ລາວ: ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງມີໃບອະນຸຍາດ

15:07 | 13/04/2021

ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ, ເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021 ໄດ້ລະບຸວ່າ: ການນຳເຂົ້າຊົ່ວຄາວສິນຄ້າຄຸ້ມຄອງ ແມ່ນ ການນຳ ວັດຖຸດິບ, ສິນຄ້າເຄິ່ງສໍາເລັດຮູບ ຫຼື ສໍາເລັດຮູບ ທີ່ເປັນສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ, ສ້ອມແປງ, ປະກອບ, ຜ່ານຂະບວນການປຸງແຕ່ງ, ຜະລິດ, ຄ່ຽນຖ່າຍ ຫຼື ຈັດເກັບໄວ້ໃນສາງສິນຄ້າໄລຍະໜຶ່ງ ແລ້ວສົ່ງອອກ ໂດຍບໍ່ໄດ້ຈຳໜ່າຍຢູ່ ສປປ ລາວ.

ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ ກ໋​ວາງ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ໃນ​ວຽກ​ງານ​ຕ້ອນ​ຮັບ, ບຳ​ລຸງ​ສ້າງພະ​ນັກ​ງານ, ນັກ​ສຶກ​ສາ ລາວ
ນັກ​ສຶກ​ສາ​ລາວ ກຳ​ປູ​ເຈຍ ຕ້ອນ​ຮັບ​ບຸນ​ປີໃໝ່ປະ​ຈຳ​ຊາດ ຢູ່ ​ນະ​ຄອນ ໂຮ່​ຈີ​ມິນ ນັກ​ສຶກ​ສາ​ລາວ ກຳ​ປູ​ເຈຍ ຕ້ອນ​ຮັບ​ບຸນ​ປີໃໝ່ປະ​ຈຳ​ຊາດ ຢູ່ ​ນະ​ຄອນ ໂຮ່​ຈີ​ມິນ
ລາວ: ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງມີໃບອະນຸຍາດ
ພາບປະກອບ

ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ, ເລກທີ 0230/ອຄ.ກຂ, ລົງວັນທີ 25 ມີນາ 2021 ໄດ້ລະບຸວ່າ: ການນຳເຂົ້າຊົ່ວຄາວສິນຄ້າຄຸ້ມຄອງແມ່ນ ການນຳ ວັດຖຸດິບ, ສິນຄ້າເຄິ່ງສໍາເລັດຮູບ ຫຼື ສໍາເລັດຮູບ ທີ່ເປັນສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ, ສ້ອມແປງ, ປະກອບ, ຜ່ານຂະບວນການປຸງແຕ່ງ, ຜະລິດ, ຄ່ຽນຖ່າຍ ຫຼື ຈັດເກັບໄວ້ໃນສາງສິນຄ້າໄລຍະໜຶ່ງ ແລ້ວສົ່ງອອກ ໂດຍບໍ່ໄດ້ຈຳໜ່າຍຢູ່ ສປປ ລາວ. ການນຳເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງແມ່ນການນໍາສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອພັກເຊົາ, ຄ່ຽນຖ່າຍ ຫຼື ເກັບມ້ຽນໃນສາງສິນຄ້າ ຕາມທີ່ຂະແໜງການກ່ຽວຂ້ອງກຳນົດ ແລ້ວສົ່ງອອກຕໍ່ໄປປະເທດທີສາມ ໂດຍບໍ່ໄດ້ຈໍາໜ່າຍຢູ່ ສປປ ລາວ.

ຜູ້ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ເປັນວິສາຫະກິດ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍວ່າດ້ວຍວິສາຫະກິດ;

2. ມີໃບອະນຸຍາດລົງທຶນ ສຳລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ;

3. ມີໃບອະນຸຍາດດຳເນີນທຸລະກິດ ຕາມລະບຽບການຂອງຂະແໜງການກ່ຽວຂ້ອງ.

