ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ

09:48 | 07/04/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງບວນຍວງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຫວຽດ​ນາມ ເພື່ອ​ໄດ້​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ນາຍ​ທະ​ຫານ​ໃນ​ກອງ​ທັບ​ລາວ ປະ​ຕິ​ບັດ ​ໜ້າ​ທີ່​ການ​ເມືອງ ໃຫ້​ສຳ​ເລັດ​ຜົນ.

ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ການ​ໂອ້​ລົມ​ສົ​ນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ ເລ​ຂາ​ທີ​ໜຶ່ງ​ ສູນ​ກາງຊາວ​ໜຸ່ມກອມ​ມູ​ນິດໂຮ່​ຈີ​ມິນ ແລະ ເລ​ຂາ​ສູນ​ກາງ​ ​ຊາວ​ໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
ຟື້ນ​ຟູ, ສ້ອມແປງ ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ປະ​ຕິ​ວັດ​ລາວຢູ່​ຮ່​ວາ​ບິ່ງ ຟື້ນ​ຟູ, ສ້ອມແປງ ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ປະ​ຕິ​ວັດ​ລາວຢູ່​ຮ່​ວາ​ບິ່ງ
ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ
ການ​ຕ້ອນ​ຮັບ

ຫວ່າງ​ແລ້ວນີ້​, ຢູ່​ຮ່າ​ໂນ້ຍ, ສະ​ຖານ​ບັນ​ການ​ປ້ອງ​ກັນ​ຊາດ ຫວຽດ​ນາມ ໄດ້​ມີ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ ແລະ ຄະ​ນະ​ປະ​ຈຳ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ເຂົ້າ​ຮ່ວມ​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ມີ​ທ່ານ ແສງ​ເພັດ​ຮຸ່ງ​ບຸນຍວງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ.ລາວ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ທ່ານ​ພົນ​ໂທເລືອງ​ດິ່ງ​ຮົ່ງ, ຜູ້​ຮັບ​ຜິດ​ຊອບ​ການ​ເມືອງ​ວິ​ທະ​ຍາ​ຄານ​ການ​ປ້ອງ​ກັນ​ຊາດ ຫວຽດ​ນາມ, ທ່ານ​ພົນ​ໂທ ເຈິ່ນ​ວຽດ​ຄວາ, ຜູ້​ອຳ​ນວຍ​ການວະ​ທະ​ນາ​ຄານ, ທ່ານ​ພົນ​ຈັດ​ຕະ​ວາ ດ່າວ​ຕວັນ​ແອັງ, ຮອງ​​ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ຄານ, ທ່ານ​ພົນ​ຈັດ​ຕະ​ວາ ບຸຍ​ຮຸຍ​ບຽດ, ຮອງ​ຜູ້​ອຳ​ນວຍ​ການ​ວິ​ທະ​ຍາ​ຄານ​ພ້ອມ​ກັບ​ຜູ້​ແທນ​ບັນ​ດາ​ອົງ​ການ​ຂອງ ວິ​ທະ​ຍາ​ຄານ​ການ​ປ້ອງ​ກັນ​ຊາດ ຫວຽດ​ນາມ, ທ່ານ ເຈິ່ນ​ວັນ​ຕຸ້ຍ, ອະ​ດີດ​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ທ່ານ ຫງວຽນ​ແມັ້ງ​ຮຸ່ງ, ອະ​ດິດ​ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ພົວ​ພັນ​ຕາງ​ປະ​ເທດ​ສູນ​ກາງ​ພັກ, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ທ່ານ ຫງວຽນ​ວັນ​ຢ​ວາງ, ກຳ​ມະ​ການ​ຄະ​ນະ​ພັກ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ຜູ້​ແທນ​ຄະ​ນະ​ປະ​ຈຳ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ.

ສະ​ຖານ​ບັນ​ປ້ອງ​ກັນ​ຊາດ ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ທະ​ຫານ​ຫວຽດ​ນາມ - ລາວ
​ການ​ເຮັດ​ວຽກ

