ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີແຫ່ງສາທາລະນະລັດຈີເລ

16:09 | 26/03/2021

ຍສໝ - ຕອນຄ່ຳວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບປະທານາທິບໍດີຈີເລ ທ່ານ Sebastian Piñera ເພື່ອແລກປ່ຽນທິດທາງ ແລະ ມາດຕະການສະເພາະ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ຈີເລ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສາທາລະນະລັດອົດສະຕາລີ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງຕຳຫຼວດປະເທດຈີນ

ພາຍຫຼັງການພົບປະໂທລະເລກ ເພື່ອແລກປ່ຽນບັນຫາຈຳນວນໜຶ່ງ ແລະ ສະແດງຄວາມຍິນດີ ລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານາທິບໍດີຈີເລທ່ານ Sebastian Piñera ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ (25 ມີນາ 1971 - 25 ມີນາ 2021) ຕາມຄຳຮຽກຮ້ອງຂອງປະທານາທິບໍດີຈີເລ, ໃນຕອນແລງຂອງວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີຈີເລ Sebastian Piñera ເພື່ອປຶກສາຫາລືທິດທາງ ແລະ ມາດຕະການສະເພາະ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ຈີເລ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. (ພາບ: baoquocte)

ທີ່ການພົບປະແລກປ່ຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າການພົວພັນຫວຽດນາມ - ຈີເລ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງແຮງພາຍຫຼັງ 50 ປີ ແລະ ຢືນຢັນວ່າ ຫວຽດນາມປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນ ລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

ສ່ວນທ່ານປະທານາທິບໍດີ ຈີເລ Sebastian Piñera ໄດ້ສະແດງໃຫ້ເຫັນວ່າ, ຈີເລ ຖືເປັນສຳຄັນທີ່ສຸດເຖິງການພົວພັນແບບດັ້ງເດີມກັບຫວຽດນາມ, ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການຮັບມືກັບການລະບາດຂອງພະຍາດ COVID-19 ແລະ ຮັກສາທ່າເຕີບໂຕຂະຫຍາຍຕົວຂົງເຂດເສດຖະກິດ.

ການນຳສອງປະເທດ ໄດ້ເຫັນດີຕໍ່ຫລາຍມາດຕະການ ເພື່ອຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ໃນນັ້ນມີການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ການຮ່ວມມືເປັນປະຈຳ ແລະ ປະສານງານກົນໄກຕ່າງໆ ເພື່ອຊຸກຍູ້ການຄ້າຫຼາຍຝ່າຍ ແລະ ລະຫວ່າງພາກພື້ນ ໃນສະພາບການເສດຖະກິດ ແລະ ການຄ້າໂລກໄດ້ຮັບຜົນກະທົບຢ່າງໜັກ ຍ້ອນໂລກລະບາດ COVID-19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Sebastian Piñera ໄດ້ເຫັນດີ ເພີ່ມທະວີການເຊື່ອມຕໍ່ບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ບັນດາທ້ອງຖິ່ນຂອງສອງຝ່າຍ ເພື່ອຍົກສູງປະສິດທິຜົນ ແລະ ໝູນໃຊ້ບັນດາກາລະໂອກາດຂອງສັນຍາການຄ້າເສລີຫວຽດນາມ - ຈີເລ ທີ່ມີຜົນສັກສິດແຕ່ເດືອນມັງກອນ 2014.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງທ່ານປະທານາທິບໍດີອິນໂດເນເຊຍ ພາຍຫຼັງອິນໂດເນເຊຍປະສົບຄວາມເສຍຫາຍຈາກແຜ່ນດິນໄຫວຢ່າງແຮງ ແລະ ອຸບັດຕິເຫດເຮືອບິນຕົກຢູ່ນອກຝັ່ງທະເລຈາກາຕາ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 10

ຍສໝ - ຜູ້ນຳກຳປູເຈຍ, ລາວ ແລະ ມຽນມາ ໄດ້ສະແດງຄວາມຂອບໃຈປະເທດຫວຽດນາມ ທີ່ໄດ້ໃຫ້ທຶນການສຶກສາປະຈຳປີ ໃຫ້ແກ່ນັກສຶກສາຈາກ 3 ປະເທດ ແລະ ປາດຖະໜາວ່າ ຫວຽດນາມຈະສືບຕໍ່ຈັດຕັ້ງປະຕິບັດໂຄງການໃຫ້ທຶນການສຶກສານີ້ ໃນຊຸມປີຕໍ່ໜ້າ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມທາງໂທລະສ ບກ ບທ ານປະທານາທ ບ ດ ແຫ ງສາທາລະນະລ ດຈ ເລ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສົ່ງສານເຖິງກອງປະຊຸມພິເສດ ຂອງສະຫະປະຊາຊາດກ່ຽວກັບ COVID-19

ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຫາກໍສົ່ງສານ ຢ່າງສຳຄັນຕໍ່ກອງປະຊຸມພິເສດກ່ຽວກັບການຕອບໂຕ້, ຄຸ້ມຄອງການແຜ່ລະບາດຂອງພະຍາດ COVID-19 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 75 ທີ່ດຳເນີນໃນວັນທີ 3-4 ທັນວາ 2020 ທີ່ນິວຢອກ, ອາ​ເມລິ​ກາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.