ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ໃນ​ເດືອນ​ມັງ​ກອນ 2021 ເພີ່ມ​ຂຶ້​ນກວ່າ 45%

15:19 | 30/03/2021

ຍ​ສໝ - ວົງ​ເງິນ​ສົ່ງ​ອອກ​ຂອງ​ສິນ​ຄ້າ​ກະ​ເສດ, ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ລະ​ອຽດ​, ສິນ​ໃນ​ນ້ຳ​ບັນ​ລຸ 600 ລ້ານ USD, ເພີ່ມ​ຂຶ້ນ 19,6%, ຢາງ​ພຽງ​ພາ ບັນ​ລຸ 321 ລ້ານ USD, ເພີ່ມ​ຂຶ້ນ 142,2%...

ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45 ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ
ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45 ເປັນ​ຫຍັງ ຫວຽດ​ນາມ​ນຳ​ເຂົ້າ​ເຂົ້າ​ສານ ຈາກ​ອິນ​ເດຍ?
ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45
ພາບ​ປະ​ກອບ

ຕາມ​ກົມ​ສະ​ຖິ​ຕິແລ້ວ, ການ​ເຄື່ອ​ນ​ໄຫວ​ສົ່ງ​ອອກ, ນຳ​ເຂົ້າ​ສິນ​ຄ້າ​ໃນ​ເດືອນ​ມັງ​ກອນ 2021 ບັນ​ລຸ​ລະ​ດັບ​ສູງ​ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດ​ຽວ​ກັນ​ຂອງ​ປີ​ກ່ອນ, ສ່ວນຫຼາຍ​ແມ່ນ​ຍ້ອນ ບໍ​ລິ​ສັດ Samsung ຍູ້​ແຮງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໂທ​ລະ​ສັບ​ມື​ຖື S21 ແລະ ຍ້ອນ​ ບັນ​ເຕັດ​ປີ​ກ່ອນ​ກົງ​ກັນ​ເດືອນມັງ​ກອນ.

ລາຍ​ລ​ະ​ອຽດ​ແມ່ນ ວົງ​ເງິນສົ່ງ​ອອກ​ສິນ​ຄ້າ ເດືອນ ມັງ​ກອນ 2021 ຄາດ​ຄະ​ເນ​ວ່າ ບັນ​ລຸ​ໄດ້27,7 ຕື້ USD, ເພີ່ມ​ຂຶ້ນ 0,2% ກັບ​ເດືອນ​ແລ້ວນີ້. ໃນ​ນັ້ນ ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ບັນ​ລຸ​ໄດ້ 7,6 ຕື້ USD, ເພີ່ມ​ຂຶ້ນ 6,4% ເຂດ​ທີ່​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ບັນ​ລຸ 20,1ຕື້ USD, ຫຼຸດ​ລົງ 2%. ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ວົງ​ເງິນສົ່ງ​ອອກ​ສິນ​ຄ້າ ໃນ​ເດືອນ​ມັງ​ກອນ ເພີ່ມ​ຂຶ້ນ 50,5% ໃນ​ນັ້ນ​ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ 37,3%, ເຂດ​ມີ​ເງິນ​ລົງ​ທຶນ ຈາກ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 56,2%.

ມີ​ສິ​ນ​ຄ້າ 6 ປະ​ເພດ​ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ​ກ່​ວາ 1ຕື້ USD, ກວມ​ເອົາ 67,3% ຍອດ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ. ໃນ​ນັ້ນ ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄຫຼ່​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກໃຫຍ່​ທີ່​ສຸດ​ບັນ​ລຸ 5,8ຕື້ USD, ກວມ​ເອົາ 20,9% ຍອດ​ວົງ​ເງິນ​ກາ​ນ​ສົ່ງ​ອອກ, ເພີ່ມ​ຂຶ້ນ 114,8% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້.

