ຢາ​ລາຍມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ

11:16 | 09/04/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອ​ງ​ຂວັນ, ທ່ານພັນ​ເອກ ເຈິ່ນ​ຕຽນ​ຫ໋າຍ, ຜູ້​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຢາ​ລາຍ​ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ທີ່​ດີ, ວິ​ທີ​ການ​ເຮັດ​ວຽກ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ປົກ​ປ້ອງ​ເຂດ​ຊາຍ​ແດນ, ປ້ອງ​ກັນ ຕ້ານ​ອາດ​ຊະ​ຍາ​ກຳ​ຊະ​ນິດ​ຕ່າງໆ ແລະ ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ພິ​ເສດ​ແມ່ນ​ໂລກ​ລະ​ບາດ​ໂຄວິດ - 19.

ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ) ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ)
ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng ມອບ​ຜ້າ​ອັດ​ປາກ​ດັງ 20.000 ອັນ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ 1000 ຕຸກ ໃຫ້​ແກ່​ສະ​ຫະ​ພັນ​ຊາວ​ໜຸ່ມ ກຳ​ປູ​ເຈຍ ແຂວງ Svay Rieng
ຢາ​ລາຍມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ
ພິ​ທີ​ມອບ​ຂອງ​ຂວັນ (ພາບ: baogialai)

ເນື່ອງ​ໃນ​ໂອ​ກາດ​ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳຊາດ Chol Chnam Thmay, ຫວ່າງ​ແລ້ວນີ້, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ເລະ​ແທັງ (ຢາ​ລາຍ), ກອງ​ບັນ​ຊາ​ການ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຈັດ​ຕັ້ງ​ການ​ມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ, ໜູນ​ຊ່ວຍ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ​ແຂວງ Rattanakiri, ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂອ​ງ​ຂວັນ, ທ່ານພັນ​ເອກ ເຈິ່ນ​ຕຽນ​ຫ໋າຍ, ຜູ້​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຢາ​ລາຍ​ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ທີ່​ດີ, ວິ​ທີ​ການ​ເຮັດ​ວຽກ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ປົກ​ປ້ອງ​ເຂດ​ຊາຍ​ແດນ, ປ້ອງ​ກັນ ຕ້ານ​ອາດ​ຊະ​ຍາ​ກຳ​ຊະ​ນິດ​ຕ່າງໆ ແລະ ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ, ພິ​ເສດ​ແມ່ນ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານພົນໂທ ເຈິ່ນ​ຕຽນ​ຫ໋າຍ ໄດ້ເນັ້ນໜັກວ່າ, ບໍ່​ວ່າໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກໃດໆ ແຂວງ ຢາ​ລາຍ (ຫວຽດນາມ) ເວົ້າ​ລວ​ມ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງ ຢາ​ລາຍ ເວົ້າສະເພາະແມ່ນມີຄວາມເອົາໃຈໃສ່ທີ່ສຸດຕໍ່ການສ້າງສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ ແລະ ສອງປະ​ເທດ. ໃນຄວາມສາມາດຂອງຕົນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນຢາ​ລາຍ ຈະແບ່ງປັນຄວາມຫຍຸ້ງຍາກໃນການເຮັດວຽກແລະ ຊີວິດການ​ເປັນ​ຢູ່ເພື່ອໃຫ້ກຳ​ລັງທະຫານຊາຍແດນແຂວງ Rattanakiri ອຸ່ນ​ອຽງ​ໃຈ, ຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ການພັດທະນາ.

