![]() |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ (ພາບ: TTXVN) |
“ກຳລັງບົ່ມຊ້ອນໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ ແມ່ນຍັງໃຫຍ່ຫຼວງຢູ່”. ນີ້ແມ່ນຂໍ້ສັງເກດຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ເນື່ອງໃນໂອກາດຮອງປະທານປະເທດ ຫວຽດນາມ ທ່ານນາງ ຫວໍທິແອັງຊວັນ ເດີນທາງໄປຍັງ ອີຕາລີ ແຕ່ວັນທີ 29 ມິຖຸນາ ຫາວັນທີ 1 ກໍລະກົດ.
ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ ໃນສະຫະພາບເອີຣົບ (EU), ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງ ອີຕາລີ ໃນ ອາຊຽນ. ວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6,9 ຕື້ USD.
ເພື່ອນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ຖືວ່າ ສອງປະເທດຕ້ອງສຸມໃສ່ບັນດາກຳນົດທິດຍຸດທະສາດ, ໃນນັ້ນ ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ໃຫ້ບູລິມະສິດຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.
![]() | ຫັນບັນດາເນື້ອໃນການນຳຂອງສອງພັກ, ສອງລັດຖະບານທີ່ເຫັນດີເປັນເອກະພາບໃຫ້ປະກົດຜົນເປັນຈິງ ຍສໝ - ການຮ່ວມມືຄົ້ນຄວ້າໃນຂົງເຂດວິທະຍາສາດລະຫວ່າງຫວຽດນາມ - ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຮອບດ້ານ; ປະກອບສ່ວນຢ່າງແທດຈິງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ນັບມື້ນັບເກີດດອກອອກຜົນ. |
![]() | ການພົວພັນລະຫວ່າງຫວຽດນາມ - ລາວ ແມ່ນປັດໄຈຍືນຍົງຄົງຕົວກັບພາລະກິດແຫ່ງການປະຕິວັດຂອງສອງປະເທດ ຍສໝ - ວັນທີ 8 ຕຸລາ 2024, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45. |
ສົມເພັດ