ມີພະນັກງານ, ນັກຮົບກວ່າ 7.000 ຄົນເຂົ້າຮ່ວມການຝຶກຊ້ອມເດີນສວນສະໜາມກ້ອນກຳລັງ, ເດີນຂະບວນ

14:47 | 26/06/2025

ຍສໝ - ທີ່ການຝຶກຊ້ອມຮ່ວມ, ບັນດາກ້ອນກຳລັງເດີນສວນສະໜາມຢູ່ 3 ເຂດໄດ້ເຕົ້າໂຮມຝຶກຊ້ອມບັນດາເນື້ອໃນພື້ນຖານຕາມໝາກຜົນການຝຶກຊ້ອມໃນໄລຍະຜ່ານມາ

ບົດນິພົນຮູບ ແລະ ວິດີໂອ 7.000 ກວ່າແຜ່ນເຂົ້າຮ່ວມການແຂງຂັນ “ຫວຽດນາມ ຄວາມສຸກ - Happy Vietnam ປີ 2023”
ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ມີພະນັກງານ, ນັກຮົບກວ່າ 7.000 ຄົນເຂົ້າຮ່ວມການຝຶກຊ້ອມເດີນສວນສະໜາມກ້ອນກຳລັງ, ເດີນຂະບວນ
ພາບ: VNA

ຕອນເຊົ້າວັນທີ 25 ມິຖຸນາ, ມີນັກຮົບກວ່າ 7.000 ຄົນຢູ່ 3 ສະຖານທີ່ຂຶ້ນກັບ ຮ່າໂນ້ຍ, ລວມມີ: ສູນຝຶກຊ້ອມດ້ານການທະຫານແຫ່ງຊາດ 4 ມຽວມົນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮ່ວມ ເພື່ອກະກຽມໃຫ້ພິທີເດີນສວນສະໜາມກ້ອນກຳລັງ, ເດີນຂະບວນ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

ທີ່ການຝຶກຊ້ອມຮ່ວມ, ບັນດາກ້ອນກຳລັງເດີນສວນສະໜາມຢູ່ 3 ເຂດໄດ້ເຕົ້າໂຮມຝຶກຊ້ອມບັນດາເນື້ອໃນພື້ນຖານຕາມໝາກຜົນການຝຶກຊ້ອມໃນໄລຍະຜ່ານມາ, ເພື່ອສຳເລັດດ້ານເຕັກນິກ, ຍົກສູງລັກສະນະເປັນເອກະພາບ ແລະ ຊັດເຈນໃນແຕ່ລະກຸ່ມກ້ອນ, ກະກຽມໃຫ້ການຝືກຊ້ອມຮ່ວມຄັ້ງຕໍ່ໄປໃຫ້ເປັນຢ່າງດີ. ເມື່ອທຽບໃສ່ບັນດາການເດີນສວນສະໜາມກ້ອນກຳລັງ, ເດີນຂະບວນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ, ຈຳນວນກຸ່ມທະຫານ ແລະ ພະນັກງານ, ນັກຮົບເຂົ້າຮ່ວມໃນຄັ້ງນີ້ໄດ້ເພີ່ມຂຶ້ນຕື່ມ. ໃນນັ້ນ, ກອງທັບມີ 38 ກຸ່ມກ້ອນ ດ້ວຍພະນັກງານ, ນັກຮົບກວ່າ 7.400 ຄົນ.

ໂດຍເປັນປະທານການກວດກາການຝຶກຊ້ອມ, ທ່ານພົນຈັດຕະວາ ຫວູຫວຽດຮຸ່ງ, ຫົວໜ້າກົມອົບຮົມຝຶກຊ້ອມການທະຫານ - ໂຮງຮຽນ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ), ຮອງຫົວໜ້າອະນຸກຳມະການ ການເດີນສວນສະໜາມກ້ອນກຳລັງ, ເດີນຂະບວນ ໃຫ້ຮູ້ວ່າ, ພາຍຫຼັງການຝຶກຊ້ອມເປັນເວລາເກືອບ 20 ວັນ, ນີ້ເປັນຄັ້ງທຳອິດທີ່ບັນດາກຸ່ມກ້ອນເດີນສວນສະໜາມ, ເດີນຂະບວນ ໂດຍກະຊວງປ້ອງກັນປະເທດໄດ້ຝຶກຊ້ອມຮ່ວມ. ເລື່ອງຈັດການຝຶກຊ້ອມຮ່ວມແມ່ນເພື່ອແນໃສ່ກະກຽມຢ່າງລະອຽດລະອໍໃຫ້ພິທີເດີນສວນສະໜາມກ້ອນກຳລັງ, ເດີນຂະບວນທີ່ມີຂອບຂະໜາດໃຫຍ່ໃນໄລຍະຈະມາເຖິງ.

ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ

ຍສໝ - ວັນທີ 5 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ວັກຊີນ Pfizer / BioNtech ຊຸດທຳອິດຫຼາຍກວ່າ 90.000 ໂດ​ສ ຈະສົ່ງມາຮອດສະໜາມບິນສາກົນ ໂນ້ຍບ່າຍ ໃນຕອນເຊົ້າວັນທີ 7 ກໍລະກົດນີ້.

ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ

ຈຳນວນຜູ້ຕິດເຊື້ອຢູ່ເອີຣົບແມ່ນ 3,7 ລ້ານຄົນ, ເພີ່ມຂຶ້ນ 35.000 ຄົນໃນ 24 ຊົ່ວໂມງຜ່ານມາ ແລະ ມີຜູ້ເສຍຊີວິດແມ່ນ 209.000 ຄົນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