ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

14:07 | 23/03/2021

ເພື່ອເປັນການປະກອບສ່ວນ ເຂົ້າໃນການສ້າງບັນຍາກາດ ແລະ ສະພາບແວດລ້ອມອັນດີ ໃຫ້ແກ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ-ໄທ ໃນໂອກາດ ສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950 - 19 ທັນວາ 2020) ໃນປີ 2020, ທັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ລະ ຫວ່າງ ລາວ ແລະ ໄທ ໃຫ້ມີຄວາມຍືນຍົງ ແລະ ສໍາເລັດຕາມເປົ້າໝາຍ, ໃນລະຫວ່າງວັນທີ 10-16 ມີນາ 2021, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງເລຂາຄະນະພັກກະ ຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ, ຊຶ່ງເປັນເຂດທີ່ມີໂຄງການຮ່ວມມືພົ້ນເດັ່ນ ລະ​ຫວ່າງ ສ​ປ​ປ ລາວ ແລະ ຣາ​ຊະ​ອາ​ນາ​ຈັກໄທ. ​

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ ການເຊື່ອມໂຍງພຸດທະສາສະໜາ ເພື່ອສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ
ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021
ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢ້ຽມຢາມໂຄງການຮ່ວມມື ລາວ-ໄທ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ

ໃນໂອກາດເຄື່ອນໄຫວເຮັດວຽກ ທີ່ແຂວງຫລວງພະບາງ, ຄະນະໄດ້ຢ້ຽມຢາມ ມະຫາວິທະຍາ ໄລສຸພານຸວົງ ທີ່ໄດ້ຮັບໂຄງການຮ່ວມມື ຈາກລັດຖະບານໄທ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ໂຄງການພັດທະນາບຸກຄະລາກອນ, ໂຄງການພັດທະນາຫໍສະໝຸດ ແລະ ໂຄງການພັດທະນາ ຫລັກສູດການປຸງແຕ່ງກະສິກຳ. ໂຄງການດັ່ງກ່າວ, ແມ່ນໄດ້ຮັບການຈັດຕັ້ງ ປະຕິບັດຜ່ານກົນໄກ ການຮ່ວມມືດ້ານວິຊາການ ລາວ-ໄທ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ມະຫາວິທະຍາໄລ ສຸພານຸວົງ ໃນຖານະເປັນ ສະຖາບັນການ​ສຶກ​ສາ ເພື່ອກໍ່ສ້າງບຸກຄະລາກອນ ຮັບໃຊ້ສັງຄົມລາວ. ຈາກນັ້ນ, ຄະນະໄດ້ສືບຕໍ່ລົງຢ້ຽມ​ຢາມ ແລະ ກວດ​ກາ​ພື້ນທີ່ ທີ່ຈະກໍ່ສ້າງຂົວຂ້າມນໍ້າຂອງ (ຫລວງພະບາງ-ຊຽງແມນ) ຢູ່ເມືອງຈອມເພັດ, ຊຶ່ງເປັນໂຄງການທີ່ໄດ້​ຮັບ ​ການ​ສະ​ໜັບ​ສະ​ໜູນ​ ຈາກສໍານັກງານຮ່ວມມື ເພື່ອການພັດທະນາ ດ້ານເສດຖະກິດ ກັບປະເທດເພື່ອນບ້ານ (NEDA) ປະເທດໄທ ໃນການສຶກສາຄວາມເປັນໄປໄດ້ ເບື້ອງຕົ້ນໃນ​ການກໍ່​ສ້າງ ເພື່ອກ້າວໄປສູ່ການ ກໍ່ສ້າງຂົວດັ່ງ​ກ່າວ ໃນໄວໆນີ້. ຄະ​ນະຍັງໄດ້ເດີນທາງ ໄປສຳຫລວດທາງຫລວງແຫ່ງຊາດ ເລກ​ທີ 4B ​ເລີ່ມແຕ່ເມືອງຈອມເພັດ ແຂວງຫລວງພະບາງ ເຖິງ ເມືອງຫົງສາ ແຂວງໄຊຍະບູລີ, ​ຊຶ່ງໄດ້ຮັບການສະໜັບສະໜູນ ເງິນກູ້ຈາກລັດຖະບານໄທ.

