ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

09:34 | 15/04/2021

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ
ລັດຖະມົນຕີກະຊວງຕຳຫຼວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ

ທ່ານພົນເອກ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink. (ພາບ: cand.com.vn)

ຕອນບ່າຍວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Daniel Kritenbrink ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ, ໃນໄລຍະຈະມາເຖິງ ອາເມລິກາ ຈະໜູນຊ່ວຍປະຊາຊົນຫວຽດນາມ ໃນການຖ່າຍທອດເຕັກໂນໂລຊີ, ຜະລິດວັກຊິນ. ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢັ້ງຢືນວ່າ, ໃນໄລຍະຈະມາເຖິງ ໃນຖານະຕຳແໜ່ງວຽກງານໃໝ່ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ, ລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງອາເມລິກາ ກັບກະຊວງຕຳຫຼວດຫວຽດນາມ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.

ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ ຍູ້ແຮງການຮ່ວມມືຫວຽດນາມ - ລັດເຊຍ ໃນການຮັບປະກັນຄວາມໝັ້ນຄົງຂອງມະນຸດ ຕໍ່ໜ້າການລະບາດຂອງພະຍາດ

ຍສໝ - ທ່ານລັດຖະມົນຕີ ໂຕເລີມ ໄດ້ຢືນຢັນວ່າ ການເດີນທາງຢ້ຽມຢາມຂອງທ່ານເລຂາທິການສະພາຄວາມໝັ້ນຄົງສະຫະພັນລັດເຊຍ ແລະ ຄະນະຜູ້ແທນຂັ້ນສູງຂອງສະຫະພັນລັດເຊຍ ຈະປະກອບສ່ວນເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງ ຫວຽດນາມ - ລັດເຊຍ ໄດ້ຮັບຄວາມເລິກເຊິ່ງກວ່າເກົ່າ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ເຈົາເຄືອຈື້, ລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານອາຊະຍາກຳ.

ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.