ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ

13:19 | 08/04/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 3,5 ປີ​​ທີ່ ທ່ານ ແລະ ຄອບ​ຄົວ​ຢູ່ ຫວຽດ​ນາມ. ທ່ານ​ຮູ້​ສຶກ​ພໍ​ໃຈ​ຕໍ່​ວຽກ​ງານ​ໃນ​ອາ​ຍຸ​ການ​ຂອງ​ຕົນ, ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ເມັດ​ຕາ​ປາ​ນີ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ
ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ປະ​ຈຳ ຫວຽດ​ນາມ (ພາບ: Vietnamnet)

ວັນ​ທີ 7 ເມ​ສາ, ເນື່ອງ​ໃນ​ໂອ​ກາດ​ເກືອບ​ຈະ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ ຢູ່ ຫວຽດ​ນາມ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ Daniel Kritenbrink, ໄດ້​ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ​ຢູ່​ສຳ​ນັກ​ງານ​ສະ​ຖານ​ທ​ູດ ອາ​ເມ​ລິ​ກາ​ປະ​ຈຳ ຮ່າ​ໂນ້ຍ​ເພື່ອ​ແບ່ງ​ປັນ ກ່ຽວ​ກັບ​ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ຄວາມ​ສຳ​ຜັດ​ຂອງ​ຕົນ​ເອງ​ໃນ​ໄລ​ຍະ 3 ປີ​ທີ່​ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 3,5 ປີ​​ທີ່ ທ່ານ ແລະ ຄອບ​ຄົວ​ຢູ່ ຫວຽດ​ນາມ. ທ່ານ​ຮູ້​ສຶກ​ພໍ​ໃຈ​ຕໍ່​ວຽກ​ງານ​ໃນ​ອາ​ຍຸ​ການ​ຂອງ​ຕົນ, ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ເມັດ​ຕາ​ປາ​ນີ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ໄລ​ຍະ 25 ປີ​ທີ່​ຜ່າມ​ມາ, ໃນ​ທຸກ​ຂົງ​ເຂດ ແຕ່​ການ​ເມືອງ, ເສດ​ຖະ​ກິດ​ການ​ປ້ອງ​ກັນ​ຊາດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ປະ​ເອີບ​ໃຈ​ຕໍ່​ອະ​ນຸ​ຄົດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ປະ​ຈຳ ຫວຽດ​ນາມ

“ອຳ​ນາດ​ການ​ປົກ​ຄອງ ປະ​ທາ​ນາ​ທິ​ບໍ​ດີ Joe Biden ໄດ້​ເນັ້ນ​ໜັກ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ສຳ​ພັດ​ທະ​ມິດ ແລະ ຄູ່​ຮ່ວມ​ມື​ຂອງ​ອາ​ເມ​ລິ​ກາ. ທ່ານ​ກໍ່​ມີ​ຄວາມ​ປະ​ເອີບ​ໃຈ​ທີ່​ສຸດ​ຕໍ່​ອະ​ນາ​ຄົດ​ການ​ພົວ​ພັນ​ສອງ​ປະ​ເທດ, ທ່ານ​ຖືກວ່າ ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ແມ່ນ​ບໍ່​ມີ​ເສັ້ນ​ຊາຍ​ແດນ”.

ທ່ານ​ກໍ່​ໃຫ້​ຮູ້​ຕື່ມ​ອີກວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ກໍ່​ໄດ້​ຖື​ວ່າ ເລື່ອງ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ, ວັດ​ທະ​ນຳ​ຖາ​ວອນ ແລະ ເ​ອອ​ກະ​ລາດ ແມ່ນ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ຂອງອ​າ​ເມ​ລິ​ກາ. 25 ປີ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ນີ້​ໂດຍ​ອີ່ງ​ໃສ່​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນ ນັ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ ແລະ ກັນ, ນີ້​ຈະ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ​ພວກ​ເຮົາ​ໃນ 25 ປີ​ຈະ​ມາ​ເຖິງ.

ທ່ານ​ກໍ່​ໃຫ້​ຮູ້​ວ່າ​ວ່າ: ເຖິງວ່າ​ສຸມ​ໃສ່​ເຂົ້າເປົ້າ​ໝາຍ​ຍຸດ​ທະ​ສາດ ແຕ່ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ຈະ​ສືບ​ຕໍ່​ສຸມ​ໃ​ສ່​ເຂົ້າບັນ​ດາ​ໝາກ​ຜົນ​ຕົວ​ຈິງກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວ​ພັນ, ມິດ​ຕະ​ພາບ, ນ້ຳ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ​ກ່​ວາ​ອີກ.

ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ ຫວຽດນາມ-ອາເມລິກາ ມຸ່ງໄປເຖິງການພັດທະນາດ້ານການຄ້າແບບຍືນຍົງ

2 ຝ່າຍລ້ວນແຕ່ເຫັນດີເປັນເອກະພາບຢືນຢັນວ່າ, ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນເປັນປົກກະຕິ, ດ້ວຍຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງບັນດາການນຳ 2 ປະເທດເວົ້າລວມ.

ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ

ຍ​ສ​ໝ - ຕາມ​ນັ້ນ​ແລ້ວ, ກະ​ຊວງ​ສຶກ​ສາ ແລະ ກິ​ລາ​ລາວ ແລະ WFP ຈະ​ສືບ​ຕໍ່​ຮ່ວມ​ມື​ສະ​ໜອງ​ຄາບ​ເຂົ້າ​ໃຫ້​ແກ່​ບັນ​ດາ​ໂຮງ​ຮຽນ, ໜູນ​ຊ່ວຍ​ນັກ​ສຶກ​ສາ 63.000 ຄົນ​ຢູ່​ບັນ​ດາ​ໂຮງ​ຮຽນ​ຢູ່ 18 ເມືອງ ຂຶ້ນ​ກັບ 12 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ລາວ.

ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

ຍ​ສ​ໝ - ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.