ເປັນ​ຫຍັງ ຫວຽດ​ນາມ​ນຳ​ເຂົ້າ​ເຂົ້າ​ສານ ຈາກ​ອິນ​ເດຍ?

15:19 | 07/01/2021

ຍ​ສ​ໝ - ຕາມ Reuters ແລ້ວ, ບໍ​ລິ​ສັດ​ສົ່ງ​ອອກ​ເຂົ້າ​ສານ ແຫ່ງ​ໜຶ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ, ເຂົ້າ​ສານ​ນຳ​ເຂົ້າ​ຈາກ​ອິນ​ເດຍ ສ່ວນຫຼາຍ​ໄດ້​ວິ​ສາ​ຫະ​ກິດ​ນຳ​ໃຊ້​ເພື່ອ​ເຮັດ​ອາ​ຫານ​ລ້ຽງ​ສັດ ແລະ ປຸງ​ແຕ່ງ​ເບຍ.

ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ ມີຫຼາຍ​ໂອ​ກາດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ
ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ ການ​ເຈ​ລະ​ຈາ​ຂັ້​ນ​ສູງ​ທາງ​ອອນ​ລາຍ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ
ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ
ພາບ​ປະ​ກອບ

ບໍລິ​ສັດ​ສົ່ງ​ອອກ​ເຂົ້າ​ສານ ແຫ່ງ​ໜຶ່ງ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ, ເຂົ້າ​ສານ​ນຳ​ເຂົ້າ​ຈາກ​ອິນ​ເດຍ ສ່ວນຫຼາຍ​ໄດ້​ວິ​ສາ​ຫະ​ກິດ​ນຳ​ໃຊ້​ເພື່ອ​ເຮັດ​ອາ​ຫານ​ລ້ຽງ​ສັດ ແລະ ປຸງ​ແຕ່ງ​ເບຍ.

ທ່ານ​ປະ​ທານ​ສະ​ມາ​ຄົມ​ບັນ​ດາ​ນັກ​ສົ່ງ​ອອກ​ເຂົ້າ​ສານ ອິນ​ເດຍ​ໄດ້​ກຳ​ນົດ​ວ່າ ແຫຼ່ງ​ສະ​ໜອງ​ເຂົ້າ​ສາ​ກົນ​ອາ​ຊີ​ພວມ​ຖືກ​ຮັດ​ແຄບ ແລະ ລາ​ຄາ​ເຂົ້າ​ສານ​ມີ​ທ່າ​ແຮງ​ເພີ່ມ​ຂຶ້ນ​ໃນ​ປີ 2021. ບັນ​ດາ​ຜູ້​ຊື້​ເຂົ້າ​ສານ​ທີ່​ມີ​ແຕ່​ດົນ​ນານ​ຂອງ​ໄທ ແລະ ຫວຽດ​ນາມ ໄດ້​ປ່ຽນ​ໄປ​ຍັງ​ຊື້​ເຂົ້າ​ສານ​ຂອງ​ອິນ​ເດຍ.

ເພື່ອ​ພິ​ສູດ​ໃຫ້​ສິ່ງ​ດັ່ງ​ກ່າວ, ໜັງ​ສື​ພິມ Bangkok Post ໃຫ້​ຮູ້​ວ່າ​ຕື່ມ​ອີກວ່າ, ໃນ​ເດືອນ​ທັນ​ວາ 2020, ​ຈີນ ເຊິ່ງ​ແມ່ນນັກ​ນຳ​ເຂົ້າ​ເຂົ້າ​ສານ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໄດ້​ເລີ່ມ​ຊື້​ເຂົ້າ​ສານ​ຂອງ​ອິນ​ເດຍ​ຄັ້ງ​ທຳ​ອິດ​ພາຍຫຼັງ 3 ທົດ​ສະ​ວັດ, ຍ້ອນ​ແຫຼ່ງ​ສະ​ໜອງ​ຈາກ​ໄທ, ມຽນ​ມາ ແລະ ຫວຽດ​ນາມ ​ຖືກ​ຮັດ​ແຄບ​ລົງ.

