ເປີດຂະບວນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ພາຍໃຕ້ຄຳຂັວນ ທ່ຽວຫຼວງພະບາງ ຊົມທຳມະຊາດກັບບັນຍາກາດສອງຝັ່ງຂອງ

15:55 | 14/04/2021

ໃນວັນທີ 13 ເມສາ 2021 ທີ່ເຮືອທ່ອງທ່ຽວເຂດທ່າເຮືອວັດຊຽງທອງ ໄດ້ມີພິທີເປີດ ຂະ ບວນການສົ່ງເສີມກິດຈະກຳ ການທ່ອງທ່ຽວ ທາງນ້ຳ ລາວທ່ຽວລາວ ພາຍໃຕ້ຄໍາຂັວນ ທ່ຽວຫລວງພະບາງ ຊົມທຳມະຊາດ ກັບບັນຍາກາດສອງຝັ່ງຂອງ, ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂອງແຂວງ, ເມືອງອ້ອມຂ້າງ, ນະຄອນຫລວງພະບາງ ແລະ ຫົວໜ້າພະແນກການ ຂອງແຂວງຫລວງພະບາງ ເຂົ້າຮ່ວມ.

ການນໍາບັນດາປະເທດ ສືບຕໍ່ສົ່ງສານມາສະແດງຄວາມຊົມເຊີຍ ເຖິງການນໍາຫວຽດນາມ ການນໍາບັນດາປະເທດ ສືບຕໍ່ສົ່ງສານມາສະແດງຄວາມຊົມເຊີຍ ເຖິງການນໍາຫວຽດນາມ
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ເປີດຂະບວນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ພາຍໃຕ້ຄຳຂັວນ ທ່ຽວຫຼວງພະບາງ ຊົມທຳມະຊາດກັບບັນຍາກາດສອງຝັ່ງຂອງ
ເປີດຂະບວນການສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ພາຍໃຕ້ຄຳຂັວນ ທ່ຽວຫຼວງພະບາງ ຊົມທຳມະຊາດກັບບັນຍາກາດສອງຝັ່ງຂອງ

ພິທີ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຫລວງພະບາງ ໄດ້ຂຶ້ນນໍາສະເໜີ ແນວຄິດ ຂອງໂຄງການສົ່ງເສີມກິດຈະກຳ ການທ່ອງທ່ຽວ ທາງນ້ຳລາວທ່ຽວລາວ ພາຍໃຕ້ຄຳຂັວນ ທ່ຽວຫລວງພະບາງ ຊົມທຳມະຊາດ ກັບບັນຍາກາດສອງຝັ່ງ ຂອງໂຄງການເພື່ອພັດທະນາ ແລະ ສົ່ງເສີມກິດຈະກຳ ການທ່ອງທ່ຽວທາງນໍ້າ ໃຫ້ມີຄວາມຫລາກຫລາຍ ໃຫ້ແກ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການຄຸ້ມຄອງການບໍລິການເຮືອທ່ອງທ່ຽວ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ, ມີຄວາມປອດໄພ, ເພື່ອໂຄສະນາການທ່ອງທ່ຽວ ຫລວງພະບາງ ຜ່ານ 5 ພູ 5 ຜາ ແລະ 5 ແມ່ນໍ້າ, ເພື່ອຊຸກຍູ້ ແລະ ສົ່ງເສີມການມີສ່ວນຮ່ວມ ລະຫວ່າງ ພາກລັດ, ຜູ້ປະກອບການທຸລະກິດ ການບໍລິການເຮືອຂົນ ສົ່ງນັກທ່ອງທ່ຽວ ແລະ ປະຊາຊົນ. ຈາກນັ້ນ, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ກ່າວເປີດພິທີວ່າ: ການຈັດງານສົ່ງເສີມກິດຈະກຳການທ່ອງທ່ຽວທາງນ້ຳ ເພື່ອແນໃສ່ເຮັດໃຫ້ການທ່ອງ ທ່ຽວ ໃນຮູບແບບໃໝ່ລາວທ່ຽວລາວ ມີບັນຍາກາດຟົດຟື້ນມ່ວນຊື່ນ ທັງເປັນການຊຸກຍູ້ ກະຕຸ້ນເສດຖະກິດ ພາຍໃນແຂວງຫລວງພະບາງໃຫ້ດີຂຶ້ນ ດ້ວຍການສ້າງຂະບວນການ ຕ້ອນຮັບບຸນປີໃຫ່ມລາວ ພສ 2564. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ຜູ້ປະກອບການ ເອົາໃຈໃສ່ປົກປັກຮັກສາ ສິ່ງແວດລ້ອມຕາມສອງຝັ່ງຂອງ ແລະຈັດຕັ້ງປະຕິບັດ ມາດຕະການການປ້ອງກັນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ການຈັດກິດຈະກໍານີ້, ເປັນການສົ່ງເສີມກິດຈະກໍາ ການທ່ອງທ່ຽວທາງນໍ້າ ທີ່ມີແລ້ວໃຫ້ໄດ້ຮັບ ການພັດທະນາດີຂຶ້ນຢ່າງເປັນລະບົບ, ທັງເປັນທາງເລືອກ ໃຫ້ນັກທ່ອງທ່ຽວ ແລະ ປັບປຸງລະບົບການບໍລິການຂົນສົ່ງ ນັກທ່ອງທ່ຽວທາງນ້ຳ ໃຫ້ຫັນເຂົ້າສູ່ລະບຽບ, ເພື່ອພັດທະນາການ ບໍລິການເຮືອທ່ອງທ່ຽວ ໃຫ້ແກ່ຜູ້ປະກອບ ການໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ທັງຮັບປະກັນຄວາມປອດໄພ ແລະ ປູກຈິດສໍານຶກໃຫ້ທຸກພາກສ່ວນໃນສັງຄົມ ຫັນມາປົກປັກຮັກສາ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃນແຂວງ ຫລວງພະບາງ ໃຫ້ມີຄວາມຍືນຍົງ.

ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ ເອກອັກຄະລັດຖະທູດ ລາວ ປາດຖະໜາຢາກໃຫ້ແຂວງກວາງນາມສະໜັບສະໜູນ ລາວ ໃນການຫັນຍຸດທະສາດແລວທາງຕາເວັນອອກ-ຕາເວັນຕົກ ໃຫ້ປະກົດຜົນເປັນຈິງ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ຫວັງວ່າແຂວງກວາງນາມ ຈະສືບຕໍ່ໜູນຊ່ວຍແຂວງເຊກອງ ກໍ່ສ້າງກິດຈະກໍາໂຄງລ່າງທີ່ຈໍາເປັນ; ຊຸກຍູ້ພື້ນຖານໂຄງລ່າງ ແລະຂຸດຄົ້ນດ່ານຊາຍແດນສາກົນດັກຕາອອກ-ນາມຢາງ ຢ່າງມີປະສິດທິຜົນ...

ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19 ສິນຄ້າຫລາຍສິບໂຕນທີ່ສົ່ງໄປໃຫ້ຊາວຫວຽດນາມຢູ່ກຳປູເຈຍ ເພື່ອຕໍ່ຕ້ານ COVID-19

ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.

ຄຶກຄື້ນວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ ຄຶກຄື້ນວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ

ຫວ່າງແລ້ວນີ້, ໂດຍໄດ້ຮັບການຕົກລົງຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ຄະນະຊົນເຜົ່ານະຄອນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງຝູຍ້ວນ ໄດ້ຈັດຕັ້ງວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ.

kpl.gov.la

ເຫດການ
302 Found

Found

The document has moved here.