ການເຊື່ອມໂຍງພຸດທະສາສະໜາ ເພື່ອສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ

11:41 | 29/03/2021

ຫວ່າງແລ້ວນີ້,  ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະ ຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະ ເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ.

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021
ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ, ໂດຍການເຂົ້າຮ່ວມ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມ ມິດຕະພາບ ລາວ- ອິນເດຍ, ມີຜູ້ຕາງໜ້າຈາກຫົວໜ້າກໍາມາທິການ ການຕ່າງປະເທດສູນກາງ ອົງການພຸດທະສາສະໜາສໍາພັນ, ພ້ອມດ້ວຍ ພະ ສົງສາມະເນນ ແລະ ຊາວອິນເດຍ ທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ.

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ
ການເຊື່ອມໂຍງພຸດທະສາສະໜາ ເພື່ອສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ. (ພາບ: KPL)

ໂອກາດນີ້, ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ການ ຈັດຕັ້ງພິທີສົນທະນາ ກ່ຽວກັບ ພຸດທະສາສະໜາ ໃນຄັ້ງນີ້, ມີຄວາມໝາຍ ແລະ ຄວາມສໍາຄັນຫລາຍ ໂດຍສະເພາະ ຈະເປັນການເພີ່ມພູນຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບປະຫວັດ ຄວາມເປັນມາຂອງ ພຸດທະສາສະໜາລາວ ແລະ ການເຄົາລົບນັບຖື ພຸດທະສາສະໜາ ຂອງຄົນລາວ ແລະ ຄົນອິນເດຍ. ພ້ອມນີ້, ຍັງເປັນການ ເສີມຂະຫຍາຍ ສາຍພົວພັນການ ທູດລາວ-ອິນເດຍ ທີ່ມີມູນເຊື້ອຍາວນານ, ເຊິ່ງປີນີ້ຄົບຮອບ 65 ປີ (2/2/1956-2/2/2021). ນອກຈາກນີ້, ຍັງໄດ້ເສີມຂະຫຍາຍ ການພົວພັນການທູດປະຊາຊົນ, ສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງປະຊາຊົນລາວບັນດາເຜົ່າ ກັບປະຊາຊົນບັນດາ ປະເທດໃນພາກພື້ນ ແລະ ສາກົນ, ເຊິ່ງຂ້າພະເຈົ້າ ເຊື່ອໝັ້ນວ່າການຮ່ວມເຮັດກິດຈະກຳໃນຄັ້ງນີ້ຈະເປັນການເສີມຂະຫຍາຍສາຍພົວພັນການທູດ ຂອງສອງປະເທດລາວ-ອິນເດຍ ກໍຄືການເພີ່ມທະວີ ສາຍພົວພັນການທູດ ປະຊາຊົນລາວ ແລະ ອິນເດຍ ໄດ້ມີຄວາມ ສະໜິດສະໜົມ ມີຄວາມຮັກແພງ ແລະ ມີຄວາມສະມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນຫລາຍຂຶ້ນຕື່ມ.

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ
(ພາບ: KPL)

ທ່ານ ດິນກາ ອາດສທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ກໍໄດ້ເນັ້ນໜັກເຖິງຄວາມຈິງໃຈ ຂອງການພົວພັນ ລະຫວ່າງ ອິນເດຍ ແລະ ສປປ ລາວ ແມ່ນອີງໃສ່ການເຄົາລົບອະ ທິປະໄຕແຫ່ງຊາດ ແລະ ຜົນປະໂຫຍດເຊິ່ງກັນ ແລະ ກັນ ໃນການສະແຫວງຫາ ການພັດທະນາ ແລະ ຍົກສູງປະຊາຊົນ ຂອງສອງປະເທດ. ລວມເຖິງການຮ່ວມມືດ້ານ ການພັດທະນາ ຂອງອິນເດຍ ໃນ ສປປ ລາວ. ພ້ອມທັງການ ເຊື່ອມໂຍງ ທາງສາສະໜາ ຜ່ານທາງທະສາສະໜາພຸດ ແລະ ຮິນດູ ລະ ຫວ່າງ ສປປ ລາວ ແລະ ອິນເດຍ ກ່ຽວກັບບາດກ້າວຕ່າງໆ ຂອງລັດຖະບານອິນເດຍ ເພື່ອໂຄສະນາສະຖານທີ່ຕ່າງໆ ທີ່ຕິດພັນກັບການດຳລົງຊີວິດຂອງພະພຸດທະເຈົ້າ ຫລື ສາກີຍາມູນີ, ຄ້າຍຄືກັນກັບ ກາຊິນນາກາ ຊານາດ, ໂບດກາຍາ, ໄວຊາລີ, ກາດຊຳບີ ແລະ ອື່ນໆ, ເປັນທີ່ຮູ້ຈັກກັນດີ ໃນຂອບເຂດພຸດທະສາສະໜາ.