ໃນໂອກາດຢ້ຽມຢາມ ແຂວງຫລວງພະບາງ ຄັ້ງນີ້, ທ່ານຮອງລັດຖະມົນຕີ ແລະ ຄະນະ ຍັງໄດ້ພົບປະກັບ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງຫລວງພະບາງ ແລະ ໄດ້ໂອ້ລົມກັບ ພະແນກການຕ່າງປະເທດ ແຂວງດັ່ງກ່າວ ເພື່ອແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຕ່າງປະເທດໃຫ້ມີປະສິດທິພາບສູງ, ສອດຄ່ອງກັບສະພາບ ການພາຍໃນປະເທດ, ພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເປັນປະທານ ກອງປະຊຸມເຜີຍແຜ່ກົດ​ໝາຍ​ ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ​ ທີ່​ຫາກໍ່​ໄດ້​ປະ​ກາດ​ໃຊ້, ​ໄດ້ທົບທວນຄືນ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ຂອງຂະແໜງການຕ່າງປະເທດ ໃຫ້ແກ່ພະນັກງານ ຫລັກແຫລ່ງອ້ອມຂ້າງ 8 ແຂວງພາກ ເໜືອ ເຂົ້າ​ຮ່ວມ​ຫລາຍກວ່າ 80 ທ່ານ ເພື່ອຍົກສູງຄວາມ​ຮັບ​ຜິດ​ຊອບ ໃນການຈັດຕັ້ງປະຕິ​ບັດ ​ບັນ​ດາ​ນິ​ຕິ​ກຳ​ດັ່ງ​ກ່າວ ໃຫ້ມີປະສິດຕິພາບ, ປະສິດຕິຜົນສູງຂຶ້ນ ທັງລວມສູນ ແລະ ເປັນເອກະພາບ.

ພາຍຫລັງສຳເລັດການເຄື່ອນໄຫວ ຢູ່ແຂວງຫລວງພະບາງ, ຄະນະໄດ້ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ ໂດຍໄດ້ພົບປະກັບ ທ່ານ ພົງສະຫວັນ ສິດທະວົງ ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ. ໄດ້ຈັດ​ກອງ​ປະ​ຊຸມໂອ້ລົມ ​ພະ​ນັກ​ງານພະແນກ ການຕ່າງປະເທດ ແລະ ພະນັກງານຫລັກແຫລ່ງອ້ອມຂ້າງ ແຂວງໄຊຍະບູລີ ​ມີ​ຜູ້​ເຂົ້າ​ຮ່ວມຫລາຍກວ່າ 100 ທ່ານ ເພື່ອແລກປ່ຽນບົດ ຮຽນໃນການເຄື່ອນໄຫວ ວຽກງານຕ່າງປະເທດ​ ໃຫ້​ມີປະສິດທິພາບ ແລະ ສອດຄ່ອງກັບສະພາບການ​ໃນ​ປັດ​ຈຸ​ບັນ. ພ້ອມທັງໄດ້ເນັ້ນໃຫ້ຍົກສູງ ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງພະນັກ ງານ ໃນການເຄື່ອນໄຫວ ວຽກ​ງານ​ດັ່ງ​ກ່າວ ຕາມການມອບໝາຍຂອງຂັ້ນເທິງ. ຫລັງຈາກນັ້ນ, ຄະນະ ໄດ້ລົງຢ້ຽມຢາມພົບ ປະຄູ-ອາຈານ ແລະ ນ້ອງນັກຮຽນ ທີ່ ໂຮງຮຽນປະຖົມບ້ານສີເມືອງ (ໂຮງຮຽນມິດ ຕະພາບລາວ-ໄທ ຫລັງທີ 11), ຊຶ່ງໄດ້ຮັບການຊ່ວຍເຫລືອຈາກສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ໃນການສ້າງອາຄານຮຽນ ຈຳນວນ 2 ຫລັງ, ຫ້ອງການຄູ 1 ຫລັງ ແລະ ຫ້ອງນໍ້າ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ນຳພາຄະນະ ຢ້ຽມຢາມ ແລະ ໃຫ້ກຳລັງໃຈການປະຕິບັດ ວຽກງານຂອງເຈົ້າໜ້າທີ່ ຢູ່ດ່ານສາກົນເມືອງນໍ້າເງິນ ແຂວງໄຊຍະບູລີ (ດ່ານຊາຍແດນ ລະຫວ່າງ ແຂວງໄຊຍະບູລີ, ສປປ ລາວ ແລະ ຈັງຫວັດນ່ານ, ປະເທດໄທ) ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ໃນສະພາບການລະບາດ ຂອງພະຍາດ ໂຄວິດ-19. ໃນໂອກາດເຄື່ອນໄຫວ​ຄັ້ງ​ນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ນໍາພາຄະນະຢ້ຽມຢາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງງານຢູ່ໂຄງການລົງ ທຶນຂະໜາດໃຫຍ່ຂອງໄທ ຢູ່ແຂວງໄຊຍະບູລີ ເປັນຕົ້ນແມ່ນ ໂຮງໄຟຟ້າຫົງສາລິກໄນ ແລະ ເຂື່ອນໄຟຟ້າພະລັງງານ ນໍ້າຂອງໄຊຍະບູລີ, ຊຶ່ງທ່ານຮອງລັດຖະມົນຕີ ໄດ້ເນັ້ນຢໍ້າເຖິງ ການຈັດຕັ້ງປະຕິບັດ ໂຄງການດັ່ງ​ກ່າວ, ໃຫ້ເປັນກາຍ​ເປັນ​ໂຄງ​ການ​ຕົວ​ແບບ, ຮັບ​ປະ​ກັນ​ໃຫ້ມີຄວາມຍືນຍົງ, ເປັນມິດຕໍ່ສິ່ງ ແວດລ້ອມ, ຕິດພັນກັບສັງຄົມ ແລະ ສ້າງວຽກເຮັດງານທໍາ ໃຫ້ປະ​ຊາ​ຊົນທ້ອງຖິ່ນ ນັບມື້ນັບຫລາຍຂຶ້ນ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທັງສອງແຂວງໃນຄັ້ງນີ້, ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ໄທ ກໍຄື ຊ່ວຍສົ່ງເສີມການພົວພັນ ຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ບູຮານນະການ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ມີຄວາມ ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ ໃນອະນາຄົດ ທັງສ້າງໄດ້ຄວາມ ໃກ້ຊິດຕິດແທດ ລະຫວ່າງສູນກາງ ກໍຄື ກະຊວງການຕ່າງປະເທດ ແລະ ທ້ອງຖິ່ນອີກດ້ວຍ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ ພົບປະແລກປ່ຽນຜ່ານທາງອອນລາຍ ກັບປະຊາຄົມຊາວຫວຽດນາມຢູ່ອິນໂດເນເຊຍ ເນື່ອງໃນໂອກາດ ປີໃໝ່ 2021