ຢາ​ລາຍມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ
ພິ​ທີ​ມອບ​ຂອງ​ຂວັນ (ພາບ: baogialai)

ພ້ອມກັນນັ້ນ, ພວກເຮົາຫວັງວ່າໃນໄລຍະຈະມາເຖິງ, ບັນດາໜ່ວຍງານປ້ອງກັນຊາຍແດນ ກຳປູເຈຍ ສືບຕໍ່ສົມທົບກັບ ອຳນາດການປົກຄອງ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ແລະ ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຢາ​ລາຍ ເພີ່ມທະວີບັນດາມາດຕະການ, ແບ່ງປັນຂໍ້ມູນຂ່າວສານຢ່າງຕັ້ງໜ້າໃນການຄຸ້ມຄອງແລະປົກປັກຮັກສາຊາຍແດນ; ເພື່ອຕ້ານອາຊະຍາກຳທຸກ​ຊະ​ນິດ ແລະ ພິ​ເສດ​ແມ່ນການປ້ອງກັນ ແລະ ຕ້ານການລະບາດຂອງໂລກ​ລະ​ບາດ Covid-19 ຢ່າງມີປະສິດຕິຜົນ.

ໂດຍ​ຕາງ​ໜ້າ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ ກຳ​ປູ​ເຈຍ, ທ່ານ​ພົນ​ຕີ Yin Cham Nan ຜູ້​ອຳ​ນວຍ​ການ ຕຳຫຼ​ວດ​ແຂວງ Rattanakiri ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ ແລະ ສົມ​ທົບ​ກັນ​ຂອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ ຢາ​ລາຍ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ, ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ພົນ​ພື້ນ​ຖານ​ເຄົາ​ລົບ ເອ​ກະ​ລາດ, ຜືນ​ແຜ່ນ​ດິນ​ຢ່າງ​ຄົບ​ຖ້ວນ​ຂອງ​ແຕ່​ລະ​ປະ​ເທດ.

DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ DAFO ຢ້​ຽມ​ຢາມ ແລະ ອວຍ​ພອນ​ບຸນ​ປີ​ໃໝ່​ການ​ນຳ​ສະ​ຖານ​ທູດ ລາວ ປະ​ຈຳ ດ່າ​ນັ້ງ

ຍ​ສ​ໝ - ທ່ານ ຫງວຽນ​ງອກ​ບິ່ງ - ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອ​ນ​ດ່າ​ນັ້ງ ໄດ້​ສົ່ງ​ຄຳ​ອວນ​ພອນ​ອັນ​ດີ​ງາມ​ໄປ​ຍັງ​ທ່ານ ວຽງ​ໄຊ ພົມ​ມະ​ຈັນ​ດ ຫົວ​ໜ້າ​ກົມ​ສູນ​ໃຫຍ່​ລາວ​ປະ​ຈຳ ດັ່ງ​ນັ້ງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ກົງ​ສູນ​ໃຫຍ່. ພ້ອມ​ທັງ, ສົ່ງ​ຄຳ​ອວຍ​ພອນ​ໄປ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ) ສ້າງ​ຕັ້ງ​ໜ່ວຍ​ສະ​ມາ​ຄົມ ຫວຽດ​ນາມ - ກຳ​ປູ​ເຈຍ ຕາ​ແສງ ຮ່​ວາ​ເທາະ​ໄຕ, ​ເມືອງ ເກິມ​ເລະ (ດ່າ​ນັ້ງ)

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ມາຍ​ດຶກງວຽນ, ຮອງ​ເລ​ຂາ​ທິ​ການ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ຕາ​ແສງ ຮ່​ວາ​ເທ​າ​ະ​ໄຕໄດ້​ເນັ້ນ​ໜັກ​ວ່າ ໜ່ວຍ​ສະ​ມາ​ຄົມ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ສືບ​ທອດ ແລະ ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ກຳ​ປູ​ເຈຍ.

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງບວນຍວງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຫວຽດ​ນາມ ເພື່ອ​ໄດ້​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ນາຍ​ທະ​ຫານ​ໃນ​ກອງ​ທັບ​ລາວ ປະ​ຕິ​ບັດ ​ໜ້າ​ທີ່​ການ​ເມືອງ ໃຫ້​ສຳ​ເລັດ​ຜົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.