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ລາວ ປະ​ຈຳ ຫວຽດ​ນາມ ແສງ​ເພັດ​ ຮຸ່ງບວນຍວງ ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຫວຽດ​ນາມ ເພື່ອ​ໄດ້​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ນາຍ​ທະ​ຫານ​ໃນ​ກອງ​ທັບ​ລາວ ປະ​ຕິ​ບັດ ​ໜ້າ​ທີ່​ການ​ເມືອງ ໃຫ້​ສຳ​ເລັດ​ຜົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບ່ງ​ປັນ​ວ່າ: ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ຫວຽດ​ນາມ ໄດ້​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ບຳ​ລຸງ​ສ້າງ​ນາຍ​ທະ​ຫານ​ທຸກ​ຂັ້ນ​ຂອງກອງ​ທັບ​ປະ​ຊາ​ຊົນ​ລາວ ຢ່າງ​ມີ​ປະ​ສິດ​ທິ​ຜົນ. ບັນ​ດາ​ນາຍ​ທະ​ຫານ​ເມື່ອ​ກັບ​ຄືນ​ປະ​ເທດ​ໄດ້​ນຳ​ມາ​ເຊິ່ງ​ທິດ​ສະ​ດີ, ພຶດ​ຕິ​ກຳ​ຕົວ​ຈິງ, ບົດ​ຮຽນ, ປະ​ສົບ​ການ ແລະ ຄວາມ​ເຂົ້າ​ໃຈ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ​ທີ່​ໄດ້​ຖ່າຍ​ທອດ​ຈາກ​ບັນ​ດາ​ຄູ່​ອາ​ຈານ​ຢູ່​ວິ​ທະ​ນາ​ຄານ​ເພື່ອ​ນຳ​ໃຊ້​ເຂົ້າ​ວຽກ​ງານ​ນຳ​ພາ - ຊີ້​ນຳ, ບຳ​ລຸງ​ສ້າງ​ຊ່ວຍ​ເຫຼືອ​ບັນ​ດາ​ກົມ​ກອງ​ຂອງ​ຕົນ​ຢ່າງ​ເປັນ​ທາງ​ການ, ມີ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ ແລະ ວິ​ຊາ​ການ. ມີ​ສະ​ຫາຍຫຼາຍ​ທ່ານ​ໄດ້​ກາຍ​ເປັນ​ການ​ນຳຫຼັກ​ແຫຼ່ງ​ໃນ​ກະ​ຊວງ​ປ້ອງ​ກັນ​ຊາດ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງກອງ​ທັບ​ປະ​ຊາ​ຊົນ ລາວ.

ຊຸກ​ຍູ້ກາ​ນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ການ​ພົວ​ພັນ​ປະ​ຊາ​ຊົນ ຫວຽດ​ນາມ - ອຸດ​ສະ​ເບ​ກິດ​ສ​ຖານ ໃນ​ສະ​ພາບ​ການ​ໃໝ່ ຊຸກ​ຍູ້ກາ​ນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ, ການ​ພົວ​ພັນ​ປະ​ຊາ​ຊົນ ຫວຽດ​ນາມ - ອຸດ​ສະ​ເບ​ກິດ​ສ​ຖານ ໃນ​ສະ​ພາບ​ການ​ໃໝ່

ຍ​ສ​ໝ - ທີ່ການ​ພົບ​ປະ​ກັບ​ທ່ານ ຮອງ​ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ F.A. Sidikov, ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຍິ​ນ​ດີ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ທັງ​ຫວຽດ​ນາມ ແລະ ອຸດ​ເບ​ກິດ​ສະ​ຖານ​ລ້ວນ​ແຕ່​ຮັກ​ສາ​ໄດ້​ທ່າ​ເຕີບ​ໂຕ​ຕາມ​ລຳ​ດັບ​ແມ​່ນ 2,9% ແລະ 1,6% ໂດຍ​ບໍ່​ຫົວ​ຊາ​ຕ​ໍ່​ຜົນ​ຕາມ​ມາ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19.

ນັກ​ການ​ທູດ ສ.ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ເທດ​ອຸດ​ສາ​ຫະ​ກຳ 4.0 ຂອງ ຫວຽດ​ນາມ ນັກ​ການ​ທູດ ສ.ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປະ​ເທດ​ອຸດ​ສາ​ຫະ​ກຳ 4.0 ຂອງ ຫວຽດ​ນາມ

ຍ​ສ​ໝ - ບົດ​ຂຽນ​​ລົງ​ໃນ​ເວັບ​ໄຊ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເຊັກ​ໂກ ໄດ້​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ 4.0 ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ແງ່​ຫວັງ​ພໍ​ສົມ​ຄວນ.

ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ ລາວ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລໃນນໍ້າ​ກັບ​ບັນ​ດາ​ປະ​ເທດ

ຍ​ສ​ໝ - ເຈົ້າ​ໜ້າ​ທີ່ 3 ປະ​ເທດ ລາວ, ຈີນ, ມາ​ເລ​ເຊຍ ຫາ​ກໍ່​ຈັດ​ຕັ້ງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ແລ​ກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​ອາ​ຊີບ​ຫາ​ປາ​ ທັນ​ສະ​ໄໝ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ທະ​ເລ​ລະ​ຫວ່າງ​ບັນ​ດາ​ຝ່າຍ.

​ບຸນ​ຄົງ

302 Found

Found

The document has moved here.