ທ່ານເອກອັກຄະລັດຖະທູດ ກ່າວຕື່ມວ່າ: ວັດລາວໃນໂບກາຍາ, ເຊິ່ງປະເທດລາວ ເປັນເຈົ້າຂອງວັດຢູ່ທີ່ນັ້ນ, ເປັນຕົວຢ່າງອີກອັນໜຶ່ງ ຂອງການພົວພັນ ທາງດ້ານວັດທະນະທຳ ທີ່ເຂັ້ມແຂງ ລະຫວ່າງອິນເດຍ ແລະສປປ ລາວ. ພ້ອມກັນນີ້, ທ່ານທູດ ຍັງໄດ້ເຫັນດີທີ່ສອງປະເທດ ຈະຮ່ວມມືກັນ ເພື່ອແປພາສາ ວັນນະຄະດີ ພຸດທະສາສະໜາ “ວິທີທາງຂອງພະພຸດທະເຈົ້າ” ທີ່ມີເປັນພາສາສັນສະກິດ/ພາສາບາລີ ເປັນພາສາລາວ ເພື່ອໃຫ້ສາມາດ ເຂົ້າເຖິງຄົນທົ່ວໄປ.

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ ສະຫະພັນກຳມະບານກະຊວງ ຖວທ ຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 65 ປີ

ໂອກາດນີ້, ສະຫາຍ ສົມນຶກ ສຸວັນນະສານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ, ເຊິ່ງອົງການກຳມະບານລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໃຫ້ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະສູນກາງພັກ.

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

ຫວ່າງແລ້ວນີ້, ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຄະນະປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ​ຊ່ວຍ​ການ​ປະຕິວັດລາວ ນຳ​ໂດຍ​ ສະຫາຍ ພົນ​ຈັດຕະວາ ຮີ່ງດັກ​ເຮືອງ ຫົວໜ້າ​ຄະນະ​ ປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ ​ຊ່ວຍ​ການ​ປະຕິວັດລາວ ​ເປັນ​ຫົວໜ້າ​ຄະນະ, ມີຄະນະ​ບໍລິສັດ​ສາຍພູ​ຫລວງ ​ເຕີຍ​ເຈືອງ​ເຊີນ, ຄະນະ​ກອງ​ພົນ 968, ຄະນະ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ແລະ ກອງ 83 ໄດ້ເຂົ້າອວຍພອນ ຄະນະ​ນຳ​ສະຖານ ​ເອກ​ອັກຄະ​ລັດຖະທູດ​ ແຫ່ງ ສປປ ລາວ ປະຈຳ​ ສສ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 72 ປີ (20/01/1949-20/01/2021).

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ ຄະນະພັກ ຄະນະນຳ ກວຕ ເຂົ້າອວຍພອນເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ

ຫວ່າງແລ້ວນີ້, ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ຄະນະພັກ-ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ຊຶ່ງນຳໂດຍ ທ່ານ ບໍ່ວຽງຄຳ ວົງດາລາກຳມະການສູນກາງພັກ,​ ເລຂາຄະນະພັກ,​ ລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ) ຄົບຮອບ 72 ປີ (1949-2021) ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ພົທ ທອງລອຍ ສີລິວົງ ຫົວໜ້າກົມໃຫຍ່ ການເມືອງກອງທັບ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ...

ການເຊ ອມໂຍງພ ດທະສາສະໜາ ເພ ອສະຫລອງວ ນສ າງຕ ງ ສາຍພ ວພ ນທາງການທ ດ ລາວ ອ ນເດຍ ຄ ບຮອບ 65 ປ

kpl.gov.la

ເຫດການ
302 Found

Found

The document has moved here.