ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

17:00 | 28/03/2021

ຫວ່າງແລ້ວນີ້, ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ ປະຕິວັດ​ລາວ ​ໃຫ້​ກຽດ​ເຜີຍ​ແຜ່​ໂດຍ​ ທ່ານ ທອງ​ສະ​ລິດ ມັງໜໍ່​ເມກ ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະບໍລິຫານງານ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ​ໂດຍ​ມີ​ພະນັກງານ​ຫລັກ​ແຫ​ລ່ງ, ​ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ພາຍ​ໃນ​ຫ້ອງ​ວ່າການ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມ.

ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ບັນດາທ້ອງຖິ່ນຫວຽດນາມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI
ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ
ຫ້ອງວ່າການສູນກາງພັກ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

​ໃນການຈັດ​ຕັ້ງ​ ເຊື່ອມ​ຊຶມ​ຄັ້ງ​ນີ້, ​ແນ​ໃສ່​ເຮັດ​ໃຫ້ພະນັກງານ​ ນຳພາ​ຫລັກ​ແຫ​ລ່ງ ພາຍ​ໃນ​ຫ້ອງ​ວ່າ ການ​ສູນ​ກາງ​ພັກ ຮັບ​ຮູ້, ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ ​ແລະ ກຳ​ແໜ້ນ​ເນື້ອ​ໃນ ​ຂອງ​ມະຕິ XI ຂອງ​ພັກ, ​ໂດຍ​ສະ​ເພາະ ​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ຕົ້ນ​ຕໍ ​ແລະ ວຽກ​ງານ​ຈຸດ​ສຸມ ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ ນຳພາ-ຊີ້​ນຳ ​ໃນ​ແຕ່ລະ​ຂົງ​ເຂດ​ວຽກ​ງານ ຕາມ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ມີ​ຄວາມ​ເຂົ້າ​ໃຈ ​ເປັນ​ເອກະ​ພາບ ​ເພື່ອ​ສືບ​ຕໍ່​ນຳພາ​ ຈັດ​ຕັ້ງ​ເຊື່ອມ​ຊຶມ ​ແລະ ຜັນ​ຂະ​ຫຍາ​ຍມະຕິ XI ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນ. ທັງ​ເປັນ​ການ ຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 66 ແລະ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 66 ປີ (24 ມີນາ 1955).

ໂອກາດ​ດັ່ງກ່າວ, ທ່ານ ທອງ​ສະ​ລິດ ມັງໜໍ່​ເມກ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຄວາມ​ໝາ​ຍ, ຄວາມ​ສຳຄັນ ຂອງ​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XI ຂອງ​ພັກ, ​​ໂດຍ​ທ່ານໄດ້​ເນັ້ນ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ​ແມ່ນ​​​ເຫ​ດການ ​ການ​ເມືອງ​ສຳຄັນ​ປະຫວັດສາດ, ​ເປັນ​ກອງ​ປະຊຸມ ​ແຫ່ງ​ການ​ສືບ​ຕໍ່​ຍຶດໝັ້ນ ​ແລະ ​ເພີ່ມ​ເຕີມ​ເສີມ​ຂະຫຍາຍ​ ແນວທາງ​ປ່ຽນ​ແປງ​ໃໝ່​ ຮອບດ້ານທີ່​ມີ​ຫລັກການ​ຂອງ​ພັກ ​ໃຫ້​ເຂົ້າ​ສູ່​ລ່ວງ​ເລິກ, ​ໄດ້​ກຳນົດ​ທັດສະນະ​ແຫ່ງ​ການ​ສ້າງ ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, ​ເລິກ​ເຊິ່ງ, ຮອບດ້ານ ​ໃນ​ການ​ພັດທະນາ​ ເສດຖະກິດ-ສັງຄົມ ​ໃນ​ຊຸມ​ປີ​ຕໍ່ໜ້າ ທັງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເຕີບ​ໃຫຍ່ ​ຂະ​ຫຍາ​ຍຕົວ​ຂອງ​ພັກ​ເຮົາ, ທັງ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ ​ການ​ເມືອງ​ພາຍ​ໃນ​ພັກ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ທີ່​ແຂງ​ແຮງ ​ແລະ ​ເປັນ​ລະບົບ.