ຟີ​ລິບ​ປິນ ​ພວມຍອມ​ຮັບ​ຊື້​ເຂົ້າ​ສານ​ຂອງ ຫວຽດ​ນາມ​ດ້ວຍ​ລາ​ຄາ​ສູງ​ທີ່​ສຸດ​ໃນ ຮອບ​ເວ​ລາ 9 ປີ​ທີ່​ຜ່ານ​ມາ. ປັດ​ຈຸ​ບັນ, ເຂົ້າ​ສານປາຍ​ຂອງ​ຫວຽດ​ນາມ ໄດ້​ຂາຍ​ດ້ວຍ​ລາ​ຄາ​ປະ​ມານ 500 – 505 USD/ໂຕນ, ສູງ​ກ່​ວາຫຼາຍ​ພໍ​ສົມ​ຄວນ​ເມື່ອ​ທຽບ​ໃສ່​ກັບ​ລາ​ຄາ​ຂອງ​ອິນ​ເດຍ ແມ່ນ 381 – 387 USD. ທ່ານ Nitin Gupta ຮອງ​ປະ​ທານ​ບໍ​ລິ​ສັດ​ດຳ​ເນີນ​ທຸ​ລະ​ກິດ​ເຂົ້າ​ສານ Olam ຂອງ​ອິນ​ເດຍ​ໄດ້​ປະ​ກອບ​ຄຳ​ເຫັນ​ວ່າ, ຄວາມ​ຕ້ອງ​ການ​ທີ່​ໃຫຍ່ຫຼວງ​ຈາກ​ບັນ​ດາ​ປະ​ເທດ​ອາ​ຊີ, ອາບ​ຟຼິ​ກ​ກາ ໄດ້​ເຮັດ​ໃຫ້ລາ​ຄາ​ເຂົ້າ​ສານ​ອິນ​ເດຍ​ເພີ່ມ​ຂຶ້ນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ດ້ວຍ​ແຫຼ່ງ​ສະ​ໜອງ​ທີ່​ອຸ​ດົມ​ສົມ​ບູນ, ເຂົ້​າ​ສານ​ຂອງ​ປະ​ເທດນີ້ ຍັງ​ມີ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ, ທ່ານ​ຖື​ວ່າ ຫວຽດ​ນາມ​ສາ​ມາດ​ສືບ​ຕໍ່ ນຳ​ເຂົ້າ​ເຂົ້າ​ສານ​ຈາກ​ອິນ​ເດຍ​ໃຫ້ຫຼາຍ​ກ່​ວາ​ອີກ ຖ້າ​ຫາກວ່າ​ລາ​ຄາ​ເຂົ້າ​ສານ​ຂອງ​ອິນ​ເດຍ​ຍັງ​ຕ່ຳ​ກ່​ວາ​ຂອງ​ລ​າ​ຄາ​ເຂົ້າ​ສານ​ຂອງຫວຽດ​ນາມ.

ມີ​ພໍ່​ຄ້າຫຼາຍ​ຄົນ​ໃຫ້​ຮູ້​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເຮັດ​ໃຫ້​ຫວຽດ​ນາມ ແລະ ຫຼາຍ​ປະ​ເທດ​ໃນ​ໂລກ​ຕ້ອງ​ແຮ​ສຳ​ຮອງ​ເຂົ້າ​ສານ.

ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ ມີຫຼາຍ​ໂອ​ກາດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

ຍ​ສ​ໝ - ຕະຫຼາດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ອິນ​ເດຍ​ຄາດ​ວ່າ ບັນ​ລຸ 100 ຕື້ USD ໃນ​ປີ​ການ​ເງິນ 2018 – 2019. ລັກ​ຖະ​ບານ​ຂອງ​ປະ​ເທດ​ນີ້​ໄດ້​ວາງ​ອອກຫຼາຍ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ຂະ​ແໜງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ໃນ​ນັ້ນ​ອະ​ນຸ​ຍາດ​ໃຫ້​ລົງ​ທຶນ 100% ດ້ວຍ​ທຶນ FDI ຕາມ​ວິ​ວັດ​ຂະ​ບວນ​ການ​ອັດ​ຕະ​ໂນ​ມັດ.

ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ ການ​ເຈ​ລະ​ຈາ​ຂັ້​ນ​ສູງ​ທາງ​ອອນ​ລາຍ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ

ຍ​ສ​ໝ - ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາກ​ະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ​ໄດ້​ລົງ​ນາມ ເອ​ກະ​ສານ 7 ສະ​ບັບ ແລະ ປະ​ກາດ 3 ລາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ນິວ​ເຄຼຍ​ນຳ​ພົນ​ລະ​ເຮືອນ, ນ້ຳ​ມັນ​ອາຍ​ແກັດ, ພະ​ລັງ​ງານ​ສະ​ອາດ, ສາ​ທາ​ລະ​ນະ​ສຸກ, ຮ່ວມ​ມື​ພັດ​ທະ​ນາ, ອະ​ນຸ​ລັກ​ຮັກ​ສາ ມໍ​ລະ​ດົກ ແລະ ການ​ພົບ​ພັນ​ແລ​ກ​ປ່ຽນ​ວັດ​ທະ​ນະ​ທຳ.

ເປ ນ ຫຍ ງ ຫວຽດ ນາມ ນຳ ເຂ າ ເຂ າ ສານ ຈາກ ອ ນ ເດຍ ອິນ​ເດຍ​ຍູ້​ໄວບັນ​ດາ​ໂຄງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ກັບ​ບັນ​ດາ​ປະ​ເທດ CLMV

ຍ​ສ​ໝ - ຕາມ​ທ່ານ V Muraleedharan ແລ້ວ, ການ​ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ເຂດ​ເອ​ກະ​ຊົນ​ສວມ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ເຕີບ​ໂຕ​ໃນ​ພາກ​ພື້ນ CLMV.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.