ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020 ບັນລຸ 8,55 ຕື້ USD

11:53 | 26/03/2020

ຍສໝ - ນັບແຕ່ຕົ້ນປີ 2020 ມາຮອດວັນ 20 ມີນາ, ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນໄຕມາດທີ 1 ປີ 2020  ບັນລຸ  8,55 ຕື້ USD

ພາບປະກອບ

ຍອດຈຳນວນທຶນຈົດທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸໄດ້ 8,55 ຕື້ USD, ເທົ່າກັບ 79% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນໄຕມາດທີ 1 ປີ 2020, ໃນທົ່ວປະເທດມີ 758 ໂຄງການໃໝ່ໄດ້ຮັບໃບອະນຸຍາດຈົດທະບຽນລົງທຶນດ້ວຍຍອດຈຳນວນເງິນຈົດທະບຽນໃໝ່ບັນລຸ 5,5 ຕື້ USD.

ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຄື: ການຜະລິດ ແລະ ຈຳໜ່າຍໄຟຟ້າ, ອຸດສາຫະກຳປຸງແຕ່ງຜະລິດ, ການຂາຍສົ່ງ-ຂາຍຍ່ອຍ. ມີ 87 ປະເທດ ແລະ ເຂດແຄ້ວນໃນໂລກມໂຄງການລົງທຶນຢູ່ ຫວຽດນາມ, ໃນນັ້ນຢືນອັນດັບທີ 1 ແມ່ນສິງກະໂປ, ຢືນອັນດັບທີ 2 ແມ່ນຍີ່ປຸ່ນ ແລະ ຈີນ ຢືນອັນດັບທີ 3.

ໃນ 2 ເດືອນຕົ້ນປີ 2020, ຍອດເງິນລົງທຶນຈາກຕ່່າງປະເທດເຂົ້າສູ່ນະຄອນໂຮ່ຈີມິນ ແມ່ນ 480,6 ລ້ານໂດລາສະຫະລັດ ເຊິ່ງລວມມີທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະມູນຄ່າການປະກອບທຶນ, ຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດ ເຊິ່ງມີມູນຄ່າເທົ່າກັບ 47% ຍອດເງິນລົງທຶນທັງໝົດເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມີ 186 ໂຄງການໃໝ່ດ້ວຍທຶນຈົດທະບຽນບັນລຸ 83,3 ລ້ານໂດລາສະຫະລັດ; ດັດປັບເງິນລົງທຶນມີ 27 ໂຄງການດ້ວຍທຶນເພີ່ມຂຶ້ນຕື່ມແມ່ນ 60 ກວ່າລ້ານໂດລາສະຫະລັດ; ສໍາລັບກໍລະນີປະກອບທຶນ, ຊື້ຫຸ້ນສ່ວນແມ່ນມີເກືອບ 840 ກໍລະນີດ້ວຍຍອດທຶນທັງໝົດບັນລຸ 336 ກວ່າລ້ານໂດລາສະຫະລັດ.

ໃນບໍລິເວນນະຄອນໂຮ່ຈີມິນ ໄດ້ມີ 32 ປະເທດ ແລະເຂດແຄວ້ນມີໂຄງການລົງທຶນ; ໃນນັ້ນ ສິງກະໂປ ມີ 27 ໂຄງການ, ເງິນລົງທຶນແມ່ນ 28 ກວ່າລ້ານໂດລາສະຫະລັດ; ຖັດມາແມ່ນ ຍີ່ປຸ່ນ ມີ 19 ໂຄງການດ້ວຍຈໍານວນເງິນລົງທຶນແມ່ນ 10 ກວ່າລ້ານໂດລາສະຫະລັດ.

ເຖິງວ່າ ຈະຄາດຄະເນກ່ຽວກັບສະພາບການຊຸດໂຊມທົ່ວໂລກໃນປີ 2020 ກໍ່ຕາມ, ທ່ານ David Malpass ປະທານທະນາຄານໂລກ (WB) ໃຫ້ຮູ້ວ່າ ອົງການນີ້ອາດຈະຜັນຂະຫຍາຍເງິນ 150 ຕື້ USD ພາຍໃນຮອບເວລາ 15 ເດືອນຈະມາເຖິງເພື່ອແນໃສ່ຊ່ວຍໃຫ້ບັນດາປະເທດພັດທະນາຮັບມື ແລະ ຟື້ນຟູຈາກ ຜົນກະທົບຂອງ ໂລກລະບາດ Covid – 19. ປັດຈຸບັນ, ທະນາຄານໂລກພວມກະກຽມໂຄງການຢູ່ 49 ປະເທດເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19 ແລະ ຈະຕັດສິນ 16 ໂຄງການ ໃນຈຳນວນບັນດາໂຄງການນີ້ໂດຍໄວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.