ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ

08:22 | 12/04/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ
DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ
ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink  ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ
ທ່ານ ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງການມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ມອບຫຼຽນ​ໄຊ​ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ” ໃຫ້​ແກ່​ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ Daniel Kritenbrink. ທ່ານ ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ ສຸດ​ຈິດ​ສຸດ​ໃຈ​ໄປ​ຍັງ​ທ່ານ​ເອກ​ອັກາ​ຄະ​ລັດ​ຖະ​ທູດ Daniel Kritenbrink ເພື່ອ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ການ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ມິດ​ຕະ​ພາບ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ພິ​ທີ​ມີ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ, ທ່ານ ນ​າງ ຫງວຽນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ທ່ານ ຟານ​ແອັງ​ເຊີນ ​ຮອງ​ປະ​ທານ - ເລ​ຂາ​ທິ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ທ່ານ​ນາງ Palm Devolder ທີ່​ປຶກ​ສາ​ບັນ​ດາ​ບັນ​ຫາ​ສາ​ທາ​ລະ​ນະ, ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ VUFO ແລະ ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ.

ທ່ານ ເອກ​ອັກ​ຄະ​ລັດ​ຖ​ະ​ທູດ Daniel Kritenbrink  ແມ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ
ທ່ານ ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ມອບຫຼຽນ​ໄຊ​ໃຫ້​ແກ່​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຫງວຽ​ນ​ເຟືອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ:

“ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ແມ່ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຂອງ​ປະ​ຊາ​ຊົນ. ທ່ານ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ ຍາກ​ທີ່​ຈະ​ຫຼົງງ​ລືມ​ໄດ້​ໃນ​ໃຈ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ດ້ວຍ​ຮູບ​ພາບ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່​ຮຽນ​ວິ​ທີ​ກ່ຽວ​ເຂົ້າ​ນຳ​ປະ​ຊາ​ຊົນ​ຫວຽດ​ນາມ, ທຳ​ເຂົ້າ​ໜົມ​ໄວ້​ພະ​ຈັນ, ເຂົ້າ​ຮ່ວມ​ການ​ຟ້ອນ​ສິງ​ໂຕ​ກັບ​ພວກ​ນ້ອງ​ນ້ອຍ, ທຳ​ນອງ​ເພງ​ພື້ນ​ເມືອງ​ຂອງ ຫວຽດ​ນາມ… ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ່​ຈະ​ຄິດ​ຮອດ​ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ເຊິ່ງ​ແມ່ນ​ເພື່ອນ​ມິດ​ທີ່​ໃກ້​ຊິດ​ສະ​ໜິດ​ສະ​ໜົມ, ເຄົາ​ລົບ​ບັນ​ດາ​ມູນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ ຫວຽດ​ນາມ”.

ໃນ​ອາ​ຍຸ​ການ​ຂອງ​ຕົນ, ທ່ານ Daniel Kritenbrink ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ ໄດ້​ສ້າງ​ຜົ​ນ​ສຳ​ເລັດ​ສຳ​ຄັນຫຼາຍ​ຢ່າງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ, ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ສອງ​ຝ່າຍ​ຈາ​ກ​ການ​ນຳ​ສອງ​ປະ​ເທດ, ມີ​ຂໍ້​ຕົກ​ລົງ ແລະ ບັນ​ດາ​ສັນ​ຍາ​ນັບ​ຕື້ USD ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ມູດ Daniel Kritenbrink: “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ບໍ່​ມີ​ພົມ​ແດນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 3,5 ປີ​​ທີ່ ທ່ານ ແລະ ຄອບ​ຄົວ​ຢູ່ ຫວຽດ​ນາມ. ທ່ານ​ຮູ້​ສຶກ​ພໍ​ໃຈ​ຕໍ່​ວຽກ​ງານ​ໃນ​ອາ​ຍຸ​ການ​ຂອງ​ຕົນ, ແລະ ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ຂອງ​ປະ​ເທດ​ຊາດ ແລະ ຄວາມ​ເມັດ​ຕາ​ປາ​ນີ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ຫວຽດ​ນາມ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

ຍ​ສ​ໝ - ທ່ານ ຫງວຽນ​ງອກ​ບິ່ງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອ​ນ​ດ່າ​ນັ້ງ ໄດ້​ສົ່ງ​ຄຳ​ອວນ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ທ່ານ ວຽງ​ໄຊ ພົມ​ມະ​ຈັນ​ດ ຫົວ​ໜ້າ​ກົມ​ສູນ​ໃຫຍ່​ລາວ​ປະ​ຈຳ ດັ່ງ​ນັ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ກົງ​ສູນ​ໃຫຍ່. ພ້ອມ​ທັງ, ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Luis Pablo Maria Beltramino: ມີ​ຄວາມ​ປາດ​ຖະ​ໜາກ​ຢາກ​ສ້າງ​ໂຮງ​ຮຽນ​ມິດ​ຕະ​ພາບ ອາກ​ຊັງ​ຕິນ ຫວຽດ​ນາມ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວ​ຽນ​ເຟືອງ​ງາ ໄດ້​ປະ​ກາດ​ໃຫ້​ທ່ານ Luis Pablo Maria Beltraminoເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​າ​ທາ​ລະ​ນະ​ລັດ ອາກ​ຊັງ​ຕິນ ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ແນ​ະ​ນຳ​ສັງ​ລວມ​ກ່ຽວ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.