ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19

11:30 | 16/01/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ສາ, ທ່ານ ໂຕ​ແອັງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ມື້ນີ້​ມີ​ຄວາມໝາຍ​ຢ່າງ​ຍິ່ງ ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົງ​ນາບ​ຂູ່​ຕໍ່​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ
ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ - ຝ​ລັ່ງ: ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ມີ​ໂລກ​ລະ​ບາດ​ໂຄວິດ - 19
ການ​ໂອ້​ລົມ​ສົນ​ທະ​ນາ “ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ” (ພາບ: Baoquocte.vn)

ຕອນ​ເຊົ້າ​ວັນ​ທີ 15 ມັງ​ກອນ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ແອັງ​ຢຸງ​ ຮອ​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ “ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ສາ​ທາ​ລະ​ນະ​ສຸກ” ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ພ້ອມ​ກັບ​ສະ​ຖານ​ທູດ​ຝ​ລັ່ງ​ປະ​ຈຳ​ຮ່າ​ໂນ້ຍ​ຮ່ວມ​ຈັດ​ຂຶ້ນ.

ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ມີ​ທ່ານ Nicolas Wamery ເອກ​ອັກ​ຄະ​ລັດ​ຖະ​ທູດ ຝ​ລັ່ງ ​ປະ​ຈຳ ຫວຽດ​ນາມ, ທ່ານ Kidong Park ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ, ທ່ານ​ນາງ ຫງວຽນ​ທິ​ກິມ​ຕຽນ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ຫົວ​ໜ້າ​ຄະ​ນະ​ປົກ​ປ້ອງ, ດູ​ແລ​ສຸ​ຂະ​ພາບ​ພະ​ນັກ​ງ​ງານ​ສູນ​ກາງ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ຫວຽດ - ຝ​ລັ່ງ, ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງການ, ທ້ອງ​ຖິ່ນ​ທີ່​ມີ​ການ​ຮ່ວມ​ມື​ກັບ​ຝ​ລັ່ງ​ຢ່າງ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ກໍ່​ມີ​ນັກ​ຊ່ຽວ​ຊານຫຼາຍ​ຄົນ​ມ​າ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໂຮງ​ໝໍ, ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ຂົ​ງ​ເຂດ​ສາ​ທາ​ລະ​ນະ​ສຸກ.

ກ່າວ​ຄຳ​ເຫັນ​ໄຂ​ການ​ໂອ້​ລົມ​ສົນ​ທະ​ສາ, ທ່ານ ໂຕ​ແອັງ​ຢຸງ ຮອງ​ລັດ​ຖະ​ມົນ​ຕີ ໄດ້​ຕີ​ລາ​ຄາ​ວ່າ ການ​ໂອ້​ລົມ​ສົນ​ທະ​ນາ​ມື້ນີ້​ມີ​ຄວາມໝາຍ​ຢ່າງ​ຍິ່ງ ເປັນ​ຕົ້ນ​ແມ່ນ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົງ​ນາບ​ຂູ່​ຕໍ່​ຊີ​ວິດ ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ການ​ໂອ້​ລົມ​ສົນ​ທະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຜູ້​ແທນ​ແລກ​ປ່ຽນ, ແບ່ງ​ປັນ ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ສາ​ທາ​ລະ​ນະ​ສຸກ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສະ​ກັດ​ກັ້ນ​ບັນ​ດາ​ໄພ​ນາບ​ຂູ່​ຕໍ່​ສຸ​ຂະ​ພາບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ​ແບ່ງ​ປັນວ່າ ດ້ວຍ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ໂລກ​ລະ​ບາດ​ບໍ່​ມີ​ພົມ​ແດນ, ບໍ່​ມີ​ປະ​ເທດ​ໃດ​ສາ​ມາດ​ຄວບ​ຄຸມ ແລະ ​ໄຊ​ຊະ​ນະ​ຕໍ່​ໂລກ​ລະ​ບາດ​ດ້ວຍ​ຕົນ​ເອງໄດ້.

ທ່ານ​ ໂຕ​ແອັງ​ຢຸງ ​ເນັ້ນ​ໜັກ​ວ່າ ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ພາຍ​ໃນ​ປະ​ເທດ​ເພື່ອ​ຍູ້​ໂລກ​ລະ​ບາດ​ຖອຍ​ໄປ, ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ດາ​ບັນ​ຫາ​ສາ​ກົນ, ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ແມ່ນ​ຕ້ອງ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມ​ສາ​ກົນ ໃນ​ບັ້ນ​ສົງ​ຄາມນີ້. ຕາມນ​ັ້ນ​ແລ້ວ, ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ ໃນ​ບົດ​ບາດ​ປະ​ສານ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ.

ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ 2020, ຫວຽດ​ນາມ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ລວມ​ຂອງ​ພ​ກາ​ພື້ນ​ໃນ​ການ​ປ້ອງ​ກັນ​ໂລກ​ລະ​ບາດ​ໂຄວິດ - 19. ໃນ​ຂອບ​ເຂດ ສ​ປ​ຊ, ວັນ​ທີ 27 ທັນ​ວາ 2020 ເປັນ​ຄັ້ງ​ທຳ​ອິດ, ປະ​ຊາ​ຄົມ​ສາ​ກົນ ຈັດ​ຕັ້ງ ວັນ​ທົ່ວ​ໂລກ​ກຽມ​ພ້ອມ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຕາມ​ມະ​ຕິ​ທີ່​ໄດ້​ຮັບ​ຮອງ​ຈາກ​ສ​ປ​ຊ ໂດຍ​ແມ່ນ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ແລະ ໄດ້ຫຼາຍ​ປະ​ເທດ​ຕອບ​ສະ​ໜອງ​ເຂົ້າ​ຮ່ວມ.

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຝ​ລັ່ງ​ໄດ້​ເປີດ​ຕົວ​ປຶ້ມ​ພາບ​ຖ່າຍ ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອ​ນ

ຍ​ສ​ໝ - ທ່ານ ຫງວຽນ​ແທັງ​ຕ່ອງ, ອະ​ດີດ​ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ໄອ​ໄສ​ຢູ່​ຝ​ລັ່ງ​ຫາ​ກໍ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ປຶ້ມ​ພາບ​ຖ່າຍ “ທະ​ເລ​ໝູ່​ເກາະ​ແຫ່ງ​ບ້ານ​ເກີດ​ເມືອງນອນ”. ປຶ້ມ​ຫົວ​ນີ້ແມ່ນ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ບໍ່​ອາ​ດ​ລົງ​ລືມ​ໄດ້​ກ່ຽວ​ກັບ​ການ​ຢ້ຽມ​ຢາມ, ລະ​ດົມ​ກຳ​ລັງ​ໃຈ​ຂອງ​ທະ​ຫານ ປະ​ຊາ​ຊົນຢູ່​ໝູ່​ເກາະ​ເຈື່ອງ​ຊາ ແລະ ເຮືອນ​ຮ້ານ DK1 ປີ 2016.

ໜັງ​ສື​ພິມ​​ຝ​ລັ່ງ: ເສດ​ຖະ​ກິດ ຫວຽດ​ນາມ​ຍັງ​ສາ​ມາດ​ພັດ​ທະ​ນາ​ເຖິງວ່າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​ໄດ້​ເປີດ​ປະຕູ​ຢ່າງ​ແຮງ ກັບ​ສາ​ກົນ​ດ້ວຍ​ວິ​ທີ​ການ​ເຂົ້າ​ຮ່ວມຫຼາຍ​ກົນ​ໄກ​ກາ​ນ​ຄ້າ​ເສ​ລີ, ຍົກ​ຕົວ​ຢ່າງ​ຄື​ຫວ່າງ​ແລ້ວນີ້ ແມ່ນ​ຂໍ້​ຕົກ​ລົງ​ກັບ​ສະ​ຫະ​ພາບ​ເອີ​ລົບ (EU) ເຊິ່​ງ​ໄດ້​ລົງ​ນາມ​ໃນ​ເດືອນ​ກໍ​ລະ​ກົດ 2020, ຕາມ​ນັ້ນ​ແລ້ວ​ຈະ​ລົບ​ລ້າງອັດ​ຕາ​ພາ​ສີ​ເກືອບ​ທັງ​ໝົດລະ​ຫວ່າງ ຫວຽດ​ນາມ ແລະ EU ໃນ​ຮອບ​ເວ​ລາ 10 ປີ.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຝູ​ຈ້ອງ ​ສົ່ງ​ສານອວຍ​ພອນ​ເຖິງ​ສະ​ພາ​ທົ່ວ​ປະ​ເທດ ພັກ​ກອມ​ມູ​ນິດ ຝ​ລັ່ງ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຝລັ່ງ ແລະ 100 ປີແຫ່ງວັນຈັດຕັ້ງກອງປະຊຸມໃຫຍ່ Tours ( 25 – 30 ທັນວາ 1920 – 25 – 30 ທັນວາ 2020), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.