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ 2021 ດ້ວຍຮູບການຖ່າຍທອດສົດ ໂດຍມີບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມບ້ານເກີດເມືອງນອນ.

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

ຫວ່າງແລ້ວນີ້, ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຄະນະປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ​ຊ່ວຍ​ການ​ປະຕິວັດລາວ ນຳ​ໂດຍ​ ສະຫາຍ ພົນ​ຈັດຕະວາ ຮີ່ງດັກ​ເຮືອງ ຫົວໜ້າ​ຄະນະ​ ປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ ​ຊ່ວຍ​ການ​ປະຕິວັດລາວ ​ເປັນ​ຫົວໜ້າ​ຄະນະ, ມີຄະນະ​ບໍລິສັດ​ສາຍພູ​ຫລວງ ​ເຕີຍ​ເຈືອງ​ເຊີນ, ຄະນະ​ກອງ​ພົນ 968, ຄະນະ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ແລະ ກອງ 83 ໄດ້ເຂົ້າອວຍພອນ ຄະນະ​ນຳ​ສະຖານ ​ເອກ​ອັກຄະ​ລັດຖະທູດ​ ແຫ່ງ ສປປ ລາວ ປະຈຳ​ ສສ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 72 ປີ (20/01/1949-20/01/2021).

ຮອງລ ດຖະມ ນຕ ກະຊວງການຕ າງປະເທດ ຢ ຽມຢາມໂຄງການຮ ວມມ ລາວ ໄທ ເນ ອງໃນໂອກາດ ຄ ບຮອບ 70 ປ ແຫ ງການສ າງຕ ງສາຍພ ວພ ນການທ ດ ຄະນະພັກ ຄະນະນຳ ກວຕ ເຂົ້າອວຍພອນເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ

ຫວ່າງແລ້ວນີ້, ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ຄະນະພັກ-ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຊຶ່ງນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກ,​ ເລຂາຄະນະພັກ,​ ລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ) ຄົບຮອບ 72 ປີ (1949-2021) ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົທ ທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ...

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.