ການປະກອບເອກະສານ

ເອກະສານປະກອບການຂໍອະນຸຍາດນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ມີດັ່ງນີ້:

1.ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;

2.ສໍາເນົາໃບທະບຽນວິສາຫະກິດ;

3. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ສໍາລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ;

4.ສໍາເນົາໃບຢັ້ງຢືນການມອບພັນທະອາກອນປີຜ່ານມາ ຍົກເວັ້ນບໍລິສັດທີ່ສ້າງຕັ້ງໃໝ່;

5.ສໍາເນົາໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່;

6.ສຳເນົາ ໃບສັ່ງສ້ອມແປງ ໃນກໍລະນີ ນຳເຂົ້າ ຫຼື ສົ່ງອອກ ເພື່ອສ້ອມແປງ;

7.ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີເຂົ້າຮ່ວມງານວາງ ສະແດງສິນຄ້າ.

ການພິຈາລະນາອອກໃບອະນຸຍາດ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບອະນຸຍາດ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

ໃນກໍລະນີເອກະສານບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບທັນທີ ເພື່ອນຳໄປປັບປຸງ. ໃນກໍລະນີທີ່ບໍ່ສາມາດອອກໃບອະນຸຍາດ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ສະເໜີຊາບ ພາຍໃນສອງວັນລັດຖະການນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ ແຫ່ງ ສສ ຫວຽດນາມ ຍຶດໝັ້ນແນວຄິດ ແລະ ວິໄສທັດຍຸດທະສາດ

ວັນທີ 5 ເມສາ 2021, ສະພາແຫ່ງຊາດ ສສ ຫວຽດນາມ ຊຸດທີ 14 ໄດ້ເລືອກຕັ້ງ ທ່ານ ຟ້າມມິງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ. ຕາມສື່ມວນຊົນ ແລະ ຄວາມຄິດເຫັນຂອງປະຊາຊົນ, ທ່ານ ຟ້າມມິງຈິງ ເປັນຜູ້ນຳຍຶດໝັ້ນແນວຄວາມຄິດ ແລະ ວິໄສທັດຍຸດທະສາດ. ຄຸນລັກສະນະດັ່ງກ່າວ ...

ບໍລິສັດຫຸ້ນສ່ວນທ່າກໍາປັ່ນສາກົນລາວ-ຫວຽດ ແລະບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລເຕິນກ໋າງຕ້ອນຮັບກຳປັ່ນຂົນສ່ົງ container ຖ້ຽວທໍາອິດເຂົ້າທຽບທ່າກຳປັ່ນສາກົນລາວ-ຫວຽດ ບໍລິສັດຫຸ້ນສ່ວນທ່າກໍາປັ່ນສາກົນລາວ-ຫວຽດ ແລະບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລເຕິນກ໋າງຕ້ອນຮັບກຳປັ່ນຂົນສ່ົງ container ຖ້ຽວທໍາອິດເຂົ້າທຽບທ່າກຳປັ່ນສາກົນລາວ-ຫວຽດ

ຍສໝ - ເສັ້ນທາງບໍລິການຂົນສົ່ງທາງທະເລພາຍໃນປະເທດເຊື່ອມຕໍ່ສິນຄ້າລະຫວ່າງຫ໋າຍຟ່ອງ-ຫວູງອ໊າງ-ນະຄອນໂຮ່ຈີມິນ ແລະກົງກັນຂ້າມ ແມ່ນໝາກຜົນເບື້ອງຕົ້ນຂອງ “ບົດບັນທຶກຊ່ວຍຈຳ” ລະຫວ່າງເຕິນກ໋າງໄຊງ່ອນ ແລະຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ຕົ້ນປີ 2021.

ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ມີສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາໃຫ້ຍືນຍົງ ແລະຍາວນານ

ຍສໝ - ການນໍາກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງໝູ່ຄະນະພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະພະນັກງານ, ປະຊາຊົນລາວບັນດາເຜົ່າຢູ່ແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊ ເນື່ອງໃນໂອກາດບຸນປີໃໝ່ລາວ

ໄຊພອນ

ເຫດການ
302 Found

Found

The document has moved here.