ທ່ານ ທອງ​ສະ​ລິດ ມັງໜໍ່​ເມກ ຍັງ​ເນັ້ນຕື່ມ​ວ່າ: ຄະນະ​ພັກ​ແຕ່ລະ​ຂັ້ນ ​ຕ້ອງ​ຖື​ເອົາ​ການ​ຄົ້ນຄວ້າ, ​ເຊື່​ອມຊືມ, ກຳ​ເນັ້ນທິດ​ທາງ​ພື້ນຖານ, ຄາດ​ໝາຍສູ້​ຊົນ​ຮອດ​ ປີ 2025 ​ແລະ ວຽກງານ​ຈຸດ​ຊຸມ​​ແຕ່ລະ​ຂົງ​ເຂດ ​ໂດຍ​ຕິດ​ພັນ​ກັບ​ ການ​ກຳນົດ​ໃຫ້​ ຈະ​ແຈ້ງໜ້າທີ່​ວຽກງານ, ບັນ​ຫາ​ຕົວ​ຈິງ ທີ່​ຂະ​ແໜງການ, ທ່ອງ​ຖິ່ນ​ຂອງ​ຕົນ ຈະ​ຕ້ອງ​ສຸມ​ໃສ່​ແກ້ໄຂ ດ້ວຍ​ການ​ປຸກລະດົມ​ຂະ​ບວນການ​ຕົວ​ຈິງ​ ຂອງ​ມະຫາຊົນຢ່າ​ງ​ແຂງ​ແຮງ ​ໄປ​ພ້ອມ​ກັບ​ການ ​ຍົກ​ສູ​ງບົດບາດ ການຈັດ​ຕັ້ງ, ​ນຳພາ​ຊີ້​ນຳ​ໂດຍ​ກົງ, ຕ້ອງ​ເພີ່ມ​ທະວີ​ຄວາມ​ເຂັ້ມ​ແຂງ ​ແລະ ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ພັກ ​ແລະ ລະບຽບວິ​ໄນ​ພາຍ​ໃນ​ພັກ, ຮັບປະກັນ​ການ​ແກ້​ໄຂ​ບັນ ຫາ​ຕ່າງໆ ທີ່​ເກີດ​ຂຶ້ນ​ໃຫ້​ຖືກ​ຈຸດ​ ​ແລະ ​ເປັນ​ລະບົບ, ພ້ອມ​ທັງ​ຕັ້ງໜ້າ​ແກ້​ໄຂ ​ປະກົດ​ການ​ຫຍໍ້​ທໍ້​ໃນ​ກົງຈັກ ​ໃຫ້​ຂາດ​ຕົວ.

ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ກະຊວງການຕ່າງປະເທດຫວຽດນາມ ໄດ້ປະກາດຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ເພື່ອນມິດສາກົນຕີລາຄາສູງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປີດໄລຍະໃໝ່ໃຫ້ແກ່ການພັດທະນາຂອງຫວຽດນາມ

ກອງປະຊຸມໃຫຍ່ ໄດ້ຍົກອອກແຜນການພັດທະນາຂອງຫວຽດນາມ ໃນໄລຍະ 5 ປີຕໍ່ໄປ ແລະ ບັນດາເປົ້າໝາຍໃນອະນາຄົດ ດ້ວຍການປະກອບຄຳຄິດຄຳເຫັນຂອງປະຊາຊົນໃນທົ່ວປະເທດ.

ຫ ອງວ າການສ ນກາງພ ກ ເຊ ອມຊ ມມະຕ ກອງປະຊ ມໃຫຍ ຄ ງທ xi ຂອງພ ກ ບັນດາ ພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ...

kpl.gov.la

ເຫດການ
302 Found

Found

The document has moved here.