ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ

12:46 | 23/12/2020

ຍສໝ - ຫວຽດນາມ ບັນລຸໄດ້ເຄິ່ງໜຶ່ງໃນໄລຍະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນປີ 2020-2021 ແລະ ໄດ້ບັນລຸສັນຍາລັກມີຄວາມໝາຍຢ່າງເດັ່ນຊັດ ໃນສະພາບການໂລກມີຄວາມຫຍຸ້ງຍາກຍ້ອນໂລກລະບາດ COVID​-19.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ
ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ ສະຫະປະຊາຊາດ ສະເໜີໃຫ້ຫວຽດນາມ ໜູນຊ່ວຍກໍ່ສ້າງສູນກວດຫາເຊື້ອພະຍາດໂຄວິດ-19 ໜຶ່ງແຫ່ງ ຢູ່ ຊູດັງໃຕ້

ໂດຍຮັບຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງ ໃນເດືອນມັງກອນປີ 2020 - ເດືອນທຳອິດຂອງການສະເຫຼີມສະຫຼອງຄົບຮອບ 75 ປີຂອງການປະຕິບັດກົດບັດສະຫະປະຊາຊາດ, ຫວຽດນາມ ໄດ້ເລືອກເອົາຫົວຂໍ້ບູລິມະສິດຂອງເດືອນ ເພື່ອສົ່ງເສີມການປະຕິບັດຕາມກົດບັດສະຫະປະຊາຊາດ ເພື່ອຮັກສາສັນຕິພາບ ແລະ ຄວາມປອດໄພສາກົນ. ຂໍ້ລິເລີ່ມທີ່ສອງຂອງຫວຽດນາມ ສຳລັບເດືອນປະທານສະພາຄວາມໝັ້ນຄົງ ແມ່ນການຈັດກອງປະຊຸມຄັ້ງທຳອິດຢູ່ສະພາຄວາມໝັ້ນຄົງ ວ່າດ້ວຍການຊຸກຍູ້ການຮ່ວມມືລະຫວ່າງສປຊ ແລະ ອາຊຽນ.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ
ສັນຍາລັກຂອງຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ ຫວຽດນາມ ມານະພະຍາຍາມ ເພື່ອບັນລຸໄດ້ໝາກຜົນທີ່ດີທີ່ສຸດ ຂອງປະເທດຊາດຢູ່ເວທີປາໄສທົ່ວໂລກ, ປົກປັກຮັກສາໄດ້ຜົນປະໂຫຍດຄວາມໝັ້ນຄົງ, ການພັດທະນາຂອງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ແລະ ຕາມທ່ານ ດັ້ງດິ່ງກຸ໊ຍແລ້ວ, ນີ້ກໍ່ແມ່ນຂໍ້ສັງເຫດລວມຂອງ 193 ປະເທດສະມາຊິກ ສປຊ.

ຫວຽດນາມປະຕິບັດບັນດາຄຳໝັ້ນສັນຍາ, ບົດບາດຄວາມຮັບຜິດຊອບຢູ່ສະພາຄວາມໝັ້ນຄົງ ສປຊ ໃຫ້ເປັນຢ່າງດີ ໃນປີທຳອິດຂອງອາຍຸການທີ 2 ໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃນການໃຫ້ສຳພາດຕໍ່ນັກຂ່າວຂອງສຳນັກຂ່າວສານຫວຽດນາມ ປະຈຳ ສປຊ.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ ຫວຽດນາມ ມານະພະຍາຍາມ ເພື່ອບັນລຸໄດ້ໝາກຜົນທີ່ດີທີ່ສຸດ ຂອງປະເທດຊາດຢູ່ເວທີປາໄສທົ່ວໂລກ, ປົກປັກຮັກສາໄດ້ຜົນປະໂຫຍດຄວາມໝັ້ນຄົງ, ການພັດທະນາຂອງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງ ຂອງ ຫວຽດນາມ ແລະ ຕາມທ່ານ ດັ້ງດິ່ງກຸ໊ຍແລ້ວ, ນີ້ກໍ່ແມ່ນຂໍ້ສັງເຫດລວມຂອງ 193 ປະເທດສະມາຊິກ ສປຊ. ພ້ອມກັບບັນດາປະເທດຕ່າງໆໃນກຸ່ມ E10 (ບັນດາປະເທດກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ), ຫວຽດນາມຍາມໃດກໍ່ແມ່ນຂົວເຊື່ອມຕໍ່ເພື່ອຊ່ວຍໃຫ້ກຸ່ມ P5 (ບັນດາປະເທດກຳມະການປະຈຳການສະພາຄວາມໝັ້ນຄົງ ສປຊ) ສາມາດເຂົ້າໃຈກັນກ່ວາ ແລະ ຫຼຸດຜ່ອນບັນດາສະພາບການບໍ່ມີທາງອອກ, ຊັກຊ້າ, ມີປະສິດທິຜົນຕ່ຳ ຢູ່ສະພາຄວາມໝັ້ນຄົງ ສປຊ ຍ້ອນຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດນີ້.

ເດືອນເມສາ ປີ 2021, ຫວຽດນາມຈະຮັບດຳລົງຕຳແໜ່ງປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ແລະ ກໍ່ແມ່ນຄັ້ງສຸດທ້າຍໃນອາຍຸການ 2020 – 2021. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ນີ້ຈະແມ່ນສິ່ງທ້າທາຍບໍ່ແມ່ນນ້ອຍ ຍ້ອນວ່າ ຫວຽດນາມ ຢາກບັນລຸໄດ້ໝາກຜົນທີ່ໃຫຍ່ກ່ວາເມື່ອທຽບໃສ່ກັບຜົນສຳເລັດຂອງເດືອນດຳລົງຕຳແໜ່ງປະທານຄັ້ງທຳອິດ ເມື່ອເດືອນ ມັງກອນປີ 2020.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິສະບັບທຳອິດ ທີ່ສະເໜີໂດຍຫວຽດນາມ

ຍສໝ - ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິຕົກລົງ ເລິກທີ A/RES/75/27 ເພື່ອສ້າງຕັ້ງ “ວັນສາກົນກຽມພ້ອມເພື່ອປ້ອງກັນ ແລະ ຕ້ານໂລກລະບາດ” ໃນວັນທີ 27 ທັນວາທຸກໆປີ ທີ່ໄດ້ສະເໜີ ແລະ ເຈລະຈາ ໂດຍຫວຽດນາມ.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ສ ນຍາລ ກຂອງຫວຽດນາມ ຢ ສະພາຄວາມໝ ນຄ ງສະຫະປະຊາຊາດ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຫາກໍສົ່ງສານ ຢ່າງສຳຄັນຕໍ່ກອງປະຊຸມພິເສດກ່ຽວກັບການຕອບໂຕ້, ຄຸ້ມຄອງການແຜ່ລະບາດຂອງພະຍາດ COVID-19 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75 ທີ່ດຳເນີນໃນວັນທີ 3-4 ທັນວາ 2020 ທີ່ນິວຢອກ, ອາ​ເມລິ​ກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.