ພິ​ເສດ, ວົງ​ເງິນ​ສົ່ງ​ອອກ​ຂອງ​ສິນ​ຄ້າ​ກະ​ເສດ, ສິນ​ໃນ​ນ້ຳ ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ລາຍ​ລະ​ອຽດ​, ສິນ​ໃນ​ນ້ຳ​ບັນ​ລຸ 600 ລ້ານ USD, ເພີ່ມ​ຂຶ້ນ 19,6%, ຢາງ​ພຽງ​ພາ ບັນ​ລຸ 321 ລ້ານ USD, ເພີ່ມ​ຂຶ້ນ 142,2%...

ກົມ​ໃຫຍ່​ສະ​ຖິ​ຕິ​ໃຫ້​ຮູ້​ວ່າ, ກຸ່ມ​ສິນ​ຄ້າ​ອຸດ​ສາ​ຫະ​ກຳ​ໜັກ ແລະ ແຮ່​ທາດ​ຄາດ​ຄະ​ເນ​ວ່າ ບັນ​ລຸ​ໄດ້ 15,6ຕື້ USD, ເພີ່ມ​ຂຶ້ນ 71,6% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ກວມ​ເອົາ 56,3% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ສິນ​ຄ້າ, ກຸ່ມ​ສິນ​ຄ້າ ອຸດ​ສາ​ຫະ​ກຳ​ເບົ່າ ແລະ ຫັດ​ຖະ​ກຳ ຄາດ​ວ່າ ບັນ​ລຸ 9,7ຕື້ USD, ເພີ່ມ​ຂຶ້ນ 32,3% ແລະ ກວມ​ເອົາ 35,2%.

ຄຽງ​ຄູ່​ກັນ​ນັ້ນ, ຕາມ​ອົງ​ການນີ້, ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ສິນ​ຄ້າ​ໃນ​ເດືອນ ມັງ​ກອນ 2021 ຄາດ​ວ່າ ບັນ​ລຸ​ໄດ້ 26,4ຕື້ USD, ຫຼຸດ​ລົງ 5,4% ເມື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ. ໃນ​ນັ້ນ, ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຄາດ​ວ່າ​ບັນ​ລຸ 9,4ຕື້ USD, ຫຼຸດ​ລົງ 4,7%, ເຂດ​ທີ່​ເງິນ​ລົງ​ທຶນ​ຈາກ​ຕ່າ​ງ​ປະ​ເທດ​ບັນ​ລຸ​ໄດ້ 17 ຕື້ USD, ຫຼຸດ​ລົງ 5,8%.

ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45 EARC 2021: ເຊື່ອມ​ໂຍງ​ ແລະ ເຊື່ອມ​ຕໍ່​ດີ​ຕີ​ຕອ​ນ ອາ​ຊີ​ຕາ​ເວັນ​ອອກ​ເພື່ອ​ອະ​ນາ​ຄົດ​ທີ່​ໝັ້ນ​ຄົງ

ຍ​ສ​ໝ - ຄາດ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ພາ EABC ຈະ​ຈັ້ງ​ຕັ້ງ ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກອງ​ປະ​ຊຸມ​ຂອງ​ກຸ່ມ​ເຮັດ​ວຽກວິ​ຊາ​ສະ​ເພາະ ເພື່ອ​ກະ​ກຽມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ EABC ແລະ ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂັ້ນ​ສູງ ອາ​ຊ​ຽນ + 3 (SEOM +3), ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ +3 (AEM+3).

ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45 Standard Chartered ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ​ຈະ​ຟື້ນ​ຟູ​ຢ່າງ​ແຮງ​ໃນ​ປີ 2021

ຍ​ສ​ໝ - ຕາງ​ໜ້າ ທະ​ນາ​ຄານ Standard Chartered ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ນັກ​ລົງທຶນ. ນີ້​ແມ່ນ​ປັດ​ໄຈ​ຕັ້ງ​ໜ້າ​ໃຫ້​ແກ່​ແງ່​ຫວັງ​ເຕີບ​ໂຕ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

ຍອດ ວ ງ ເງ ນ ສ ງ ອອກ ນຳ ເຂ າ ໃນ ເດ ອນ ມ ງ ກອນ 2021 ເພ ມ ຂ ນກວ າ 45 UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.