫລາຍໆທາງດ້ານ, ເຊັ່ນ: ການທ່ອງທ່ຽວ, ການຄ້າ, ການລົງທືນ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຮ່ວມມືສື່ສານ...

ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19
ທ່ານຟ້າມແຊັງເຈົ່າ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ. (ພາບ: baoquocte)

ປະຈຸບັນ, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງຫຼາຍຖ້ຽວບິນ ເພື່ອນຳສົ່ງນັກທຸລະກິດອິນເດຍມາຫວຽດນາມ. ທ່ານເອກອັກຄະລັດຖະທູດ ຟ້າມແຊັງເຈົ່າ ໄດ້ສະເໜີວ່າ ສາມາດຈັດຕັ້ງຖ້ຽວບິນໂດຍຮູບການເຊົ່າຖ້ຽວບິນ ທີ່ໄປຍັງຫວຽດນາມ ຖ້າຄົນໂດຍສານຈາກປະເທດອິນເດຍ ບໍ່ຕິດພະຍາດ COVID-19.

ທີ່ກອງປະຊຸມ ທ່ານນາງ ມາຍຖິແທັງຫາຍ - ຮອງຫົວໜ້າສູນສົ່ງເສີມການທ່ອງທ່ຽວແຂວງດ່ານັງ ໄດ້ແນະນຳວ່າ ແຂວງດ່ານັງ ມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດນັກທ່ອງທ່ຽວ ເມື່ອມີຄວາມສະດວກໃນການເຄື່ອນຍ້າຍ ແລະ ມີສະໜາມບິນເຊື່ອມຕໍ່ກັບສະຖານທີ່ທ່ອງທ່ຽວອື່ນໆອີກຫຼາຍແຫ່ງ, ເຊັ່ນ: ເມືອງເຫວ້ ແລະ ເມືອງໂຫຍອ່ານ. ແຂວງດ່ານັງ ມີຊື່ສຽງຍ້ອນທະເລທີ່ສວຍງາມ, ມີໂຮງແຮມຫຼາຍຮູບຫຼາຍແບບທີ່ມີຫລາຍກວ່າ 40,000 ຫ້ອງ.

ຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄດ້ເຫັນດີວ່າ ທ່າແຮງໃນການຂະຫຍາຍການທ່ອງທ່ຽວ ລະຫວ່າງສອງປະເທດ ແມ່ນໃຫຍ່ຫຼວງ, ແລະ ຄວນໄດ້ຮັບການສົ່ງເສີມໃນໄລຍະທີ່ຈະມາເຖິງ ເມື່ອການລະບາດຖືກຄວບຄຸມ.

ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19 ຫວຽດນາມ ໄດ້ຕີລາຄາສູງທະນາຄານໂລກ ໃນການສະໜັບສະໜູນປະເທດຕ່າງໆ ເພື່ອປ້ອງກັນການລະບາດຂອງ COVID-19

ຍສໝ - ໃນວັນທີ 4 ພະຈິກ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະທາງຖ່າຍທອດສົດ ກັບທ່ານ Axel van Trotsenburg - ຜູ້ອຳນວຍການໃຫຍ່ທະນາຄານໂລກ.

ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19 ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ປະຊາຊົນໃນປະເທດອິນເດຍ

ຍສໝ - ໃນຕອນບ່າຍຂອງວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ, ປະທານສະມາຄົມມິດຕະພາບຫວຽດນາມ - ອິນເດຍ ໄດ້ມອບຜ້າອັດປາກ 100.000 ອັນ ໃຫ້ແກ່ສະຖານທູດອິນເດຍປະຈຳຫວຽດນາມ ເພື່ອສະໜັບສະໜູນປະຊາຊົນ ອິນເດຍ ປ້ອງກັນ ແລະ ຄວບຄຸມ ໂລກພະຍາດ COVID-19. ...

ຫວຽດນາມ ອ ນເດຍ ກຽມພ ອມຂະຫຍາຍຕ ວການທ ອງທ ຽວສອງຝ າຍ ພາຍຫ ງທ covid 19 ໄຂງານສະຫຼອງຮ່ວມມ່ວນຊື່ນມິດຕະພາບ ປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10

ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ຢູ່ແຂວງນິງບິ່ງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ ໄດ້ສົມທົບກັນຈັດງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ອິນເດຍ ຄັ້ງທີ 10.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.